Get Adobe Flash player
ນະຄອນຫຼວງວຽງຈັນ
Mar 26, 2023 - Sun
Vientiane, LA
33°C
smoke
smoke
1 m/s, N
49%
756.81 mmHg
sun03/26 mon03/27 tue03/28 wed03/29 thu03/30
clear sky
34/32°C
scattered clouds
37/31°C
light rain
35/27°C
light rain
37/27°C
light rain
37/33°C
ຫຼວງພະບາງ
Mar 26 - Sun
Vientiane, LA
33°C smoke
Day Cond. Temp.
sun 03/26
clear sky
34/32°C
mon 03/27
scattered clouds
37/31°C
tue 03/28
light rain
35/27°C
wed 03/29
light rain
37/27°C
thu 03/30
light rain
37/33°C
ຈຳປາສັກ
Mar 26 - Sun
Vientiane, LA
33°C smoke
Day Cond. Temp.
sun 03/26
clear sky
34/32°C
mon 03/27
scattered clouds
37/31°C
tue 03/28
light rain
35/27°C
wed 03/29
light rain
37/27°C
thu 03/30
light rain
37/33°C

Uncategorized

ພິທີ ມອບ-ຮັບ ໜ້າທີ ລະຫວ່າງ ຫົວໜ້າ ກົມກວດກາປ່າໄມ້ (ຜູ້ເກົ່າ) ແລະ ວ່າການຫົວໜ້າກົມ (ຜູ້ໃໝ່)

ໃນຕອນເຊົ້າ ຂອງວັນທີ 17 ມີນາ 2023, ກົມກວດກາປ່າໄມ້ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ ກົມກວດກາປ່າໄມ້ (ຜູ້ເກົ່າ) ແລະ ວ່າການຫົວໜ້າກົມ (ຜູ້ໃໝ່) ຂຶ້ນທີ່ຫ້ອງປະຊຸມກົມປ່າໄມ້ ໂດຍໄດ້ຮັບກຽດເປັນປະທານ ຂອງຄະນະນຳກະຊວງກະສິກຳ ແລະ ປ່າໄມ້ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.
ໃນກອງປະຊຸມ ກໍ່ໄດ້ມີການລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງກົມ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງຫົວໜ້າກົມກວດກາປ່າໄມ້(ຜູ້ເກົ່າ) ແລະ ໄດ້ມີການເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມ(ຜູ້ເກົ່າ) ທ່ານ ສົມພອນ ແກ້ວຫາວົງ ແລະ ວ່າການຫົວໜ້າກົມ(ຜູ້ໃໝ່) ທ່ານ ສຸນັນທາ ຈຸນລະມະນີ.
ໃນເວລາຕໍ່ມາ ຄະນະນຳກະຊວງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກໍ່ໄດ້ມີການໂອ້ລົມ ແລະ ໃຫ້ຄຳໂອວາດ ແກ່ ວ່າການຫົວໜ້າກົມກວດກາປ່າໄມ້(ຜູ້ໃໝ່) ແລະ ເຈົ້າໜ້າທີ່ປ່າໄມ້ໝົດທຸກຄົນ, ຫຼັງຈາກນັ້ນ ວ່າການຫົວໜ້າກົມກວດກາປ່າໄມ້(ຜູ້ໃໝ່) ກໍ່ໄດ້ກ່າວຮັບຄຳໂອວາດ ຢ່າງເປັນທາງການ.
ພິທີດັ່ງກ່າວ ໄດ້ຊິ້ນສຸດລົງ ໃນຕອນບ່າຍ ເວລາ 12:00 ໂມງຂອງວັນດຽວກັນ.

ພິທີ ມອບ – ຮັບ ຍ້ອງຍໍຜົນງານ 5 ປີ 2016 – 2020 ແລະ ຜ່ານຂໍ້ແຂ່ງຂັນຍ້ອງຍໍ ທີ່ກົມກວດກາປ່າໄມ້.

