ພິທີມອບຮັບ ສັດປ່າ ລີງໜ້າແດງ (ສັດປ່າປະເພດຄຸ້ມຄອງ ບັນຊີ II) ທີ່ສວນວັດທະນາທຳບັນດາເຜົ່າ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ແຂວງ ນະຄອນຫຼວງວຽງຈັນ

ໃນຄັ້ງວັນທີ 02 ມີນາ 2021. ໄດ້ມີພິທີມອບຮັບ-ສັດປ່າ ປະເພດ ລີງໜ້າແດງ ( ສັດປ່າປະເພດຄຸ້ມຄອງ ບັນຊີ II) ເຊິ່ງມອບໂດຍທ່ານ ທ່ານແອັດ ພັນມະນີວົງ ກັບ ກອງກວດການະຄອນຫລວງ ທີ່ສວນວັດທະນາທຳບັນດາເຜົ່າ ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ແຂວງ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນກົມກວດກາປ່າໄມ້, ໝ່ວຍງານກວດກາປ່າໄມ້ເມືອງ ຫາດຊາຍຟອງ ເຊົ້າຮ່ວມ ເພື່ອຈະນໍາໄປບຳບັດທີ່ມູນນີທີອະນຸລັກສັດປ່າລາວ ບ້ານເກີນ ເມືອງ ທຸລະຄົມ ແຂວງ ວຽງຈັນ.

ຊຸດອົບຮົມການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ແກ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ມີເຈົ້າໜ້າທີ່ປ່າໄມ້ຈາກກົມປ່າໄມ້ ແລະ ເຈົ້າໜ້າທີ່ຈາກກອງກວດກາປ່າໄມ້ 6 ແຂວງພາກເໜືອຄື: ແຂວງຜົ້າສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີເຂົ້າຮ່ວມ.

ຊຸດອົບຮົມການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ແກ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ມີເຈົ້າໜ້າທີ່ປ່າໄມ້ຈາກກົມປ່າໄມ້ ແລະ ເຈົ້າໜ້າທີ່ຈາກກອງກວດກາປ່າໄມ້ 6 ແຂວງພາກເໜືອຄື: ແຂວງຜົ້າສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີເຂົ້າຮ່ວມ.
ອ່ານຕໍ່ກົມກວດກາປ່າໄມ້ ແລະ ອົງການ WWF-Laos ສະຫຼຸບວຽກງານໂຄງການສະໜັບສະໜູນວຽກງານບັງຄັບໃຊ້ກົດໝາຍ ເພື່ອສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ.

ກອງກວດກາປ່າໄມ້ແຂວງ ບໍ່ແກ້ວ ໄດ້ຈັດເຝິກອົບຮົມ ກ່ຽວກັບ ເຕັກນິກວຽກງານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ຂັ້ນແຂວງແລະ ຂັ້ນເມືອງ.
ໃນຄັ້ງວັນທີ່ 30 ພະຈິກ – 01 ທັນວາ 2020. ກອງກວດກາປ່າໄມ້ແຂວງ ບໍ່ແກ້ວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ວຽກງານການສືບສວນ-ສອບສວນ ຢູ່ທີ່ຫ້ອງປະຊຸມ ຂອງພະແນກກະສິກໍາ ແລະ ປ່າໄມ້ ໂດຍການເປັນປະທານຮ່ວມ ຂອງທ່ານ ອິນຖະໜອມ ໄຊວິທູນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍ່ແກ້ວ ແລະ ທ່ານ ເລ່ ວົງເພັດ ຮອງຫົວໜ້າພະແນກສືບສວນ-ສອບສວນ, ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມກັນນີ້ ກໍ່ມີຕ່າງໜ້າຈາກ ເຈົ້າໜ້າທີ່ທະຫານ, ເຈົ້າໜ້າທີ່ຕໍາຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອົງການໄອຍະການ ເຂົ້າຮ່ວມ.
