Get Adobe Flash player
ນະຄອນຫຼວງວຽງຈັນ
Mar 19, 2024 - Tue
Vientiane, LA
31°C
scattered clouds
scattered clouds
4 m/s, ESE
67%
760.56 mmHg
tue03/19 wed03/20 thu03/21 fri03/22 sat03/23
light rain
30/24°C
overcast clouds
30/26°C
scattered clouds
32/28°C
light rain
35/28°C
scattered clouds
38/32°C
ຫຼວງພະບາງ
Mar 19 - Tue
Vientiane, LA
31°C scattered clouds
Day Cond. Temp.
tue 03/19
light rain
30/24°C
wed 03/20
overcast clouds
30/26°C
thu 03/21
scattered clouds
32/28°C
fri 03/22
light rain
35/28°C
sat 03/23
scattered clouds
38/32°C
ຈຳປາສັກ
Mar 19 - Tue
Vientiane, LA
31°C scattered clouds
Day Cond. Temp.
tue 03/19
light rain
30/24°C
wed 03/20
overcast clouds
30/26°C
thu 03/21
scattered clouds
32/28°C
fri 03/22
light rain
35/28°C
sat 03/23
scattered clouds
38/32°C

ທ່ານ ຫົວໜ້າກົມກວດກາປ່າໄມ້ ລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ.

ໃນຄັ້ງວັນທີ 02 ຫາ 06 ຕຸລາ 2023 ທີມງານຈາກກົມກວດກາປ່າໄມ້ ນໍາໂດຍ ທ່ານ ຄໍາພອນ ມຸນລະໄມ ຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍ ບັນດາ ຄະນະພະແນກອ້ອມຂ້າງ ແລະ ເຈົ້າໜ້າທີ່ປ່າໄມ້ ລວມທັງໝົດ ຈໍານວນ 09 ທ່ານ.
ໄດ້ລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ໂດຍສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ, ກອງກວດກາປ່າໄມ້ ແຂວງຄໍາມ່ວນ, ຫ້ອງການກະສິກໍາປ່າໄມ້ ເມືອງຫີນບູນ, ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ, ອຸທິຍານແຫ່ງຊາດຫີນໜາມໜໍ່, ເພື່ອນໍາສົ່ງ ເຈົ້າໜ້າທີ່ປ່າໄມ້ ໄປປະຈໍາຢູ່ 2 ເຂດອຸທິຍານ, ພ້ອມທັງ ລົງໂຄສະນາ ເຜີຍແຜ່ກົດໝາຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າສັດປ່າ ແລະ ນິຕິກໍາທີ່ກ່ຽວຂ້ອງກັບວຽກງານກວດກາປ່າໄມ້ ຢູ່ ບັນດາບ້ານ ທີ່ຕິດພັນກັບປ່າສະຫງວນພູຫີນປູນ ມີຄື : ບ້ານຫົວນາ, ຫ້ວຍຊາຍ, ນາຄື ແລະ ທ່າໜີ.
ເພື່ອເຮັດໃຫ້ ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນ ແລະ ນັກຮຽນ ຮັບຮູ້ ເຂົ້າໃຈກົດໝາຍ ຄໍາສັ່ງ ແລະ ລະບຽບການທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍປ່າໄມ້ ຢ່າງທົ່ວເຖິງ ໃນສັງຄົມ.