ໃນຕອນເຊົ້າ ຂອງວັນສຸກ ວັນທີ 03 ມີນາ 2023 ເວລາ 08:30 ໂມງ, ກົມກວດກາປ່າໄມ້ ໄດ້ຈັດພິທີ ມອບ- ຮັບ ຍ້ອງຍໍຜົນງານ 5 ປີ 2016 – 2020 ແລະ ຜ່ານຂໍ້ແຂ່ງຂັນຍ້ອງຍໍຂັ້ນລັດຖະບານ ແລະ ຂັ້ນກະຊວງ ໂດຍການເປັນປະທານ ແລະ ການມອບ-ຮັບ ຂອງທ່ານ ຫົວໜ້າກົມກວດກາປ່າໄມ້.

ໃນພິທີ ມອບ-ຮັບ ດັ່ງກ່າວ ມີພະນັກງານທີ່ໄດ້ຮັບການຍ້ອງຍໍທັງໝົດ ຈຳນວນ 51 ທ່ານ, ຍິງ 13 ທ່ານ, ໃນນັ້ນມີ ຫຼຽນໄຊແຮງງານ ຊັ້ນ I 02 ທ່ານ, ຊັ້ນ II 03 ທ່ານ, ຊັ້ນ III 04 ທ່ານ, ຍິງ 02 ທ່ານ, ຫຼຽນກາແຮງງານ 11 ທ່ານ, ຍິງ 01 ທ່ານ, ຍ້ອງຍໍຂັ້ນລັດຖະບານ 15 ທ່ານ, ຍິງ 05 ທ່ານ, ຍ້ອງຍໍຂັ້ນກະຊວງ 16 ທ່ານ, ຍິງ 05 ທ່ານ ເຊິ່ງໃນນັ້ນມີພະນັກງານທີ່ເຂົ້າຮັບບຳນານແລ້ວ 02 ທ່ານ.

ພິທີດັ່ງກ່າວ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ເນື້ອໃນທີ່ສຳຄັນ, ຫຼັັງຈາກ ພິທີໄດ້ສຳເລັດ ທ່ານຫົວໜ້າກົມໄດ້ໃຫ້ຄຳເຫັນຕໍ່ພິທີ ແລະ ໄດ້ກ່າວປິດພິທີ ໃນເວລາ 11:30 ໂມງ ຂອງວັນດຽວກັນ.

ກອງປະຊຸມຝຶກອົບຮົມ ການນຳໃຊ້ອຸປະກອນ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ອາຊະຍາກຳສັດນ້ຳ, ສັດປ່າ ແລະ ພືດປ່າ ໃນລະຫວ່າງວັນທີ 27 ກຸມພາ ຫາ 1 ມີນາ 2023, ທີ່ແຂວງຄຳມ່ວນ

ໃນລະຫວ່າງວັນທີ 27 ກຸມພາ ຫາ 1 ມີນາ 2023 ກົມກວດກາປ່າໄມ້ ໄດ້ຈັດຝຶກອົບຮົມ ການນຳໃຊ້ອຸປະກອນ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ອາຊະຍາກຳສັດນ້ຳ, ສັດປ່າ ແລະ ພືດປ່າ ໃຫ້ແກ່ໜ່ວຍເຄື່ອນທີໄວຂອງເຈົ້າໜ້າທີ່ປ່າໄມ້ (SoP RRIT) ຢູ່ທີ່ ຫ້ອງປະຊຸມກອງກວດກາປ່າໄມ້ແຂວງຄໍາມ່ວນ. ໂດຍການເປັນຄະນະປະທານຝຶກອົບຮົມ ໂດຍ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 01 ທ່ານ ຕາງໜ້າຈາກກົມກວດກາປ່າໄມ້ 06 ທ່ານ, ເຈົ້າໜ້າທີ່ປ່າໄມ້ ຈາກກອງກວດກາປ່າໄມ້ ແຂວງຄຳມ່ວນ 06 ທ່ານ, ເຈົ້າໜ້າທີ່ປ່າໄມ້ ຈາກກອງກວດກາປ່າໄມ້ ແຂວງບໍລິຄຳໄຊ 05 ທ່ານ, ເຈົ້າໜ້າທີ່ປ່າໄມ້ ຈາກກອງກວດກາປ່າໄມ້ ແຂວງສະຫວັນນະເຂດ 05 ທ່ານ,ກອງກວດກາພາສີ ຈາກແຂວງຄໍາມ່ວນ 01 ທ່ານ, ຈາກແຂວງບໍລິຄໍາໄຊ 01 ທ່ານ ແລະ ແຂວງສະຫວັນນະເຂດ 01 ທ່ານ, ຕໍາຫຼວດສິ່ງແວດລ້ອມ ຈາກແຂວງຄໍາມ່ວນ 01 ທ່ານ, ຈາກແຂວງບໍລິຄໍາໄຊ 01 ທ່ານ ແລະ ແຂວງສະຫວັນນະເຂດ 01 ທ່ານ, ແລະ ຄູຝຶກຈາກອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) 2 ທ່ານ, ພະນັງງານໂຄງການ WWF 2 ທ່ານ.