ການຝຶກອົບຮົມໃນເທື່ອນີ້ ມີຄວາມໝາຍຄວາມສໍາຄັນ ແລະ ເປັນໂອກາດທີ່ດີ ເພື່ອເພີ່ມຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ຂັ້ນແຂວງ ແລະ ຂັ້ນເມືອງ ທີ່ເປັນຜູ້ຮັບຜິດຊອບໃນວຽກງານການສືບສວນ-ສອບສວນ, ເປັນການແລກປ່ຽນຄວາມຮູ້ ແລະ ນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງມີປະສິດທິຜົນສູງສຸດ ໂດຍສະເພາະການສ້າງຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບລະບຽບກົດໝາຍວ່າດ້ວຍກົດໝາຍປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນໍ້າສັດປ່າ., ແລະ ລະບຽບການທີ່ກ່ຽວຂ້ອງ ລວມທັງສິດໃນການດໍາເນີນຄະດີອາຍາ ໃຫ້ແກ່ຜູ້ກະທໍາຜິດກົດໝາຍ.
ພ້ອມກັນນັ້ນ, ທາງກົມກວດກາປ່າໄມ້ ກໍ່ໄດ້ມອບ ເສື້ອປົກສໍານວນຄະດີ, ປຶ້ມຄູ່ມືການສືບສວນ-ສອບສວນ ແລະ ປື້ມກົດໝາຍປ່າໄມ້ສະບັບປັບປຸງໃໝ່ ໃຫ້ແກ່ກອງກວດກາປ່າໄມ້ແຂວງ ບໍ່ແກ້ວ.
ກົມກວດກາປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(AML/CFT)
ກົມກວດກາປ່າໄມ້ ໄດ້ຈັດຕັ້ງການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນ ໃນວັນທີ 19 ພະຈິກ 2020 ທີ່ ຫ້ອງປະຊຸມ ເຮືອນພັກຄຸນຊັບ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້; ພ້ອມນີ້, ກໍ່ມີຄະນະພະແນກ ແລະ ວິຊາການຂອງກົມກວດກາປ່າໄມ້ ພ້ອມດ້ວຍນັກວິທະຍາກອນຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນໃນຄັ້ງນີ້ ໄດ້ນຳສະເໜີພາບລວມ; ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ການກະກຽມການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ດຳລັດວ່າດ້ວຍຄວາມຮັບຜິດຊອບ AML/CFT; ຄຳສັ່ງແນະນຳ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 01/ຄຕຟງ, ລົງວັນທີ 08 ມັງກອນ 2020 ແລະ ແຜນວຽກໃນຕໍ່ໜ້າ. ການເຜີຍແຜ່ໃນເທື່ອນີ້ ມີຄວາມໝາຍຄວາມສໍາ ຄັນຍິ່ງ, ເປັນໂອກາດທີ່ດີ ເພື່ອເພີ່ມຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ທີ່ເປັນຜູ້ຮັບຜິດຊອບໃນການສືບສວນ-ສອບສວນ, ເປັນການແລກປ່ຽນຄວາມຮູ້ ແລະ ນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງມີປະສິດທິຜົນສູງສຸດ ໂດຍສະເພາະການສ້າງຄວາມຮັບຮູ້ຄວາມເຂົ້າໃຈວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະຄຳສັ່ງແນະນຳ ວ່າດ້ວຍ ການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮັບຮອງໃນຕົ້ນປີນີ້
ກອງປະຊຸມເພື່ອການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະສານງານຂອງເຄື່ອຄ່າຍການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ຂັ້ນແຂວງ (P-WEN)
ໃນລະຫວ່າງວັນທີ 19 ຫາ ວັນທີ 20 ມີນາ ປີ 2020 ໄດ້ຈັດກອງປະຊຸມ ການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະສານງານຂອງເຄື່ອຄ່າຍການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ຂັ້ນແຂວງ (P-WEN) ທີ່ເມື່ອງນາກາຍ, ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ນາງ ຫລອມຄຳ ແສງຈັນອຸດົມ, ຮອງຫົວໜ້າກົມກວດກາປ່າໄມ້ ຊື່ງມີຈຳນວນຄົນເຂົ້າຮ່ວມ 68 ທ່ານ, ຍີງ 9 ທ່ານ ຊື່ງມາຈາກພາກສ່ວນຕ່າງໆ ຄື: ພາກສ່ວນສູນກາງປະກອບມີ ກົມກວດກາປ່າໄມ້ ແລະ ຊ່ຽວຊານປະຈຳໂຄງການ LENS2 ແລະ ພາກສ່ວນທີ່ມາຈາກກອງກວດກາປ່າໄມ້, ອົງການໄອຍະການປະຊາຊົນ, ພາສີແຂວງ, ພະແນກຕຳຫວດສີ່ງແວດລ້ອມ, ໜ່ວຍກວດກາປ່າໄມ່ ຂອງ 9 ເມືອງ.