ກອງປະຊຸມ ຂັ້ນຄະນະຊີ້ນໍາ, ເພື່ອປຶກສາຫາລື ແລະ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນການສ້າງຮ່າງ ດໍາລັດ ປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ໃນຄັ້ງວັນທີ 14 ກັນຍາ 2023 ກົມກວດກາປ່າໄມ້ ໄດ້ ຈັດກອງປະຊຸມ ຂັ້ນຄະນະຊີ້ນໍາ, ເພື່ອປຶກສາຫາລື ແລະ ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຕໍ່ເນື້ອໃນການສ້າງຮ່າງ ດໍາລັດ ປັບໃໜ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໂດຍໃຫ້ກຽດ ເປັນປະທານ ຂອງທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີຫົວໜ້າກົມ, ຮອງຫົວໜ້າກົມກວດກາປ່າໄມ້, ກົມປ່າໄມ້, ຫ້ອງ ການກະຊວງ, ຕາງໜ້າສໍານັກງານນາຍົກ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ, ກົມຕໍາຫຼວດສິ່ງແວດລ້ອມ ແລະ ບັນດາຫົວໜ້າພະແນກ ຮອງຫົວໜ້າພະແນກ ພ້ອມດ້ວຍ ເຈົ້າໜ້າທີ່ປ່າໄມ້ ຕາມ ຂໍ້ຕົກລົງ ສະບັບ ເລກທີ 0338/ກປ, ລົງວັນທີ 02 ມີນາ 2021 ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ.
ການສ້າງຮ່າງດໍາລັດສະບັບນີ້ ແມ່ນ ຜັນຂະຫຍາຍເປັນນິຕິກຳ ໃຕ້ກົດໝາຍ ຈາກ ມາດຕາ 170, 166, 131 ຂອງກົດໝາຍ ວ່າດ້ວຍປ່າໄມ້ ມາ ເປັນ ນິຕິກຳສະເພາະ ຂອງວຽກງານກວດກາປ່າໄມ້ ໃນການກະກຽມ ສະເໜີ ຮ່າງດຳລັດ ດັ່ງກ່າວ ເຂົ້າໃນວາລະກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ພະຈິກ 2023.

ກອງປະຊຸມແລກປ່ຽນບົດຮຽນ

ໃນຄັ້ງວັນທີ 04 ຫາ 07 ກັນຍາ 2023 ຄະນະຜູ້ແທນ ນໍາພາໂດຍ ທ່ານ ຄໍາພອນ ມູນລະໄມ ຫົວໜ້າກົມກວດກາປ່າໄມ້ພ້ອມດ້ວຍ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້, ຫົວໜ້າກອງກວດກາປ່າໄມ້ ແຂວງຈໍາປາສັກ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້, ໜ່ວຍງານກວດກາປ່າໄມ້ເມືອງ, ຫົວໜ້າພະແນກກວດກາປ່າໄມ້ ແລະ ທີ່ດິນປ່າໄມ້, ຫົວໜ້າພະແນກກວດກາສັດນໍ້າ, ສັດປ່າ ແລະ ເຄື່ອງປ່າຂອງດົງ ແລະ ເຈົ້າໜ້າທີ່ປ່າໄມ້ ທັງໝົດ ຈໍານວນ 19 ທ່ານ.
ກອງປະຊຸມແລກປ່ຽນບົດຮຽນ ທີ່ ຣາຊະອານາຈັກໄທ ໂດຍການ ຕ້ອນຮັບ ຂອງທ່ານ ອັດທະພົນ ຈະເລີນຈັນຊາ ຫົວໜ້າກົມອຸທິຍານແຫ່ງຊາດ ສັດປ່າ ແລະ ພືດພັນປ່າ ແຫ່ງປະເທດໄທ ພ້ອມດ້ວຍທີມງານ.
ຈຸດປະສົງຂອງກອງປະຊຸມ ເພື່ອເປັນການຮຽນຮູ້, ເສີມສ້າງ ແລະ ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບນະໂຍບາຍຂອງສອງປະເທດໃນການຈັດຕັ້ງປະຕິບັດ ວຽກງານການບັງຄັບໃຊ້ກົດໝາຍ, ຕ້ານ ແລະ ສະກັດກັ້ນ ການລັກລອບຕັດໄມ້ ແລະ ການຄ້າຂາຍໄມ້ ທີ່ຜິດກົດໝາຍ ແລະ ເສີມສ້າງສາຍພົວພັນອັນໜັກແໜ້ນ ແລະ ການຮ່ວມມືລະຫວ່າງສອງປະເທດ.