ຊຶ່ງຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາເຈົ້າໜ້າທີ່ ທີ່ເຂົ້າຮ່ວມຝຶກອົບຮົມ ຮັບຮູ້ເຖິງເຕັກນິກ ແລະ ການວາງແຜນ ການຕິດຕາມ, ກວດກາ, ການສືບສວນ-ສອບສວນ, ການລາຍງານ ແລະ ການສ້າງແຫຼ່ງຂ່າວ ຕໍ່ກັບວຽກງານ ຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າ ແລະ ຍັງໄດ້ຮຽນພາກປະຕິບັດຕົວຈິງ ກ່ຽວກັບການພິສູດອາຊະຍາກຳສັດປ່າ ແລະ ການນຳໃຊ້ອຸປະກອນໃນພາກສະໜາມ.

ກອງປະຊຸມຝຶກອົບຮົມ ການນຳໃຊ້ອຸປະກອນ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ອາຊະຍາກຳສັດນ້ຳ, ສັດປ່າ ແລະ ພືດປ່າ ໃນລະຫວ່າງວັນທີ 14-16 ກຸມພາ 2023, ທີ່ ນະຄອນຫຼວງພະບາງ.

ໃນລະຫວ່າງວັນທີ 14 ຫາ 16 ກຸມພາ 2023 ກົມກວດກາປ່າໄມ້ ໄດ້ຈັດຝຶກອົບຮົມ ການນຳໃຊ້ອຸປະກອນ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກ ງານສະກັດກັ້ນ ອາຊະຍາກຳສັດນ້ຳ, ສັດປ່າ ແລະ ພືດປ່າ ໃຫ້ແກ່ໜ່ວຍເຄື່ອນທີໄວຂອງເຈົ້າໜ້າທີ່ປ່າໄມ້ (SoP RRIT) ຢູ່ທີ່ ຫ້ອງປະຊຸມສັນຕິຣີສອດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ໂດຍການເປັນຄະນະປະທານຝຶກອົບຮົມ ໂດຍ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ແລະ ທ່ານ ບຸນມີ ສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 02 ທ່ານ ຕາງໜ້າຈາກກົມກວດກາປ່າໄມ້, ຄະນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ກອງກວດກາປ່າໄມ້, ກອງກວດກາພາສີ ແລະ ຕໍາຫຼວດສິ່ງແວດລ້ອມ ຈາກແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ຄູຝຶກຈາກອົງການກອງທຶນອະນຸລັກທຳມະຊາດໂລກ ປະຈໍາ ສປປ ລາວ (WWF-Laos).

ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາເຈົ້າໜ້າທີ່ ທີ່ເຂົ້າຮ່ວມຝຶກອົບຮົມ ຮັບຮູ້ເຖິງເຕັກນິກ ແລະ ການວາງແຜນ ການຕິດຕາມ, ກວດກາ, ການສືບສວນ-ສອບສວນ, ການລາຍງານ ແລະ ການສ້າງແຫຼ່ງຂ່າວ ຕໍ່ກັບວຽກງານ ຕ້ານ ແລະ ສະກັດກັ້ນອາຊະຍາກຳສັດປ່າ ແລະ ຍັງໄດ້ຮຽນພາກປະຕິບັດຕົວຈິງ ກ່ຽວກັບການພິສູດອາຊະຍາກຳສັດປ່າ ແລະ ການນຳໃຊ້ອຸປະກອນໃນພາກສະໜາມ.

