Get Adobe Flash player
ນະຄອນຫຼວງວຽງຈັນ
Apr 29, 2024 - Mon
Vientiane, LA
31°C
few clouds
few clouds
2 m/s, NW
38%
753.81 mmHg
mon04/29 tue04/30 wed05/01 thu05/02 fri05/03
clear sky
43/34°C
few clouds
44/33°C
light rain
42/32°C
light rain
40/29°C
light rain
42/29°C
ຫຼວງພະບາງ
Apr 29 - Mon
Vientiane, LA
31°C few clouds
Day Cond. Temp.
mon 04/29
clear sky
43/34°C
tue 04/30
few clouds
44/33°C
wed 05/01
light rain
42/32°C
thu 05/02
light rain
40/29°C
fri 05/03
light rain
42/29°C
ຈຳປາສັກ
Apr 29 - Mon
Vientiane, LA
31°C few clouds
Day Cond. Temp.
mon 04/29
clear sky
43/34°C
tue 04/30
few clouds
44/33°C
wed 05/01
light rain
42/32°C
thu 05/02
light rain
40/29°C
fri 05/03
light rain
42/29°C

Uncategorized

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ສະໜັບສະໜູນ ເພື່ອສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ, ໄລຍະ II

Cooperative ACTION to Stop Illegal Wildlife Trade Phase II (CoACTION-IWT II)

ໃນຄັ້ງວັນທີ 9 ກັນຍາ 2022, ກົມກວດກາປ່າໄມ້ ແລະ ອົງການ ອະນຸລັກ ສັດປ່າ ປະຈຳ ສ ປປ ລາວ (WCS) ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ສະໜັບສະໜູນ ເພື່ອສະກັດກັ້ນການຄ້າຂາຍສັດປ່າ ທີ່ຜິດກົດໝາຍ, ໄລຍະ II ທີ່ໂຮງແຮມ ທະວີສຸກ, ເມືອງ ວັງວຽງ ແຂວງ ວຽງຈັນ ໂດຍການເປັນປະທານ ແລະ ຕາງໜ້າໃຫ້ແກ່ການນຳກະຊວງກະສິກຳ ແລະ ປ່າໄມ້ ຂອງ ທ່ານ ຫົວໜ້າກົມກວດກາປ່າໄມ້ ໃນການດຳເນີນພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ ຫົວໜ້າໂຄງການ, ອົງການ ອະນຸລັກສັດປ່າ ປະຈຳ ສປປ ລາວ (ອົງການ WCS-LAOS).

ພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ມີທັງໝົດ 33 ທ່ານ, ໃນນັ້ນມີ ຫົວໜ້າກົມກວດກາປ່າໄມ້ 1 ທ່ານ, ຫົວໜ້າ ແລະ ຮອງພະແນກກວດກາສັດນໍ້າ – ສັດປ່າ ແລະ ເຄື່ອງປ່າຂອງດົງ 3 ທ່ານ, ຫົວໜ້າພະແນກບໍລິຫານ ແລະ ແຜນການ 1 ທ່ານ, ຮອງຫົວໜ້າພະແນກກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ 1 ທ່ານ, ຮອງຫົວໜ້າພະແນກສືບສວນ – ສອບສວນ, ເຈົ້າໜ້າທີ່ປ່າໄມ້ 7 ທ່ານ, ຫົວໜ້າກົມຕິດຕາມກວດກາຄະດີອາຍາ 1 ທ່ານ, ຮອງຫົວໜ້າກົມຕຳຫຼວດສິ່ງແວດລ້ອມ 1 ທ່ານ, ຮອງຫົວໜ້າກົມທະຫານຊາຍແດນ 1 ທ່ານ, ຮອງຫົວໜ້າກົມຕ້ານການສໍ້ລາດບັງຫຼວງ 1 ທ່ານ, ຮອງຫົວໜ້າພະແນກຄຸ້ມຄອງສັດປ່າ ແລະ ສົນທິສັນຍາສາກົນ CITES (ກົມປ່າໄມ້)1 ທ່ານ, ຕາງໜ້າພະແນກຮ່ວມມືສາກົນ (ກົມແຜນການ ແລະ ການຮ່ວມມື)1 ທ່ານ, ຕາງໜ້າໂຄງການ ProFEB GIZ 1 ທ່ານ, ຕົວແທນ ສະຖານທູດອາເມຣິກາ 1 ທ່ານ, ຕົວແທນ ສະຫະພາບເອີຣົບ 1 ທ່ານ ແລະ ນັກຂ່າວ ຕາງໜ້າຈາກ ໜັງສືພິມວຽງຈັນທາມ 1 ທ່ານ.

