Get Adobe Flash player
ນະຄອນຫຼວງວຽງຈັນ
May 15, 2024 - Wed
Vientiane, LA
29°C
clear sky
clear sky
2 m/s, ENE
71%
756.81 mmHg
wed05/15 thu05/16 fri05/17 sat05/18 sun05/19
light rain
39/30°C
light rain
36/31°C
moderate rain
34/27°C
moderate rain
34/28°C
light rain
36/28°C
ຫຼວງພະບາງ
May 15 - Wed
Vientiane, LA
29°C clear sky
Day Cond. Temp.
wed 05/15
light rain
39/30°C
thu 05/16
light rain
36/31°C
fri 05/17
moderate rain
34/27°C
sat 05/18
moderate rain
34/28°C
sun 05/19
light rain
36/28°C
ຈຳປາສັກ
May 15 - Wed
Vientiane, LA
29°C clear sky
Day Cond. Temp.
wed 05/15
light rain
39/30°C
thu 05/16
light rain
36/31°C
fri 05/17
moderate rain
34/27°C
sat 05/18
moderate rain
34/28°C
sun 05/19
light rain
36/28°C

Uncategorized

ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019, ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0546/ກປ, ວ່າດ້ວຍອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້, ລົງວັນທີ 12 ພຶດສະພາ 2021, ແຈ້ງການຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0117/ກປ, ໃຫ້ຢຸດຕິ ການອະນຸຍາດເຄື່ອນຍ້າຍຖ່ານດຳ ເພື່ອສົ່ງອອກຕ່າງປະເທດ, ລົງວັນທີ 17 ມັງກອນ 2022 ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຂັ້ນແຂວງ ໃນລະຫວ່າງວັນທີ 07-14 ກຸມພາ 2022, ທີ່ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

       ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍ ທ່ານ ເລ່ ວົງເພັດ ຮອງຫົວໜ້າພະແນກສືບສວນ-ສອບສວນ, ກົມກວດກາປ່າໄມ້ ໄດ້ລົງຊຸກຍູ້ ແລະ ເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019, ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0546/ກປ, ວ່າດ້ວຍອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້, ລົງວັນທີ 12 ພຶດສະພາ 2021, ແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0117/ກປ, ໃຫ້ຢຸດຕິ ການອະນຸຍາດເຄື່ອນຍ້າຍຖ່ານດຳ ເພື່ອສົ່ງອອກຕ່າງປະເທດ, ລົງວັນທີ 17 ມັງກອນ 2022 ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຂັ້ນແຂວງ ໃນລະຫວ່າງວັນທີ 07-14 ກຸມພາ 2022, ທີ່ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

      ພ້ອມດຽວກັນນັ້ນ ຍັງໄດ້ເຜີຍແຜ່ກ່ຽວກັບ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ເລກທີ 37/ສພຊ, ລົງວັນທີ 14 ພະຈິກ 2017. ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007. ເພື່ອສ້າງຄວາມເຂັ້ມແຂງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ແກ່ເຈົ້າໜ້າທີ່ປ່າໄມ້.

______________________________________________________________

 

 

09 ກຸມພາ 2022
ຂຽນໂດຍ: ກອນລະສັກ ພົນລະວົງ

ກອງປະຊຸມ ປຶກສາຫາລື ປັບປຸງ ກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ໃນລະຫວ່າງວັນທີ 8-9 ກຸມພາ 2022, ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ (ຄັ້ງທີ I ).

         ທ່ານ ຄຳເຝືອ ສີຣິວົງ ຮອງຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍເຈົ້້າໜ້າທີ່ປ່າໄມ້ 01 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມຮ່ວມກັບກົມປ່າໄມ້ ກ່ຽວກັບ ການປຶກສາຫາລື ປັບປຸງກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້.

_______________________________________________________________________

 

 

09 ກຸມພາ 2022
ຂຽນໂດຍ: ກອນລະສັກ ພົນລະວົງ

ກອງປະຊຸມ ປັບປຸງ ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0141/ກປ, ລົງວັນທີ 18 ພະຈິກ 2010, ວ່າດ້ວຍການກວດກາ ແລະ ດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາ ກອນປ່າໄມ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ໃນລະຫວ່າງວັນທີ 1-3 ກຸມພາ 2022.