ຈຸດປະສົງຂອງກອງປະຊຸມ:
- ທົບທວນຂອງການຈັດຕັ້ງປະຕິບັດວຽກງານ() ໃນໄລຍະຜ່ານມາ
- ສ້າງແນວທາງຂອງການຈັດຕັ້ງປະຕິບັດງານການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ
- ກຳນົດລະບຽບ, ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ຂອງເຄືອຄ່າຍ
- ສ້າງຄວາມເຂັມແຂວງໃນການຈັດຕັ້ງປະຕິບັດການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ພາຍໃນແຂວງຄຳມ່ວນ ແລະ ແຂວງບໍລິຄຳໃຊ
ສ້າງບົດແນະນຳການຈັດຕັ້ງປະຕິບັດວຽກງານ ໃຫ້ແກ່ທີມງານ( P-WEN) ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ເພື່ອເປັນການທົດລອງໃນການກວດກາແລະປະເມີນຊ່ອງວ່າງ, ຈຸດດີ ແລະ ຈຸດອ່ອນ ເພື່ອປັບປຸງການປະຕິບັດງານຂອງ (P-WEN) ຂອງແຂວງ.
ການຝຶກອົບຮົມການນໍາໃຊ້ຖານຂໍ້ມູນ Crimeinfo ກ່ຽວກັບການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ຊັບພະຍາກອນປ່າ ໄມ້ ໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ຕຳຫຼວດສິ່ງແວດລ້ອມ
ຄະນະທີມງານ ຂໍ້ມູນຂ່າວສານ (IMS) ຈາກກົມກວດກາປ່າໄມ້ ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນ Crimeinfo ໃຫ້ເຈົ້າໜ້າທີ່ ພາສີ, ຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ປ່າໄມ້ແຂວງວຽງຈັນ ແລະ ເຈົ້າໜ້າທີ່ກົມກວດກາປ່າໄມ້ ຊຶ່ງມີຜູ້ເຂົ້າຮ່ວມ ທັງໝົດ 23 ທ່ານ, ຍິງ 03 ທ່ານ, ໃນລະຫວ່າງວັນທີ 15-17 ທັນວາ 2019 ທີ່ທ່າລາດ ແຂວງວຽງຈັນ.
ຂຽນໂດຍ: ອຳຄາ
ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ
ກົມກວດກາປ່າໄມ້, ວັນທີ 15 ມັງກອນ 2020
ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ໄລຍະ 10 ປີ (2009-2019)ລະຫວ່າງ ກົມກວດກາປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດນາມ
ກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ໄລຍະ 10 ປີ (2009-2019) ລະຫວ່າງ ກົມກວດກາປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດນາມ, ຊຶ່ງໄດ້ຈັດຂຶ້ນທີ່ ໂຮງແຮມ ຫຼວງພະບາງວິວ, ນະຄອນຫຼວງພະບາງ. ເຊິ່ງຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຄະນະຜູ້ແທນຝ່າຍລາວປະກອບມີ: ທ່ານ ນາງ ຫຼອມຄຳ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້ ມີບັນດາຫົວໜ້າພະແນກການອ້ອມຂ້າງກົມກວດກາປ່າໄມ້, ບັນດາຫົວໜ້າກອງ, ຮອງກອງກວດກາປ່າໄມ້ ປະຈຳແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ 10 ແຂວງ ຄື: ແຂວງ ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື, ຕາງໜ້າຈາກຫ້ອງການພາສີ ແຂວງຫຼວງພະບາງ, ພິເສດໄປກ່ວານັ້ນ ກອງປະຊຸມຄັ້ງນີ້ ຍັງມີທ່ານ ສຸກັນ ບຸນຍົງ ຮອງເຈົ້າແຂວງ-ແຂວງຫຼວງພະບາງ ກໍ່ໃຫ້ກຽດເຂົ້າຮ່ວມ ເປັນປະທານກອງປະຊຸມ. ສ່ວນຝ່າຍຄະນະຜູ້ແທນຈາກກົມປ້ອງກັນປ່າໄມ້ ສສ ຫວຽດນາມ ແມ່ນນຳພາໂດຍ ທ່ານ ໂດກວາງຕຸງ (Mr. Do Quang Tung) ຮັກສາການ ຫົວໜ້າກົມປ້ອງກັນປ່າໄມ້ ສສ ຫວຽດນາມ ເປັນຫົວໜ້າຄະນະ, ຊຶ່ງປະກອບມີ ຫົວໜ້າ ແລະ ຮອງຫົວໜ້າກອງປ້ອງກັນປ່າໄມ້ແຂວງ ທີ່ມີຊາຍແດນຕິດກັບລາວ ຊຶ່ງເຂົ້າຮ່ວມມີ 03 ແຂວງຄື: ແຂວງແທັງຫົວ, ຮ່າຕິ້ງ ແລະ ແຂວງກອນຕູມ.