ຝຶກອົບຮົມວຽກງານດໍາເນີນຄະດີ ກ່ຽວກັບ ຊັບພະຍາກອນປ່າໄມ້

ຝຶກອົບຮົມວຽກງານດໍາເນີນຄະດີ ກ່ຽວກັບ ຊັບພະຍາກອນປ່າໄມ້ ຊຶ່ງໄດ້ຈັດຂຶ້ນ ໃນຄັ້ງວັນທີ 07 ຫາ 10 ສິງຫາ 2023 ໂດຍການເປັນປະທານ ຂອງ ທ່ານ ຄໍາພອນ ມູນລະໄມ ຫົວໜ້າກົມກວດກາປ່າໄມ້, ມີຕາງໜ້າຫົວໜ້າພະແນກ, ຮອງຫົວໜ້າພະແນກ ອ້ອມຂ້າງ, ຕາງໜ້າກອງກວດກາປ່າໄມ້ນະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ 5 ຕົວເມືອງ ຄື: ເມືອງໄຊທານີ, ເມືອງສັງທອງ, ເມືອງນາຊາຍທອງ, ເມືອງປາກງື່ມ ແລະ ເມືອງສີໂຄດຕະບອງ, ພະນັກງານ, ຊ່ຽວຊານ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ(UNODC) ແລະ ເຈົ້າໜ້າທີ່ປ່າໄມ້ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 04 ທ່ານ.

ຈຸດປະສົງ ຂອງການຈັດຝຶກອົບຮົມ ໃນຄັ້ງນີ້ ແມ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ປ່າໄມ້ ກ່ຽວກັບວຽກງານສືບສວນ-ສອບສວນ ອາຊະກໍາສັດປ່າ ແລະ ຕິດຕາມກວດກາກິດຈະການ ແລະ ດໍາເນີນທຸລະກິດກ່ຽວກັບສັດປ່າ.

ກອງປະຊຸມ ສະຫຼຸບວຽກງານ ໂຄງການສະໜັບສະໜູນ ເພື່ອສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ໄລຍະ II.

ກອງປະຊຸມ ໄດ້ຈັດຂຶ້ນ ໃນຄັ້ງວັນທີ 19 ກໍລະກົດ 2023 ທີ່ ເມືອງວັງວຽງ ແຂວງວຽງຈັນ ໂດຍ ການເປັນປະທານຮ່ວມ ຂອງ ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ແລະ ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ (WCS Laos) ມີຕາງໜ້າ ພະແນກແຜນການຮ່ວມມື ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ ແລະ ປ່າໄມ້, ຕາງໜ້າພະແນກ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ກະຊວງການຕ່າງປະເທດ, ບັນດາທ່ານ ຜູ້ຕາງໜ້າ ຈາກກອງກວດກາປ່າໄມ້ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງນະຄອນຫຼວງ ພ້ອມດ້ວຍ ຄະນະພະແນກອ້ອມຂ້າງກົມກວດກາປ່າໄມ້, ພະນັກງານ, ຊ່ຽວຊານອົງການ ແລະ
ເຈົ້າໜ້າທີ່ປ່າໄມ້ ຊຶ່ງມີ ຜູ້ເຂົ້າຮ່ວມທັງໝົດ 30 ທ່ານ ເປັນຍິງ 09 ທ່ານ.
ກອງປະຊຸມໃນ ຄັ້ງນີ້ ແມ່ນເພື່ອລາຍງານຄວາມຄືບໜ້າຜົນຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ທັງປະເມີນຄືນຜົນການຈັດຕັ້ງປະຕິບັດກິດຈະກໍາ 06 ເດືອນຕົ້ນປີ 2023 ແລະທິດທາງ ແຜນການ 06 ເດືອນທ້າຍປີ ເພື່ອກະກຽມສ້າງຄູ່ມືຂັ້ນຕອນການເກັບກໍາ ແລະ ຄຸ້ມຄອງຫຼັກ ຖານສັດປ່າ ໃນການນໍາໃຊ້ ເປັນເຄື່ອງມືໃຫ້ແກ່ ເຈົ້າໜ້າທີ່ປ່າໄມ້ ໃນຂອບເຂດທົ່ວປະເທດ.