         ກອງປະຊຸມ ປັບປຸງ ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0141/ກປ, ລົງວັນທີ 18 ພະຈິກ 2010, ວ່າດ້ວຍການກວດກາ ແລະ ດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຄັ້ງວັນທີ 1-3 ກຸມພາ 2022, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ. (ຄັ້ງທີ3)

_______________________________________________________________________
ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສີຣິວົງ ຮອງຫົວໜ້າກົມກວດກາປ່າໄມ້.

         ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ ກຳນົດຂັ້ນຕອນ ແລະ ວິທີການທີ່ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຈັດຕັ້ງປະຕິບັດວຽກງານກວດກາ ແລະ ດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມກົດໝາຍ ແລະ ມີຄວາມເປັນເອກພາບກັນໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

 

 

08 ກຸມພາ 2022
ຂຽນໂດຍ: ກອນລະສັກ ພົນລະວົງ

ກອງປະຊຸມເພື່ອການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະສານງານຂອງເຄື່ອຄ່າຍການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ຂັ້ນແຂວງ (P-WEN)

This gallery contains 3 photos.

ໃນ​ລະ​ຫວ່າງວັນ​ທີ 19 ຫາ ວັນ​ທີ 20 ມີ​ນາ ປີ 2020 ໄດ້​ຈັດ​ກອງ​ປະ​ຊຸມ  ການ​ທົບ​ທວນ​ຄືນກ່ຽວ​ກັບການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ປະ​ສານ​ງານ​ຂອງ​ເຄື່ອ​ຄ່າຍ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ສັດ​ນ້ຳ-ສັດ​ປ່າ ຂັ້ນ​ແຂວງ (P-WEN) ທີ່​ເມື່ອງ​ນາ​ກາຍ, ແຂວງ​ຄຳ​ມ່ວນ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຫລອມ​ຄຳ ແສງ​ຈັນ​ອຸ​ດົມ, ຮອງ​ຫົວ​ໜ້າ​ກົມ​ກວດ​ກາ​ປ່າ​ໄມ້ ຊື່ງ​ມີ​ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ 68 ທ່ານ, ຍີງ 9 ທ່ານ ຊື່ງ​ມາ​ຈາກ​ພາກ​ສ່ວນ​ຕ່າງໆ ຄື: ພາກ​ສ່ວນ​ສູນ​ກາງ​ປະ​ກອບ​ມີ ກົມ​ກວດ​ກາ​ປ່າ​ໄມ້ ແລະ ຊ່ຽວ​ຊານ​ປະ​ຈຳ​ໂຄງ​ການ LENS2 ແລະ ພາກ​ສ່ວນ​ທີ່​ມາ​ຈາກກອງກວດ​ກາ​ປ່າ​ໄມ້, ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ, ​ພາ​ສີ​ແຂວງ, ​ພະ​ແນກຕຳ​ຫວດ​ສີ່ງ​ແວດ​ລ້ອມ, ໜ່ວຍກວດ​ກາ​ປ່າ​ໄມ່​ ຂອງ 9 ເມືອງ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມ:

  • ທົບ​ທວນ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ() ໃນ​ໄລ​ຍະ​ຜ່ານ​ມາ
  • ສ້າງ​ແນວ​ທາງ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ງານ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ສັດ​ນ້ຳ-ສັດ​ປ່າ
  • ກຳ​ນົດ​ລະ​ບຽບ​, ໂຄງ​ຮ່າງການ​ຈັດ​ຕັ້ງ, ພາ​ລະ​ບົດ​ບາດ ແລະ ໜ້າ​ທີ່​ຂອງ​ເຄືອ​ຄ່າຍ
  • ສ້າງ​ຄວາມ​ເຂັມ​ແຂວງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ ສັດ​ນ້ຳ-ສັດ​ປ່າ ພາຍ​ໃນ​ແຂວງ​ຄຳ​ມ່ວນ ແລະ ແຂວງ​ບໍ​ລິ​ຄຳ​ໃຊ