ກອງປະຊຸມທາງໄກ ກ່ຽວກັບເຕັກນິກ ການສຶບສວນ-ສອບສວນ ເພື່ອຕ້ານ ແລະ ສະກັດກັ້ນອາດສະຍາກຳທີ່່ກ່ຽວຂ້ອງກັບ ການລັກລອບຕັດໄມ້ຜິດກົດໝາຍໃນ ອາຊີ – ໂຄງການຈັດຕັ້ງປະຕິບັດ ຢູ່ໃນ ສປປ ລາວ ຄັ້ງວັນທີ 16 ກຸມພາ 2023 ທີ່ ໂຮງແຮມ ວຽງຈັນພລາຊາ, ນະຄອນຫຼວງວຽງຈັນ.

ໃນຕອນເຊົ້າຂອງວັນທີ 16 ກຸມພາ 2023 ກົມກວດກາປ່າໄມ້ ແລະ ໂຄງການບໍລິການປ່າໄມ້ສາກົນ ຂອງສະຫະລັດ(ກົມປ່າໄມ້ແຫ່ງອາເມຣິກາ (USFS IP) ໄດ້ຈັດກອງປະຊຸມທາງໄກຂຶ້ນ ທີ່ ໂຮງແຮມວຽງຈັນພລາຊາ, ນະຄອນຫຼວງວຽງຈັນ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ໂຄງການ RECOFTC ໂດຍການເປັນປະທານຂອງທ່ານ ຫົວໜ້າກົມກວດກາປ່າໄມ້. ໃນກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 3 ພາກສ່ວນໃຫຍ່ ລວມທັງ ໝົດ ຈຳນວນ 31 ທ່ານ ຄື: ພາກສ່ວນຈາກກົມກວດກາປ່າໄມ້ ຈຳນວນ 23 ທ່ານ, ກອງກວດກາປ່າໄມ້ນະຄອນຫຼວງ ຈຳນວນ 3 ທ່ານ ແລະ ພາກສ່ວນຈາກໂຄງການ ບໍລິການປ່າໄມ້ສາກົນ ຂອງສະຫະລັດ(ກົມປ່າໄມ້ແຫ່ງອາເມຣິກາ (USFS IP) ແລະໂຄງການ RECOFTC ຈຳນວນ 5 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ສ້າງຄວາມອາດສາມາດ ທາງດ້ານເຕັກນິກ ໃນການສືບສວນ-ສອບສວນ ເພື່ອຕ້ານ ແລະ ສະກັດກັ້ນການລັກລອບຕັດໄມ້ ແລະ ຄ້າຂາຍໄມ້ທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ກົມກວດກາປ່າໄມ້ ແລະ ເປັນກາແລກປ່ຽນບົດ ຮຽນ ແລະ ປະສົບການ ລະຫວ່າງຊ່ຽວຊານຈາກ ກົມກວດກາປ່າໄມ້ຂອງລາວ ແລະ ຂອງສະຫະລັດອາເມຣິກາ ໃຫ້ສາມາດປັບເຂົ້າກັນໄດ້ ແລະ ໝູນໃຊ້ເຂົ້າໃນເຂດທ້ອງຖິ່ນໄດ້ ຂອງວຽກງານສືບສວນ-ສອບສວນ.

ກອງປະຊຸມຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຮາກຖານກົມກວດກາປ່າໄມ້ ປະຈຳສົກປີ 2022 ຄັ້ງວັນທີ 14 ພະຈິກ 2022 ທີ່ຫ້ອງປະຊຸມກົມກວດກາປ່າໄມ້.

ໃນຕອນບ່າຍ ເວລາ 13:30 ໂມງ ຂອງວັນທີ 14 ພະຈິກ 2022 ກົມກວດກາປ່າໄມ້ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຮາກຖານກົມກວດກາປ່າໄມ້ຂຶ້ນ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ບົວຈັນ ສີຫາວົງ ຮອງເລຂາ ຄະນະຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້.