ກອງປະຊຸມສ້າງຄວາມເຂົ້າໃຈດ້ານເຕັກນິກວິຊາການ ແລະ ສາທິດຕົວຈິງໃນການຊ່ວຍເຫຼືອສັດປ່າ

ຊຸດຝຶກອົບຮົມເຕັກນິກການຊ່ວຍເຫຼືອສັດປ່າ ແລະ ວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ຈັດຂຶ້ນລະຫວ່າງວັນທີ 3-4 ກໍລະກົດ 2023 ທີ່ມູນນິທິອະນຸຮັກສັດປ່າລາວ (ເມືອງທຸລະຄົມ ແຂວງວຽງຈັນ) ເປັນປະທານໂດຍ ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ມີບັນດາຮອງຫົວໜ້າກອງກວດກາປ່າໄມ້ແຂວງອຸດົມໄຊ ຄຳມ່ວນ ສາລະວັນ ເຊກອງ ອັດຕະປື ພ້ອມດ້ວຍເຈົ້າໜ້າທີ່ປ່າໄມ້ ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 09 ທ່ານ.
ທ່ານ ສຸນັນທາ ຈຸນລະມະນີ ກ່າວວ່າ: ຈຸດປະສົງຂອງຊຸດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມເຂົ້າໃຈສ້າງຄວາມສາມາດ ພ້ອມທັງຖ່າຍທອດບົດຮຽນດ້ານເຕັກນິກວິຊາການທັງພາກທິດສະດີ ແລະ ພາກປະຕິບັດການສາທິດຕົວຈິງໃນການຊ່ວຍເຫຼືອສັດປ່າ ການຈັດການ ແລະ ເບິ່ງແຍງຮັກສາສັດປ່າໃຫ້ມີຄວາມປອດໄພໃນການກູ້ໄພສັດປ່າ ສ້າງຄວາມເຂົ້າໃຈກ່ຽວກັບພະຍາດຕິດຕໍ່ຈາກສັດສູ່ຄົນ ແລະ ວິທີການຫຼຸດຜ່ອນການແຜ່ເຊື້ອພະຍາດ ການດຳເນີນຄະດີສັດນ້ຳ ແລະ ສັດປ່າ ນອກຈາກນີ້ ຍັງຈະໄດ້ເປີດກວ້າງສົນທະນາ ປຶກສາຫາລື ກ່ຽວກັບຜົນສໍາເລັດໃນການລະດົມ ຫຼື ຍຶດສັດ ປ່າໃນໄລຍະຜ່ານມາ. ໃນຊຸດຝຶກອົບຮົມຄັ້ງນີ້ໄດ້ຮຽນຮູ້ມາດຕະການດ້ານສະຫວັດດີການສັດປ່າ ຂັ້ນຕອນການກູ້ໄພ ບຳບັດ ຟື້ນຟູ ແລະ ປ່ອຍສັດປ່າຊະນິດພັນທີ່ຖືກຄ້າ ຂາຍທົ່ວໄປ ບັນຊີໄຊເຕັດ ແລະ ບັນຊີສັດປ່າປະເພດຫວງຫ້າມຂອງລາວທີ່ ເປັນມູລິມະສິດໃນການຊ່ວຍ ເຫຼືອເບິ່ງແຍງ ແລະ ຈັດການພະຍາດທີ່ຕິດ ຈາກສັດສູ່ຄົນ ວິທີຮັກສາຄວາມປອດໄພ ປຶກສາຫາລືວິທີປັບປຸງໃຫ້ອັດຕາການຍຶດສັດປ່າ ຫຼືຊ່ວຍ ເຫຼືອສັດປ່າ ການກະທຳຜິດທາງອາດຍາກ່ຽວ ກັບສັດປ່າ ແລະ ການລົງໂທດທາງກົດໝາຍຕໍ່ຜູ້ກະທຳຜິດ ແລະ ອື່ນໆ ນອກຈາກນີ້ໃນພິທີໄດ້ມອບອຸປະກອນເພື່ອກູ້ໄພສັດປ່າໃຫ້ແກ່ກອງກວດ ກາປ່າໄມ້ 5 ແຂວງຄື ແຂວງອຸດົມໄຊຄໍາມ່ວນ ສາລະວັນ ເຊກອງ ແລະ ແຂວງອັດຕະປື ອີກດ້ວຍ.

ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານຝຶກອົບຮົມການຈໍາແນກ ຊະນິດພັນໄມ້ ແລະ ວິໄຈໄມ້
ທີ່ຮາໂນ່ຍ ສສ ຫວຽດນາມ.

ໃນລະຫວ່າງວັນທີ 6-8 ມິຖຸນາ 2023 ຕ່າງຫນ້າກົມກວດກາປ່າໄມ້ ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບເຕັກນິກການຈໍາແນກຊະນິດພັນໄມ້ ແລະວິໃຈເນື້ອໄມ້ ທີ່ສະຖານບັນຄົ້ນຄົ້ວາປ່າໄມ້ຫວຽດນາມ VAFS ແລະ ໄດ້ເຂົ້າຮ່ວມຢ້ຽມຢາມ ກົມປ້ອງກັນປ່າໄມ້ FPD ແລະ ຫ້ອງການໂຄງການ GIZ ຈຸດປະສົງແມ່ນເພື່ອແລກປ່ຽນບົດຮຽນ ແລະ ຖອນຖອນບົດຮຽນຈາກພາກສ່ວນດັ່ງກ່າວ. ຕ່າງຫນ້ານໍາພາໂດຍທ່ານ ສຸບັນ ສຸທໍາມະວົງ ຮອງຫົວຫນ້າພະແນກສືບສວນ ແລະ ສອບສວນ ກົມກວດກາປ່າໄມ້ ໂດຍມີ ຮອງຫົວຫນ້າພະແນກກວດກາປ່າໄມ້ ແລະ ທີ່ດີນປ່າໄມ້ ແລະ ພະນັກງານວິຊາການ ຈໍານວນ 07 ທ່ານ , ຍີງ 01 ທ່ານ, ອາຈານຈາກຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 02 ທ່ານ ແລະ ທີ່ປຶກສານໂຄງການ 01 ທ່ານ, ໂດຍໄດ້ຮັບການສະຫນັບສະຫນູນຈາກກົມປ່າໄມ້,ສະຫະລັດອາເມຣິກາ VSFS-IP.

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V, ພິທີມອບ-ຮັບ ບັດສະມາຊິກພັກ ແລະ ການປະກາດການຈັດຕັ້ງ ພາຍໃນກົມກວດກາປ່າໄມ້ ທີ່ຫ້ອງປະຊຸມ ກົມປ່າໄມ້.

ໃນວັນທີ 16 ມິຖຸນາ 2023 ກົມກວດກາປ່າໄມ້ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ເອກະສານ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ການກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ພິທີ ມອບບັດສະມາ ຊິກພັກ ແລະ ປະກາດການຈັດຕັ້ງ ໂດຍການເປັນປະທານ ຂອງ ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ເຊິ່ງມີ ທ່ານຮອງຫົວໜ້າກົມ, ຫົວໜ້າ ແລະ ຮອງພະແນກ ພ້ອມດ້ວຍ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດຈຳນວນ 44 ທ່ານ, ຍິງ 11 ທ່ານ ແລະ ມີຕາງໜ້າຈາກ ກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມປ່າໄມ້, ກະຊວງກະສິ ແລະ ປ່າໄມ້ ເຂົ້າຮ່ວມນຳ.