ສ້າງ​ບົດ​ແນະ​ນຳ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ ໃຫ້​ແກ່​ທີມ​ງານ( P-WEN) ແຂວງ​ຄຳ​ມ່ວນ ແລະ ແຂວງ​ບໍ​ລິ​ຄຳ​ໄຊ ເພື່ອ​ເປັນ​ການ​ທົດ​ລອງ​ໃນ​ການກວດ​ກາ​ແລະ​ປະ​ເມີນ​ຊ່ອງວ່າງ, ຈຸດ​ດີ ແລະ ຈຸດ​ອ່ອນ​ ເພື່ອ​ປັບ​ປຸງ​ການ​ປະ​ຕິ​ບັດ​ງານ​ຂອງ​ (P-WEN) ຂອງແຂວງ.

 

 

ການຝຶກອົບຮົມການນໍາໃຊ້ຖານຂໍ້ມູນ Crimeinfo ກ່ຽວກັບການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ຊັບພະຍາກອນປ່າ ໄມ້ ໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ຕຳຫຼວດສິ່ງແວດລ້ອມ

ຄະນະທີມງານ ຂໍ້​ມູນ​ຂ່າວ​ສານ (IMS) ຈາກກົມກວດກາປ່າໄມ້ ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນ Crimeinfo ໃຫ້ເຈົ້າໜ້າທີ່ ພາສີ, ຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ປ່າໄມ້ແຂວງວຽງຈັນ ແລະ ເຈົ້າໜ້າທີ່ກົມກວດກາປ່າໄມ້ ຊຶ່ງມີຜູ້ເຂົ້າຮ່ວມ ທັງໝົດ 23 ທ່ານ, ຍິງ 03 ທ່ານ, ໃນລະຫວ່າງວັນທີ 15-17 ທັນວາ 2019 ທີ່ທ່າລາດ ແຂວງວຽງຈັນ.

 

 

ຂຽນໂດຍ: ອຳຄາ

ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ

ກົມກວດກາປ່າໄມ້, ວັນທີ 15 ມັງກອນ 2020

​ກອງ​ປະຊຸມທົບ​ທວນ​ການຈັດ​ຕັ້ງ​ປະຕິບັດ ​ບົດບັນທຶກ​ຄວາມ​ເຂົ້າ​ໃຈ ໄລຍະ 10 ປີ (2009-2019)ລະຫວ່າງ ກົມກວດກາປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດ​ນາມ