ນອກນັ້ນ, ຍັງມີກົມຕິດຕາມການຄຸ້ມຄອງພາສີ, ກະຊວງການເງິນ ຂອງ ສສ ຫວຽດນາມ, ຕຳຫຼວດຊາຍແດນ, ອົງການ GIZ and Forest Trends ເຂົ້າຮ່ວມ ແລະ ຜູ້ຕາງໜ້າຈາກ ອົງການ WCS LAO, WWF ຂອງຝ່າຍລາວ ແລະ ຝ່າຍຫວຽດນາມ ເຂົ້າຮ່ວມ ຊຶ່ງລວມຜູ້ເຂົ້າຮ່ວມທັງໝົດ ມີ ຈໍານວນ 77 ທ່ານ.
ຂຽນໂດຍ: ອຳຄາ
ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ
ກົມກວດກາປ່າໄມ້, ວັນທີ 13 ມັງກອນ 2020
ກອງປະຊູມປຶກສາຫາລື ວຽກງານການດຳເນີນຄະດີ ກ່ຽວກັບຊັບພະຍາກອນປ່າໄມ້, ສັດນ້ຳ ແລະ ສັດປ່າ
ໃນວັນທີ 23-24 ທັນວາ 2019, ກົມກວດກາປ່າໄມ້ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບສູງສໍາລັບ 5 ຂະແໜງການທີ່ຮັບຜິດຊອບການປະຕິບັດການບັງຄັບໃຊ້ກົດໝາຍສັດນໍ້າ ແລະ ສັດປ່າ ໂດຍການເປັນປະທານກອງປະຊຸມຮ່ວມຂອງທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ຮອງປະທານອົງການກວດກາລັດຖະບານ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ບັນດາຮອງເຈົ້າແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າກົມ, ຮອງຫົວໜ້າກົມຈາກຂະແໜງການທີ່ກ່ຽວຂ້ອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ອົງການໄອຍະການແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ກອງຄຸ້ມຄອງພາສີປະຈໍາແຂວງ ແລະ ວິຊາການຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມຜູ້ເຂົ້າຮ່ວມທັງໝົດ 236 ທ່ານ (ຍິງ 23 ທ່ານ).
ຈຸດປະສົງຂອງກອງປະຊຸມ: 1) ເພື່ອປຶກສາຫາລືວຽກງານການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ, ຕີລາຄາຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ມາດຕະການທີ່ຈະຕ້ອງປະຕິບັດໃນຕໍ່ໜ້າ. 2) ເຜີຍແຜ່ບາງມາດຕາ ທີ່ສໍາຄັນ ແລະ ກ່ຽວຂ້ອງຂອງກົດໝາຍປ່າໄມ້ສະບັບປັບປຸງທີ່ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 2019.
ຂຽນໂດຍ: ອຳຄາ
ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ
ກົມກວດກາປ່າໄມ້, ວັນທີ 08 ມັງກອນ 2020
ຄະນະທີມງານ ຈາກກົມກວດກາປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ແຂວງ ຫົວພັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດ ໝາຍສັດນ້ຳ ແລະ ສັດປ່າ ຂອງໂຄງການ LEN2 ຢູ່ແຂວງຫົວພັນ ໃນລະຫວ່າງວັນທີ 29 ກໍລະກົດ ຫາ 06 ສິງຫາ 2017.