ໃນກອງປະຊຸມ ໄດ້ຜ່ານບົດລາຍງານຫຍໍ້ ການສະຫຼຸບການຈັດຕັ້ງປະຕິບັດວຽກງານ 4 ບຸກ ຂອງຊາວໜຸ່ມຮາກຖານກົມກວດກາປ່າໄມ້ ປະຈຳສົກປີ 2022 ໂດຍສະຫາຍ ນາງ ພວງຈັນ ພິມມະສອນ ຮອງເລຂາຄະນະຊາວໜຸ່ມຮາກຖານກົມກວດກາປ່າໄມ້ ແລະ ໄດ້ມີການປະກອບຄຳເຫັນ ຈາກບັນດາຄະນະໜ່ວຍທີ່ຂຶ້ນກັບ ຊາວໜຸ່ມຮາກຖານກົມກວດກາປ່າໄມ້. ກອງປະຊຸມໄດ້ດຳເນີນໄປເປັນເວລາເຄິ່ງມື້ ແລະ ໄດ້ປິດລົງໃນເວລາ 16:30 ໂມງ.

ກອງປະຊຸມ ຄະນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ, ກົດໝາຍວ່າດ້ວຍປ່າໄມ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໃນລະຫວ່າງວັນທີ 3-4 ພະຈິກ 2022.

ໃນລະຫວ່າງວັນທີ 3-4 ພະຈິກ 2022 ກົມກວດກາປ່າໄມ້ ໄດ້ຈັດກອງປະຊຸມ ຄະນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດ ແລະ ສັດປ່າ ຂຶ້ນທີ່ ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ, ໃນນັ້ນມີເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ 12 ທ່ານ, ກົມປ່າໄມ້ 1 ທ່ານ ແລະ ທີ່ປຶກສາຈາກໂຄງການ ICBF(ກົມປ່າໄມ້) 1 ທ່ານ, ເຈົ້າໜ້າທີ່ກົມຕໍາຫຼວດສິ່ງແວດລ້ອມ 1 ທ່ານ, ກົມນຳເຂົ້າ-ສົ່ງອອກ 1 ທ່ານ, ສຳນັກງານຕ້ານການຟອກເງິນ 1 ທ່ານ, ອົງການໄອຍາການປະຊາຊົນສູງສຸດ 1 ທ່ານ, ກົມກວດກາກະຊວງປ້ອງກັນປະເທດ 1 ທ່ານ, ກົມຕຳຫຼວດສາກົນ 1 ທ່ານ, ກົມພາສີ 1 ທ່ານ, ສະຖາບັນນິເວດ ກະຊວງກະສິກຳ ແລະ ປ່າໄມ້ 1 ທ່ານ, ອົງການກວດກາແຫ່ງລັດ 1 ທ່ານ, ກົມທະຫານຊາຍແດນ 1 ທ່ານ.

ໃນກອງປະຊຸມໄດ້ນຳສະເໜີກ່ຽວກັບ 1.)ຜົນຂອງການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ຂອງເຈົ້າໜ້າທີ່ປ່າໄມ້ ໃນໄລຍະ 9 ເດືອນທີ່ຜ່ານມາ (ເດືອນ 1-9 ປີ 2022), ການປະສານງານ ແລະ ການແລກປ່ຽນຂໍ້ມູນ, ການປະສານສົມທົບ ແລະ ການຈັດຕັ້ງປະຕິບັດກົດໝາຍ ຂອງເຄືອຂ່າຍ Lao-WEN ໂດຍພະແນກກວດກາສັດນໍ້າ ແລະ ສັດປ່າ; ການປັບປຸງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະປະສານງານ ເຄືອຂ່າຍ Lao-WEN ສະບັບເລກທີ 2239/ກປ, ລົງວັນທີ 30 ພະຈິກ 2020. 2.)ຜົນສໍາເລັດກ່ຽວກັບການມອບ-ຮັບ ການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ ແລະ ກົນໄກ ແລະ ຄວາມຄືບໜ້າຂອງການປະສານສົມທົບກັບອົງການໄອຍາການປະຊາຊົນສູງສຸດ ໂດຍພະແນກສືບສວນ-ສອບສວນ. 3.)ການສ້າງ ແລະ ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ສະບັບເລກທີ 0546/ກປ, ລົງວັນທີ 12 ພຶດສະພາ 2021 ໂດຍພະແນກບໍລິຫານ ແລະ ແຜນການ.