ໃນກອງປະຊຸມ ໄດ້ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ມະຕິ ຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ການຍົກສູງຄຸນນະພາບ ວຽກງານ ການເມືອງ-ແນວຄິດ ສະບັບເລກທີ 206/ກມສພ, ລົງວັນທີ 07 ທັນວາ 2020 ແລະ ບົດຄຳເຫັນຊີ້ນຳ ຂອງສະຫາຍເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານ ການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໂດຍ ສະຫາຍ ສຸນັນທາ ຈຸນລະມະນີ ຮອງເລຂາຄະນະພັກຮາກຖານ, ວ່າການຫົວໜ້າກົມກວດກາປ່າໄມ້; ເຜີຍແຜ່ເຊື່ອມຊຶມ ກ່ຽວກັບ ຄຳສັ່ງ ວ່າດ້ວຍ ການເພີ່ມທະວີ ກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ສະບັບເລກທີ 01/ກມສພ, ລົງວັນທີ 03 ມັງກອນ 2018 ໂດຍ ສະຫາຍ ຄຳເຝືອ ສິຣິວົງ ຄະນະພັກຮາກຖານ, ຮອງຫົວໜ້າກົມກວດກາປ່າໄມ້; ແລະ ເຜີຍແຜ່ເຊື່ອມຊຶມ ຄຳແນະນຳ ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງ ຂອງກົມການເມືອງສູນການພັກ ວ່າດ້ວຍ ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ພ້ອມທັງ ແຈ້ງແຜນດຳເນີນງານ ການສະຫຼຸບຕີລາຄາປະເມີນຜົນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຂອງຄະນະພັກຮາກຖານ ກົມກວດກາປ່າໄມ້ ປະຈຳປີ 2023 ໂດຍ ສະຫາຍ ຄຳແຫວນ ແກ້ວມະນີວົງ ຄະນະພັກຮາກຖານກົມກວດກາປ່າໄມ້.

ຈາກນັ້ນ ໄດ້ມີພິທີ ມອບ-ຮັບ ບັດສະມາຊິກພັກ ໃຫ້ແກ່ ສະມາຊິກພັກສົມບູນ ຈຳນວນ 10 ສະຫາຍ ໂດຍການມອບບັດ ຂອງ ສະຫາຍ ສຸນັນທາ ຈຸນລະມະນີ ຮອງເລຂາຄະນະພັກຮາກຖານ, ວ່າການຫົວໜ້າກົມກວດກາປ່າໄມ້ ແລະ ວາລະສຸດທ້າຍ ໄດ້ມີພິທີ ປະກາດການຈັດຕັ້ງ ພາຍໃນກົມກວດກາປ່າໄມ້ ໂດຍການປະກາດ ຂອງທ່ານ ສົມສະເໝີ ດວງດາວົງ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ, ກົມຈັດຕັ້ງ ແລະ ພະນັກງານ. ຊຶ່ງໄດ້ແຕ່ງຕັ້ງ ແລະ ບົ່ງໂຕແຕ່ງຕັ້ງບັນດາສະຫາຍ ຄື :

  1. ສະຫາຍ ຄໍາເພັດ ແກ້ວສຸວັນ  ເປັນຮອງເລຂາໜ່ວຍພັກ ບໍລິຫານ ແລະ ແຜນການ;

2. ສະຫາຍ ບີ້ ອາໄພໂສ  ເປັນຄະນະໜ່ວຍພັກກວດກາປ່າໄມ້, ທັງເປັນຜູ້ກວດກາ ໜ່ວຍພັກ;

3. ສະຫາຍ ຄໍາຜາຍ ຈັນທະວົງ   ເປັນຮອງຫົວໜ້າພະແນກກວດກາປ່າໄມ້ ແລະ ທີ່ດິນປ່າໄມ້;

4. ສະຫາຍ ພູພະລານໄຊ ດີເລີດ  ຮອງຫົວໜ້າພະແນກ ທັງເປັນ ຄະນະໜ່ວຍພັກບໍລິຫານ ແລະ ແຜນການ.

ທ້າຍສຸດ ສະຫາຍ ສຸນັນທາ ຈຸນລະມະນີ ຮອງເລຂາຄະນະພັກຮາກຖານ, ວ່າການຫົວໜ້າ ກົມກວດກາປ່າໄມ້; ປະທານກອງປະຊຸມ ໄດ້ໃຫ້ມີທິດຊີ້ນຳ ຕໍກັບການເຜີຍແຜ່ເອກະສານ, ການມອບບັດສະມາຊິກພັກ ແລະ ການສະເໜີແຕ່ງຕັ້ງບຸກຄະລາກອນດັ່ງກ່າວ.