ໃນວັນທີ 31 ກໍລະກົດ 2017 ທີມງານ ຈາກກົມກວດກາປ່າໄມ້ ນຳໂດຍທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍຄະນະທີມງານ ເຂົ້າພົບ ແລະ ເຮັດວຽກນຳ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍສັດນ້ຳ ແລະ ສັດປ່າ ຂອງໂຄງການ LEN2 ແລະ ໂຄງການ CliPAD.
ຈາກນັ້ນ, ໃນເວລາ 10:30 ເຊົ້າ ຄະນະທີມງານ ກໍ່ໄດ້ເຂົ້າພົບ ແລະ ເຮັດວຽກຮ່ວມກັບຫ້ອງວ່າການປົກຄອງແຂວງ ແຂວງຫົວພັນ ເພື່ອລາຍງານໃຫ້ຫົວໜ້າຫ້ອງວ່າການ ຮັບຊາບກ່ຽວກັບຈຸດປະສົງທີ່ທາງຄະນະທີມງານໄດ້ລົງມາເຮັດວຽກພາຍໃນແຂວງຄັ້ງນີ້, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດວຽກງານໂຄງການ CliPAD ແລະ ໂຄງການ LEN2 ໃນຄັ້ງນີ້.
ໃນຕອນບ່າຍ ຂອງວັນດຽວກັນ ຄະນະທີມງານຈາກກົມກວດກາປ່າໄມ້ ໄດ້ເຂົ້າພົບ ແລະ ເຮັດວຽກນຳ ຄະນະກອງກວດກາປ່າໄມ້ແຂວງຫົວພັນ ພ້ອມນັ້ນ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ວຽກງານການບັງຄັບໃຊ້ກົດໝາຍຂອງ ສອງໂຄງການດັ່ງກ່າວ ຈາກຄະນະກອງ ເຊິ່ງບາງຕອນ ທາງຄະ ນະກອງ ແມ່ນໄດ້ຍົກໃຫ້ເຫັນເຖິງຜົນງານ ດ້ານດີ-ດ້ານອ່ອນ ຂອງການຈັດຕັ້ງປະຕິບັດວຽກງານໂຄງ ການ ດັ່ງລາຍລະອຽດລຸ່ມນີ້:
- ດ້ານດີ: ພາຍຫຼັງທີ່ໄດ້ຮັບທຶນສະໜັບສະໜູນຈາກ 2 ໂຄງການດັ່ງກ່າວ ເຮັດໃຫ້ສະພາບຊັບພະ ຍາກອນປ່າໄມ້ຂອງບັນດາບ້ານຈຸດສຸມຂອງໂຄງການ ມີຄວາມອຸດົມສົມບູນຂຶ້ນ ແລະ ການຈັດຕັ້ງປະ ຕິບັດວຽກງານຂອງເຈົ້າໜ້າທີ່ປ່າໄມ້ແຂວງ ແມ່ນໄດ້ຮັບໝາກຜົນ ແລະ ມີປະສິດທິພາບສູງຂຶ້ນ. ນອກຈາກນັ້ນ ໂຄງການ CliPAD ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງການ ກອງກວດກາປ່າໄມ້ປະຈຳແຂວງຫົວພັນຕື່ມອີກ.
- ດ້ານອ່ອນ: ຍັງມີປະຊາຊົນບາງຈຳນວນ ຍັງບໍ່ທັນເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືຢ່າງເຕັມສ່ວນກັບ 2 ໂຄງການດັ່ງກ່າວ.
ຫຼັງຈາກນັ້ນ, ທາງຄະນະທີມງານ ໄດ້ໃຫ້ທິດຊີ້ນຳແກ່ກອງກວດກາປ່າໄມ້ແຂວງຫົວພັນ ເພື່ອເພີ່ມທະວີ ແລະ ເອົາໃຈໃສ່ໃນການຄຸ້ມຄອງຈັດຕັ້ງປະຕິບັດວຽກງານຂອງ ສອງໂຄງການດັ່ງກ່າວ ໃຫ້ເປັນຮູບປະທຳຕື່ມອີກ ພ້ອມດຽວກັນນັ້ນ ກໍ່ເພື່ອແນໃສ່ ການນຳໃຊ້ທຶນຊ່ວຍເຫຼືອໃຫ້ໄດ້ຮັບປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.