ນອກນັ້ນ ກອງປະຊຸມຍັງໄດ້ເປີດກ້ວາງໃຫ້ຄະນະປະສານງານ Lao-WEN ໝົດທຸກຄົນ ໄດ້ສົນທະນາແລກປ່ຽນຄຳຄິດຄຳເຫັນເພື່ອປັບປຸງຂອດການປະສານງານ ແລະ ການຈັດຕັ້ງປະຕິບັດໃຫ້ດີຂຶ້ນ, ມີປະສິດຕິພາບ, ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ ແລະ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະປະສານງານ Lao-WEN.

ການຝຶກອົບຮົມວຽກງານດຳເນີນຄະດີ ສັດນໍ້າ – ສັດປ່າ ແລະ ຊັບພະຍາ ກອນປ່າໄມ້ ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ທີ່ເມືອງແປກ ແຂວງຊຽງຂວາງ.

ໃນລະຫວ່າງວັນທີ 24-28 ຕຸລາ 2022 ກົມກວດກາປ່າໄມ້ ໄດ້ຈັດຝຶກອົບຮົມ ກ່ຽວກັບ ວຽກງານການດໍາເນີນຄະດີສັດນໍ້າ – ສັດປ່າ ແລະ ຊັບພະຍາກອນປ່າໄມ້ ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້, ກອງກວດກາປ່າໄມ້ແຂວງຊຽງຂວາງ ແລະ ໜ່ວຍງານກວດກາປ່າໄມ້ເມືອງ ທັງໝົດ ມີ 7 ເມືອງ, ເມືອງແປກ, ເມືອງຄໍາ, ເມືອງຄູນ, ເມືອງໜອງແຮດ, ເມືອງໜອກ, ເມືອງຜາໄຊ ແລະ ເມືອງພູກູດ ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ຊຶ່ງໃຫ້ກຽດ ເປັນປະທານຮ່ວມໂດຍ ທ່ານ ຄໍາຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ແລະ ທ່ານ ສົມສະໜອນ ຜະລີຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ, ໂດຍໃຫ້ກຽດ ເຂົ້າຮ່ວມ ເປັນຄູຝຶກ ຈາກ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ທ່ານ ປອ ດວງຈັນ ວົງວິໄຊ ຮອງຫົວໜ້າກົມຕໍາຫຼວດ ສືບສວນ-ສອບສວນ ແລະ ທ່ານ ປທ ວິລະສິດ ສິງກາວົງ ຈາກ ອົງການໄອຍະການປະຊາຊົນສູງສຸດ ຮອງຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ແລະ ຕາງໜ້າຈາກອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ທ່ານ ນາງ ມະໂນລີ ສີສະຫວັນ ພ້ອມດ້ວຍຊ່ຽວຊານ ລວມມີຜູ້ ເຂົ້າຮ່ວມທັງໝົດ 52 ທ່ານ ຍິງ 06 ທ່ານ (ສະໜັບສະໜູນໂດຍ ອົງການອະນຸລັກສັດປ່າ ປ່າຈຳ ສປປ ລາວ (WCS).

ຈຸດປະສົງ ເພື່ອໃຫ້ເຈົ້າໜ້າທີ່ປ່າໄມ້ ມີຄວາມເຂັ້ມແຂງ ໃນວຽກງານ ການສືບສວນ-ສອບສວນ ເພື່ອດຳເນີນຄະດີ ກ່ຽວກັບ ສັດນໍ້າ – ສັດປ່າ ແລະ ຊັບພະຍາກອນປ່າໄມ້ ໃຫ້ສູງຂຶ້ນ ແລະ ພ້ອມທັງສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອຕ້ານ ແລະ ສະກັດກັ້ນການລັກລອບ ລ່າ, ຄ້າຂາຍ ສັດປ່າ ແລະ ຊັບພະຍາກອນປ່າໄມ້ ທີ່ຜິດກົດໝາຍ ໃຫ້ນັບມື້ນັບມີປະສິດທິຜົນຫຼາຍຂຶ້ນ ເພື່ອກ້າວໄປສູ່ ການປະຕິບັດກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ສະໜັບສະໜູນ ເພື່ອສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ, ໄລຍະ II