ກົມ​ກວດກາ​ປ່າ​ໄມ້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ສ​ປ​ປ ລາວ ​ໄດ້​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມທົບ​ທວນ​ການຈັດ​ຕັ້ງ​ປະຕິບັດ​ບົດບັນທຶກ​ຄວາມ​ເຂົ້າ​ໃຈ ໄລ​ຍະ 10 ປີ (2009-2019)  ລະຫວ່າງ ກົມກວດກາປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດ​ນາມ, ຊຶ່ງ​ໄດ້​ຈັດ​ຂຶ້ນ​ທີ່ ​ໂຮງ​ແຮມ ຫຼວງ​ພະ​ບາງວິວ, ນະ​ຄອນຫຼວງ​ພະ​ບາງ. ​ເຊິ່ງຜູ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຝ່າຍ​ລາວ​ປະກອບ​ມີ: ທ່ານ ນາງ ຫຼອມ​ຄຳ ແສງ​ຈັນ​ອຸ​ດົມ ຮອງ​ຫົວ​ໜ້າ​ກົມ​ກວດ​ກາ​ປ່າ​ໄມ້ ມີ​ບັນດາ​ຫົວໜ້າພະ​ແນ​ກການ​ອ້ອມຂ້າງ​ກົມ​ກວດກາ​ປ່າ​ໄມ້, ບັນດາ​ຫົວໜ້າກອງ, ຮອງ​ກອງ​ກວດກາ​ປ່າ​ໄມ້ ປະ​ຈຳ​ແຂວງທີ່​ມີ​ຊາຍ​ແດນ​ຕິດ​ກັບ ສສ ຫວຽດນາມ 10 ແຂວງ ຄື:  ແຂວງ ຜົ້ງ​ສາ​ລີ, ​ຫຼວງ​ພະ​ບາງ, ຫົວພັນ, ຊຽງຂວາງ, ບໍລິ​ຄໍາ​ໄຊ, ຄໍາມ່ວນ, ສະຫວັນ​ນະ​​ເຂດ, ​ສາລະ​ວັນ, ​ເຊ​ກອງ ​ແລະ ອັດ​ຕະປື, ຕາງ​ໜ້າ​ຈາກ​ຫ້ອງ​ການ​ພາ​ສີ ​ແຂວງ​ຫຼວງ​ພະ​ບາງ, ພິ​ເສດໄປກ່ວານັ້ນ ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງມີ​ທ່ານ ສຸ​ກັນ ບຸນ​ຍົງ ຮອງ​ເຈົ້າ​ແຂວງ-ແຂວງ​ຫຼວງ​ພະ​ບາງ ກໍ່​ໃຫ້​ກຽດ​ເຂົ້າ​ຮ່ວມ ເປັນ​ປະ​ທານກອງ​ປະ​ຊຸມ. ສ່ວນຝ່າຍ​ຄະນະ​ຜູ້​ແທນຈາກ​ກົມປ້ອງ​ກັນ​ປ່າ​ໄມ້ ສສ ຫວຽດນາມ ແມ່ນນຳ​ພາ​ໂດຍ  ທ່ານ  ໂດກວາງ​ຕຸງ (Mr. Do Quang Tung) ຮັກ​ສາ​ການ ຫົວໜ້າກົມ​ປ້ອງ​ກັນ​ປ່າ​ໄມ້ ສ​ສ ຫວຽດ​ນາມ ​ເປັນ​ຫົວໜ້າຄະນະ, ຊຶ່ງປະກອບມີ ຫົວໜ້າ ແລະ ຮອງ​ຫົວໜ້າກອງ​ປ້ອງກັນ​ປ່າ​ໄມ້​ແຂວງ ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ລາວ​ ຊຶ່ງເຂົ້າ​ຮ່ວມມີ 03 ແຂວງ​ຄື:  ແຂວງແທັງ​ຫົວ, ​ຮ່າ​ຕິ້ງ ແລະ ແຂວງກອນ​ຕູມ.

ນອກ​ນັ້ນ,  ຍັງມີກົມຕິດຕາມ​ກາ​ນຄຸ້ມ​ຄອງ​ພາສີ, ກະຊວງ​ການ​ເງິນ ຂອງ ​ສ​ສ ຫວຽດນາມ​, ຕຳ​ຫຼວດ​ຊາຍ​ແດນ, ອົງ​ການ  GIZ and Forest Trends ເຂົ້າຮ່ວມ ແລະ ຜູ້​ຕາງໜ້າຈາກ ອົງການ WCS LAO,  WWF ຂອງ​ຝ່າຍ​ລາວ​ ແລະ ຝ່າຍ​ຫວຽດນາມ ​ເຂົ້າ​ຮ່ວມ ຊຶ່ງລວມຜູ້​ເຂົ້າ​ຮ່ວມ​ທັງໝົດ ມີ ຈໍານວນ 77 ທ່ານ.

ຂຽນໂດຍ: ອຳຄາ

ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ

ກົມກວດກາປ່າໄມ້, ວັນທີ 13 ມັງກອນ 2020

ກອງ​ປະ​ຊູມ​​ປຶກ​ສາ​ຫາ​ລື ​​ວຽກ​ງານ​ການ​ດຳ​ເນີນ​ຄະ​ດີ ກ່ຽວກັບຊັບ​ພະ​ຍາ​ກອນ​ປ່າ​ໄມ້, ສັດ​ນ້ຳ ແລະ ສັດ​ປ່າ