ຈາກນັ້ນ, ໃນຄັ້ງວັນທີ 01 ສິງຫາ 2017 ຄະນະຊຸກຍູ້ ໄດ້ລົງຊຸກຍູ້ ແລະ ເຮັດວຽກນຳຫ້ອງການກະສິກຳປ່າໄມ້ ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງເປັນເມືອງເປົ້າໝາຍຂອງ ສອງໂຄງການຄື: ໂຄງ ການ LEN2 ແລະ ໂຄງການ CliPAD. ເຊິ່ງສອງໂຄງການດັ່ງກ່າວ ແມ່ນໄດ້ໃຫ້ທຶນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດກິດຈະກຳ ຕາມແຜນວຽກຂອງໂຄງການໃນບ້ານເປົ້າໝາຍ ນອກນັ້ນ, ໂຄງການ CliPAD ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການປັບປຸງຫ້ອງການກະສິກຳປ່າໄມ້ ເມືອງຊຳເໜືອອີກຈຳນວນໜຶ່ງ.
ໃນຄັ້ງວັນທີ 02 ສິງຫາ 2017 ຄະນະທີມງານ ໄດ້ສືບຕໍ່ ລົງຊຸກຍູ້ ແລະ ເຮັດວຽກນຳຫ້ອງການກະສິກຳປ່າໄມ້ ເມືອງຫົວເມືອງ ແຂວງຫົວພັນ ເຊິ່ງເປັນເມືອງໜຶ່ງທີ່ນອນໃນເປົ້າໝາຍຂອງໂຄງການ CliPAD, ໃນໄລຍະຜ່ານມາ ທາງໂຄງການກໍ່ໄດ້ໃຫ້ທຶນຊ່ວຍເຫຼືອໃນຫຼາຍດ້ານເຊັ່ນ: ດ້ານການປະຕິບັດກິດຈະກຳການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ການຕ້ານການຄ້າຂາຍສັດນ້ຳ ແລະ ສັດປ່າ, ໃຫ້ທຶນຊ່ວຍເຫຼືອໃນການປັບປຸງ ແລະ ຕໍ່ເຕີມຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົວເມືອງ.
ໃນຄັ້ງວັນທີ 04 ສິງຫາ 2017 ຄະນະທີມງານ ຈາກກົມກວດກາປ່າໄມ້ ນຳໂດຍ ທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າ ກົມກວດກາປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານປະຈຳປີ ກ່ຽວກັບການປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າ ຢູ່ຂອບເຂດຊາຍແດນ 2 ແຂວງ ລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ (ກອງກວດກາປ່າໄມ້ ແຂວງຫົວພັນ) ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງແທັງຮ່ວາ (ກອງປ້ອງກັນປ່າໄມ້ ແຂວງແທັງຮ່ວາ ສສ ຫວຽດນາມ). ເຊິ່ງກອງປະຊຸມສັນຍາຮ່ວມມືດັ່ງກ່າວ ແມ່ນໄດ້ລິເລີ່ມມາແຕ່ປີ 2009, ໃນແຕ່ລະປີ ແມ່ນໄດ້ຜັດປ່ຽນກັນເປັນເຈົ້າພາບ ປີລະ 1 ຄັ້ງ ແລະ ພ້ອມກັນສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກວດກາປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ ພ້ອມດຽວກັນນັ້ນ ກໍ່ໄດ້ຮ່ວມກັນວາງແຜນໃນໜຶ່ງປີຕໍ່ໜ້າ.
ຂຽນໂດຍ: ກອນລະສັກ ພົນລະວົງ
ກວດແກ້ໂດຍ: ທ່ານ ອຸ່ນ ອິນທິສານ
ກົມກວດກາປ່າໄມ້, ວັນທີ 17 ສິງຫາ 2017
ຄວາມຄິດເຫັນລ່າສຸດ