Cooperative ACTION to Stop Illegal Wildlife Trade Phase II (CoACTION-IWT II)

ໃນຄັ້ງວັນທີ 9 ກັນຍາ 2022, ກົມກວດກາປ່າໄມ້ ແລະ ອົງການ ອະນຸລັກ ສັດປ່າ ປະຈຳ ສ ປປ ລາວ (WCS) ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ສະໜັບສະໜູນ ເພື່ອສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ, ໄລຍະ II ທີ່ໂຮງແຮມ ທະວີສຸກ, ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍການເປັນປະທານ ແລະ ຕາງໜ້າໃຫ້ແກ່ການນຳກະຊວງກະສິກຳ ແລະ ປ່າໄມ້ ຂອງ ທ່ານ ຫົວໜ້າກົມກວດກາປ່າໄມ້ ໃນການດຳເນີນພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ຫົວໜ້າໂຄງການ, ອົງການ ອະນຸລັກສັດປ່າ ປະຈຳ ສປປ ລາວ (ອົງການ WCS-LAOS).

ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ມີທັງໝົດ 33 ທ່ານ, ໃນນັ້ນມີ ຫົວໜ້າກົມກວດກາປ່າໄມ້ 1 ທ່ານ, ຫົວໜ້າ ແລະ ຮອງພະແນກກວດກາສັດນໍ້າ – ສັດປ່າ ແລະ ເຄື່ອງປ່າຂອງດົງ 3 ທ່ານ, ຫົວໜ້າພະແນກບໍລິຫານ ແລະ ແຜນການ 1 ທ່ານ, ຮອງຫົວໜ້າພະແນກກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ 1 ທ່ານ, ຮອງຫົວໜ້າພະແນກສືບສວນ – ສອບສວນ, ເຈົ້າໜ້າທີ່ປ່າໄມ້ 7 ທ່ານ, ຫົວໜ້າກົມຕິດຕາມກວດກາຄະດີອາຍາ 1 ທ່ານ, ຮອງຫົວໜ້າກົມຕຳຫຼວດສິ່ງແວດລ້ອມ 1 ທ່ານ, ຮອງຫົວໜ້າກົມທະຫານຊາຍແດນ 1 ທ່ານ, ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ 1 ທ່ານ, ຮອງຫົວໜ້າພະແນກຄຸ້ມຄອງສັດປ່າ ແລະ ສົນທິສັນຍາສາກົນ CITES (ກົມປ່າໄມ້)1 ທ່ານ, ຕາງໜ້າພະແນກຮ່ວມມືສາກົນ (ກົມແຜນການ ແລະ ການຮ່ວມມື)1 ທ່ານ, ຕາງໜ້າໂຄງການ ProFEB GIZ 1 ທ່ານ, ຕົວແທນ ສະຖານທູດອາເມຣິກາ 1 ທ່ານ, ຕົວແທນ ສະຫະພາບເອີຣົບ 1 ທ່ານ ແລະ ນັກຂ່າວ ຕາງໜ້າຈາກ ໜັງສືພິມວຽງຈັນທາມ 1 ທ່ານ.