ໃນວັນທີ 23-24 ທັນວາ 2019, ກົມກວດກາປ່າໄມ້ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບສູງສໍາລັບ 5 ຂະແໜງການທີ່ຮັບຜິດຊອບການປະຕິບັດການບັງຄັບໃຊ້ກົດໝາຍສັດນໍ້າ ແລະ ສັດປ່າ ໂດຍການເປັນປະທານກອງປະຊຸມຮ່ວມຂອງທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ຮອງປະທານອົງການກວດກາລັດຖະບານ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ບັນດາຮອງເຈົ້າແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າກົມ, ຮອງຫົວໜ້າກົມຈາກຂະແໜງການທີ່ກ່ຽວຂ້ອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ອົງການໄອຍະການແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ກອງຄຸ້ມຄອງພາສີປະຈໍາແຂວງ ແລະ ວິຊາການຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມຜູ້ເຂົ້າຮ່ວມທັງໝົດ 236 ທ່ານ (ຍິງ 23 ທ່ານ).

ຈຸດປະສົງຂອງກອງປະຊຸມ: 1) ເພື່ອປຶກສາຫາລືວຽກງານການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ, ຕີລາຄາຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ມາດຕະການທີ່ຈະຕ້ອງປະຕິບັດໃນຕໍ່ໜ້າ.  2) ເຜີຍແຜ່ບາງມາດຕາ ທີ່ສໍາຄັນ ແລະ ກ່ຽວຂ້ອງຂອງກົດໝາຍປ່າໄມ້ສະບັບປັບປຸງທີ່ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 2019.

ຂຽນໂດຍ: ອຳຄາ

ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ

ກົມກວດກາປ່າໄມ້, ວັນທີ 08 ມັງກອນ 2020

ຄະນະທີມງານ ຈາກກົມກວດກາປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ແຂວງ ຫົວພັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດ ໝາຍສັດນ້ຳ ແລະ ສັດປ່າ ຂອງໂຄງການ LEN2 ຢູ່ແຂວງຫົວພັນ ໃນລະຫວ່າງວັນທີ 29 ກໍລະກົດ ຫາ 06 ສິງຫາ 2017.

      ໃນວັນທີ 31 ກໍລະກົດ 2017 ທີມງານ ຈາກກົມກວດກາປ່າໄມ້ ນຳໂດຍທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍຄະນະທີມງານ ເຂົ້າພົບ ແລະ ເຮັດວຽກນຳ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍສັດນ້ຳ ແລະ ສັດປ່າ ຂອງໂຄງການ LEN2 ແລະ ໂຄງການ CliPAD.

img_095

img_0954

        ຈາກນັ້ນ, ໃນເວລາ 10:30 ເຊົ້າ ຄະນະທີມງານ ກໍ່ໄດ້ເຂົ້າພົບ ແລະ ເຮັດວຽກຮ່ວມກັບຫ້ອງວ່າການປົກຄອງແຂວງ ແຂວງຫົວພັນ ເພື່ອລາຍງານໃຫ້ຫົວໜ້າຫ້ອງວ່າການ ຮັບຊາບກ່ຽວກັບຈຸດປະສົງທີ່ທາງຄະນະທີມງານໄດ້ລົງມາເຮັດວຽກພາຍໃນແຂວງຄັ້ງນີ້, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດວຽກງານໂຄງການ CliPAD ແລະ ໂຄງການ LEN2 ໃນຄັ້ງນີ້.

img_0983

img_0986

    ໃນຕອນບ່າຍ ຂອງວັນດຽວກັນ ຄະນະທີມງານຈາກກົມກວດກາປ່າໄມ້ ໄດ້ເຂົ້າພົບ ແລະ ເຮັດວຽກນຳ ຄະນະກອງກວດກາປ່າໄມ້ແຂວງຫົວພັນ ພ້ອມນັ້ນ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ວຽກງານການບັງຄັບໃຊ້ກົດໝາຍຂອງ ສອງໂຄງການດັ່ງກ່າວ ຈາກຄະນະກອງ ເຊິ່ງບາງຕອນ ທາງຄະ ນະກອງ ແມ່ນໄດ້ຍົກໃຫ້ເຫັນເຖິງຜົນງານ ດ້ານດີ-ດ້ານອ່ອນ ຂອງການຈັດຕັ້ງປະຕິບັດວຽກງານໂຄງ ການ ດັ່ງລາຍລະອຽດລຸ່ມນີ້:

  • ດ້ານດີ: ພາຍຫຼັງທີ່ໄດ້ຮັບທຶນສະໜັບສະໜູນຈາກ 2 ໂຄງການດັ່ງກ່າວ ເຮັດໃຫ້ສະພາບຊັບພະ ຍາກອນປ່າໄມ້ຂອງບັນດາບ້ານຈຸດສຸມຂອງໂຄງການ ມີຄວາມອຸດົມສົມບູນຂຶ້ນ ແລະ ການຈັດຕັ້ງປະ ຕິບັດວຽກງານຂອງເຈົ້າໜ້າທີ່ປ່າໄມ້ແຂວງ ແມ່ນໄດ້ຮັບໝາກຜົນ ແລະ ມີປະສິດທິພາບສູງຂຶ້ນ. ນອກຈາກນັ້ນ ໂຄງການ CliPAD ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງການ ກອງກວດກາປ່າໄມ້ປະຈຳແຂວງຫົວພັນຕື່ມອີກ.
  • ດ້ານອ່ອນ: ຍັງມີປະຊາຊົນບາງຈຳນວນ ຍັງບໍ່ທັນເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືຢ່າງເຕັມສ່ວນກັບ 2 ໂຄງການດັ່ງກ່າວ.

     ຫຼັງຈາກນັ້ນ, ທາງຄະນະທີມງານ ໄດ້ໃຫ້ທິດຊີ້ນຳແກ່ກອງກວດກາປ່າໄມ້ແຂວງຫົວພັນ ເພື່ອເພີ່ມທະວີ ແລະ ເອົາໃຈໃສ່ໃນການຄຸ້ມຄອງຈັດຕັ້ງປະຕິບັດວຽກງານຂອງ ສອງໂຄງການດັ່ງກ່າວ ໃຫ້ເປັນຮູບປະທຳຕື່ມອີກ ພ້ອມດຽວກັນນັ້ນ ກໍ່ເພື່ອແນໃສ່ ການນຳໃຊ້ທຶນຊ່ວຍເຫຼືອໃຫ້ໄດ້ຮັບປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.

1

2

picture1

_mg_1024

   ຈາກນັ້ນ, ໃນຄັ້ງວັນທີ 01 ສິງຫາ 2017 ຄະນະຊຸກຍູ້ ໄດ້ລົງຊຸກຍູ້ ແລະ ເຮັດວຽກນຳຫ້ອງການກະສິກຳປ່າໄມ້ ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງເປັນເມືອງເປົ້າໝາຍຂອງ ສອງໂຄງການຄື: ໂຄງ ການ LEN2 ແລະ ໂຄງການ CliPAD. ເຊິ່ງສອງໂຄງການດັ່ງກ່າວ ແມ່ນໄດ້ໃຫ້ທຶນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດກິດຈະກຳ ຕາມແຜນວຽກຂອງໂຄງການໃນບ້ານເປົ້າໝາຍ ນອກນັ້ນ, ໂຄງການ CliPAD ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການປັບປຸງຫ້ອງການກະສິກຳປ່າໄມ້ ເມືອງຊຳເໜືອອີກຈຳນວນໜຶ່ງ.

img_1069

3

_mg_1037

_mg_10371

    ໃນຄັ້ງວັນທີ 02 ສິງຫາ 2017 ຄະນະທີມງານ ໄດ້ສືບຕໍ່ ລົງຊຸກຍູ້ ແລະ ເຮັດວຽກນຳຫ້ອງການກະສິກຳປ່າໄມ້ ເມືອງຫົວເມືອງ ແຂວງຫົວພັນ ເຊິ່ງເປັນເມືອງໜຶ່ງທີ່ນອນໃນເປົ້າໝາຍຂອງໂຄງການ CliPAD, ໃນໄລຍະຜ່ານມາ ທາງໂຄງການກໍ່ໄດ້ໃຫ້ທຶນຊ່ວຍເຫຼືອໃນຫຼາຍດ້ານເຊັ່ນ: ດ້ານການປະຕິບັດກິດຈະກຳການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ການຕ້ານການຄ້າຂາຍສັດນ້ຳ ແລະ ສັດປ່າ, ໃຫ້ທຶນຊ່ວຍເຫຼືອໃນການປັບປຸງ ແລະ ຕໍ່ເຕີມຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົວເມືອງ.