ພິທີ ມອບ-ຮັບສິ້ນສ່ວນສັດປ່າ ແລະ ຜະລິດຕະພັນງາຊ້າງ ພາຍຫຼັງສິ້ນສຸດການດໍາເນີນຄະດີ

ໃນລະຫວ່າງວັນທີ 05 ຫາ 09 ມິຖຸນາ 2023 ຄະນະທິມງານ ຈາກ ກົມກວດກາປ່າໄມ້ ແລະ ກົມປ່າໄມ້ ຕາມຂໍ້ຕົກລົງ ​ເລກທີ 2667/ກປ ນຳໂດຍ ທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ໄດ້ລົງປະສານສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຫຼວງພະບາງ ໃນການຊຸກຍູ້ ຕິດຕາມ ການມອບ-ຮັບ ສິ້ນສ່ວນສັດປ່າ ແລະ ຜະລິດຕະພັນງາຊ້າງ ທີ່ເປັນຂອງກາງ ພາຍຫຼັງທີ່ສິ້ນສຸດການດຳເນີນຄະດີ ຈຳນວນ 05 ຄະດີ. ໃນການລົງເຮັດວຽກ ຄະນະທີມງາມ ໄດ້ເຂົ້າພົບ ທ່ານຮອງເຈົ້າແຂວງໆ ຫຼວງພະບາງ, ປະທານກວດສອບພາກເໜືອ ຫົວໜ້າ ພະແນກ ຍຸຕິທຳແຂວງ, ຫົວໜ້າ ພະແນກ ການເງີນແຂວງ ແລະ ຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ເພື່ອປຶກສາຫາລື ຂໍຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ແລະ ຊຸກຍູ້ໃຫ້ບັນດາພາກສ່ວນກ່ຽວຂ້ອງ ມອບຂອງກາງ ຈຳນວນດັ່ງກ່າວ ໃຫ້ສູນກາງເປັນຜູ້ຄຸ້ມຄອງ.

ຜ່ານການປະສານສົມທົບ ແລະ ປຶກສາຫາລືຮ່ວມກັບ ທຸກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໃນວັນທີ 09ມີຖຸນາ 2023 ຈິ່ງໄດ້ຈັດພິທີ ມອບ-ຮັບ ສິ້ນສ່ວນສັດປ່າ ແລະ ຜະລິດຕະພັນງາຊ້າງ ທີ່ເປັນຂອງກາງ ຈຳນວນ 05 ຄະດີ ມີທັງໝົດ 1.288 ອັນ, ນ້ຳໜັກ 34,40 ກິໂລກຼາມ ຂື້ນທີ່ຫ້ອງປະຊຸມ ຂອງ ພະແນກ ກະສິກຳ ແລະ ປ່າໄມ້ ຕາງໜ້າມອບໂດຍ ທ່ານ ສົມອົກ ຫົວໜ້າ ກອງກວດກາປ່າໄມ້ປະຈຳແຂວງ ແລະ ຕາງໜ້າຮັບໂດຍ ທ່ານ ແກ້ວພູວົງ ຈັນທະປັນຍາ ຫົວໜ້າພະແນກ ຄຸ້ມຄອງສັດປ່າ ແລະ ສົນທິສັນຍາ CITES ໂດຍການເປັນສັກຂີພະຍານ ຂອງທ່ານ ສຸນັນທາ ຈຸນລະມະນີ ວ່າການຫົວໜ້າກົມກວດກາປ່າໄມ້ ແລະ ທ່ານ ບຸນມີ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຫຼວງພະບາງ ພ້ອມດ້ວຍຄະນະເຂື່ອຄ່າຍບັງຄັບໃຊ້ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ຂັ້ນແຂວງ (P-WEN) ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງຫຼວງພະບາງເຂົ້າຮ່ວມ.

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