ກົມກວດກາປ່ໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​​ທຶນຮອນ ​ຈາກອົງການຈັດຕັ້ງສາກົນ ໃນການສະໜັບສະໜູນ ເຂົ້າໃນການສະກັດກັ້ນ ແລະ ຕ້ານ ອາຊະຍາກຳ ສັດນ້ຳ ແລະ ສັດປ່າ ເພື່ອແນໃສ່ ເພີ່ມປະສິດທິພາບ ຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ເຊິ່ງມີ 04 ກິດຈະກໍາຫຼັກ ຄື: 1. ການສະໜອງຂໍ້ມູນຂ່າວສານ ກ່ຽວກັບ ການລັກລອບ ລ່າ, ຊື້ຂາຍ ສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ ໃຫ້ແກ່ກົມກວດກາປ່າໄມ້ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ແລະ P-WEN;       2. ເສີມສ້າງຄວາມອາດສາມາດໃນການກວດກາ, ສືບສວນ-ສອບສວນ, ການກູ້ໄພ ແລະ ການດຳເນີນຄະດີ ກ່ຽວກັບ ສັດນ້ຳ ແລະ ສັດປ່າ; 3. ຍົກສູງທາງດ້ານຄວາມຮູ້ ແລະ ຄວາມພະຍາຍາມ ໃນການແກ້ໄຂບັນຫາການຄ້າຂາຍ ສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ ໂດຍຜ່ານວຽກງານ ການໂຄສະນາ ແລະ ການມີສ່ວນຮ່ວມຂອງສື່ມວນຊົນ ແລະ 4. ເພີ່ມທະວີການຮ່ວມມື ລະຫວ່າງ ອົງການຈັດຕັ້ງພາຍໃນ ແລະ ສາກົນ  ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍ ການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ແລະ ລະບຽບກົດໝາຍ ທີ່ກ່ຽວຂ້ອງ, ທັງໝົດນີ້ ແມ່ນເພື່ອສະກັດກັ້ນ ແລະ ຕ້ານ ການຄ້າຂາຍ ສັດນ້ຳ ແລະ ສັດປ່າ ທີ່ລະເມີດກົດໝາຍ ແລະ ອາຊະຍາກຳ ຢູ່ພາຍໃນ ແລະ ຂ້າມຊາດ.

ພິທີປະກາດການຈັດຕັ້ງຂອງກົມກວດກາປ່າໄມ້

ໃນຕອນເຊົ້າ ຂອງວັນທີ 02 ສິງຫາ 2022, ເວລາ 08:30 ໂມງ ກົມກວດກາປ່າໄມ້ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນພະແນກທີ່ຂຶ້ນກັບກົມກວດກາປ່າໄມ້ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ກົມປ່າໄມ້ ໂດຍການເປັນປະທານຂອງ ທ່ານ ສົມພອນ ແກ້ວຫາວົງ ກໍາມະການພັກກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນຫົວໜ້າກົມກວດກາປ່າໄມ້ ແລະ ມີແຂກຖືກເຊີນເຂົ້າຮ່ວມ ເຊິ່ງຕາງໜ້າຈາກ ກົມຈັດຕັ້ງ ແລະ ພະນັກງານ, ຫ້ອງການກະ ຊວງ ແລະ ກົມປ່າໄມ້. ນອກນັ້ນ ຍັງມີ ບັນດາທ່ານ ຮອງຫົວໜ້າກົມ, ຄະນະພະແນກອ້ອມຂ້າງກົມກວດກາປ່າໄມ້ ພ້ອມດ້ວຍ ເຈົ້າໜ້າທີ່ປ່າໄມ້ພາຍໃນກົມ ເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 10 ທ່ານ. ໃນພິທີດັ່ງກ່າວໂດຍແມ່ນ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ຈາກກົມຈັດຕັ້ງ ແລະ ພະນັກງານ ໄດ້ອ່ານຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວ ໜ້າພະແນກ ທີ່ຂຶ້ນກັບກົມກວດກາປ່າໄມ້ ເຊິ່ງໄດ້ແຕ່ງຕັ້ງຫົວໜ້າພະແນກ ຂຶ້ນໃໝ່ 03 ທ່ານ, ຮອງຫົວໜ້າພະແນກ 06 ທ່ານ ແລະ ໄດ້ຊັບຊ້ອນ ຍົກຍ້າຍພະພັກງານ ຂັ້ນພະແນກ ແລະ ວິຊາການຈໍານວນໜຶ່ງໄປປະຈໍາການ ຢູ່ ກົມກອງໃໝ່.
ພິທີດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ ໂດຍພາຍຫຼັງສິ້ນສຸດການປະກາດການຈັດຕັ້ງທ່ານປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ຖືກແຕ່ງຕັ້ງຮັບຕໍາແໜ່ງໃໝ່ ແລະ ຜູ້ທີ່ຖືກຊັບຊ້ອນ ຍົກຍ້າຍໄປປະຈໍາການຢູ່ກົມກອງໃໝ່. ຈາກນັ້ນ ກອງປະຊຸມກໍ່ໄດ້ປິດລົງ ໃນ ເວລາ 11:00 ໂມງ ຂອງວັນດຽວກັນ.

ກະທູ້ລ່າສຸດ
ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