_mg_1119

_mg_1132

    ໃນຄັ້ງວັນທີ 04 ສິງຫາ 2017 ຄະນະທີມງານ ຈາກກົມກວດກາປ່າໄມ້ ນຳໂດຍ ທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າ ກົມກວດກາປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານປະຈຳປີ ກ່ຽວກັບການປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າ ຢູ່ຂອບເຂດຊາຍແດນ 2 ແຂວງ ລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ (ກອງກວດກາປ່າໄມ້ ແຂວງຫົວພັນ) ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງແທັງຮ່ວາ (ກອງປ້ອງກັນປ່າໄມ້ ແຂວງແທັງຮ່ວາ ສສ ຫວຽດນາມ). ເຊິ່ງກອງປະຊຸມສັນຍາຮ່ວມມືດັ່ງກ່າວ ແມ່ນໄດ້ລິເລີ່ມມາແຕ່ປີ 2009, ໃນແຕ່ລະປີ ແມ່ນໄດ້ຜັດປ່ຽນກັນເປັນເຈົ້າພາບ ປີລະ 1 ຄັ້ງ ແລະ ພ້ອມກັນສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກວດກາປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ ພ້ອມດຽວກັນນັ້ນ ກໍ່ໄດ້ຮ່ວມກັນວາງແຜນໃນໜຶ່ງປີຕໍ່ໜ້າ.

_mg_1163

_mg_1157

ຂຽນໂດຍ: ກອນລະສັກ ພົນລະວົງ

ກວດແກ້ໂດຍ: ທ່ານ ອຸ່ນ ອິນທິສານ

ກົມກວດກາປ່າໄມ້, ວັນທີ 17 ສິງຫາ 2017

ເຈົ້າໜ້າທີ່ກອງກວດກາປ່າໄມ້ປະຈຳແຂວງ ສົມທົບກັບ ເຈົ້າໜ້າທີ່ ປກສ ແຂວງ ແລະ ເຈົ້າໜ້າທີ່ພາສີແຂວງ ແຂວງຈຳປາສັກ ລົງກວດກາການລັກລອບເຄື່ອນຍ້າຍໄມ້ ຕາມສາຍທາງ, ຢູ່ເຂດບ້ານຫຼັກ 14 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃນຄັ້ງວັນທີ 1 ກໍລະກົດ 2017.

ຈາກການພົບເຫັນຂອງເຈົ້າໜ້າທີ່ປ່າໄມ້ແຂວງ ມີລົດຕູ້ຄອນເທັນເນີ້ ສີແດງ ໝາຍເລກທະບຽນ 43R-00146 ດາໜັງ ບັນທຸກໄມ້ ແລະ ຢາງພາລາແຫ້ງອັດແໜ້ນ, ພົບເຫັນ ເອກະສານນຳໃຊ້ລົດ ແລະ ບັດປະຈຳຕົວໝົດກຳນົດ, ພົບເງິນຫວຽດນາມ ຈຳນວນ 514,000 ດົ້ງ ແລະ ເງິນກີບ ຈຳນວນ 500,000 ກີບ, ສ່ວນຄົນຂັບລົດແມ່ນເອົາຕົວຫຼົບໜີທັນ.

          ຈາກການກວດກາຂອງກາງພົບເຫັນ ຢາງພາລາອັດແໜ້ນ (ກ້ອນ) ຈຳນວນ 4,663 kg, ໄມ້ດູ່ຕັບ+ໄມ້ສາມສາ ຈຳນວນ 141 ຕັບ ມີບໍລິມາດ 13,667 m3, ໄມ້ດູ່+ໄມ້ປະດົງແປຮູບ ຈຳນວນ 542 ເສັ້ນ/ແຜ່ນ ມີບໍລິມາດ4,969 m3, ໄມ້ຂະຍຸງກິໂລ ຈຳນວນ 367 ທ່ອນສັ້ນ ມີນ້ຳໜັກ 4,666 kg ແລະ ໄມ້ລູກສ່ຽນ 1 ຄູ່ ເຊິ່ງຂອງກາງທັງໝົດນີ້ແມ່ນບໍ່ມີເອກະສານ ສະນັ້ນ ເຈົ້່າໜ້າທີ່ຈຶ່ງໄດ້ຢຶດໄວ້ເປັນຂອງລັດ ແລະ ເກັບຮັກສາໄວ້ທີ່ກອງກວດກາປ່າໄມ້ແຂວງຈຳປາສັກ.

2

1

3

5

4

6

Continue reading

ເຈົ້າໜ້າທີ່ກົມກວດກາປ່າໄມ້ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມສຳມະນາ ກ່ຽວກັບ ເຕັກໂນໂລຢີກະສິກຳທັນສະໄໝ ໃນລະ ຫວ່າງວັນທີ 06-26 ມິຖຸນາ 2017 ທີ່ ແຂວງ ກວາງຊີ ປະເທດ ສປ ຈີນ.

1

ໃນລະຫວ່າງວັນທີ 06-26 ມິຖຸນາ 2017 ເຈົ້າໜ້າທີ່ກົມກວດກາປ່າໄມ້ 2 ທ່ານ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມສຳມະນາ ກ່ຽວກັບ ເຕັກໂນໂລຢີ ກະສິກຳທັນສະໄໝ ທີ່ແຂວງກວາງຊີ, ສປ ຈີນ. ເຊິ່ງໃນນັ້ນ ໄດ້ມີການສຳມະນາ ຈາກບັນດາຄູອາຈານລະດັບ ດຣ, ສຈ ແລະ ຮສຈ ທີ່ຜັດປ່ຽນກັນຂຶ້ນມາບັນລະຍາຍ ໃນແຕ່ລະວັນ ກ່ຽວກັບການນຳໃຊ້ ເຕັກໂນໂລຢີ ເຂົ້າໃນການປູກພືດກະສິກຳ ກໍຄື ເຕັກໂນໂລຢີ ກະສິກຳທັນສະໄໝ ໂດຍການຈັດເປັນແຕ່ລະສາຂາວິຊາ ພ້ອມທັງລົງທ່ຽວຊົມສວນປູກທົດລອງປະຈຳແຕ່ລະວິຊາ ແລ້ວຍັງມີການສົນທະນາແລກປ່ຽນຄວາມຄິດເຫັນຂອງຜູ້ເຂົ້າຮ່ວມຕໍ່ກັບຜູ້ບັນຍາຍ ທັງພາກບັນຍາຍ ແລະ ພາກລົງຕົວຈິງຂອງຜູ້ປະກອບການດ້ານກະສິກຳ.

          ເຊິ່ງທັງໝົດນີ້ ເຫັນໄດ້ວ່າ ປະເທດ ສປ ຈີນ ເປັນປະເທດ ທີ່ລ້ຳຍຸກລ້ຳສະໄໝ ກ່ຽວກັບການພັດທະນາການປູກພືດກະສິກຳ ທັນສະໄໝ ແລະ ສະດວກວ່ອງໄວ, ປະຢັດເວລາ, ປະຢັດແຮງງານ, ແຕ່ຄ່າໃຊ້ຈ່າຍ ຫຼື ຕົ້ນທຶນໃນເບື້ອງຕົ້ນແມ່ນຂ້ອນຂ້າງສູງ, ແຕ່ຖ້າສົມທຽບໃສ່ຜົນໄດ້ຮັບທີ່ໄດ້ມາ ແມ່ນເຫັນວ່າ ຄຸ້ມຄ່າຫຼາຍ (ມີກຳໄລ).

2

3

4

5

6

ຂຽນໂດຍ: ກອນລະສັກ ພົນລະວົງ

ກວດແກ້ໂດຍ: ທ່ານ ອຸ່ນ ອິນທິສານ

ກົມກວດກາປ່າໄມ້, ວັນທີ 11 ກໍລະກົດ 2017

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