ກົມກວດກາປ່ໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​​ທຶນຮອນ ​ຈາກອົງການຈັດຕັ້ງສາກົນ ໃນການສະໜັບສະໜູນ ເຂົ້າໃນການສະກັດກັ້ນ ແລະ ຕ້ານ ອາຊະຍາກຳ ສັດນ້ຳ ແລະ ສັດປ່າ ເພື່ອແນໃສ່ ເພີ່ມປະສິດທິພາບ ຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ເຊິ່ງມີ 04 ກິດຈະກໍາຫຼັກ ຄື: 1. ການສະໜອງຂໍ້ມູນຂ່າວສານ ກ່ຽວກັບ ການລັກລອບ ລ່າ, ຊື້ຂາຍ ສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ ໃຫ້ແກ່ກົມກວດກາປ່າໄມ້ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ LAO-WEN ແລະ P-WEN;       2. ເສີມສ້າງຄວາມອາດສາມາດໃນການກວດກາ, ສືບສວນ-ສອບສວນ, ການກູ້ໄພ ແລະ ການດຳເນີນຄະດີ ກ່ຽວກັບ ສັດນ້ຳ ແລະ ສັດປ່າ; 3. ຍົກສູງທາງດ້ານຄວາມຮູ້ ແລະ ຄວາມພະຍາຍາມ ໃນການແກ້ໄຂບັນຫາການຄ້າຂາຍ ສັດນ້ຳ ແລະ ສັດປ່າ ທີ່ຜິດກົດໝາຍ ໂດຍຜ່ານວຽກງານ ການໂຄສະນາ ແລະ ການມີສ່ວນຮ່ວມຂອງສື່ມວນຊົນ ແລະ 4. ເພີ່ມທະວີການຮ່ວມມື ລະຫວ່າງ ອົງການຈັດຕັ້ງພາຍໃນ ແລະ ສາກົນ  ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍ ການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES) ແລະ ລະບຽບກົດໝາຍ ທີ່ກ່ຽວຂ້ອງ, ທັງໝົດນີ້ ແມ່ນເພື່ອສະກັດກັ້ນ ແລະ ຕ້ານ ການຄ້າຂາຍ ສັດນ້ຳ ແລະ ສັດປ່າ ທີ່ລະເມີດກົດໝາຍ ແລະ ອາຊະຍາກຳ ຢູ່ພາຍໃນ ແລະ ຂ້າມຊາດ.

ພິທີປະກາດການຈັດຕັ້ງຂອງກົມກວດກາປ່າໄມ້

ໃນຕອນເຊົ້າ ຂອງວັນທີ 02 ສິງຫາ 2022, ເວລາ 08:30 ໂມງ ກົມກວດກາປ່າໄມ້ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນພະແນກທີ່ຂຶ້ນກັບກົມກວດກາປ່າໄມ້ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ກົມປ່າໄມ້ ໂດຍການເປັນປະທານຂອງ ທ່ານ ສົມພອນ ແກ້ວຫາວົງ ກໍາມະການພັກກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນຫົວໜ້າກົມກວດກາປ່າໄມ້ ແລະ ມີແຂກຖືກເຊີນເຂົ້າຮ່ວມ ເຊິ່ງຕາງໜ້າຈາກ ກົມຈັດຕັ້ງ ແລະ ພະນັກງານ, ຫ້ອງການກະ ຊວງ ແລະ ກົມປ່າໄມ້. ນອກນັ້ນ ຍັງມີ ບັນດາທ່ານ ຮອງຫົວໜ້າກົມ, ຄະນະພະແນກອ້ອມຂ້າງກົມກວດກາປ່າໄມ້ ພ້ອມດ້ວຍ ເຈົ້າໜ້າທີ່ປ່າໄມ້ພາຍໃນກົມ ເຂົ້າຮ່ວມທັງໝົດ 37 ທ່ານ, ຍິງ 10 ທ່ານ. ໃນພິທີດັ່ງກ່າວໂດຍແມ່ນ ຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ຈາກກົມຈັດຕັ້ງ ແລະ ພະນັກງານ ໄດ້ອ່ານຜ່ານຂໍ້ຕົກລົງ ຂອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວ ໜ້າພະແນກ ທີ່ຂຶ້ນກັບກົມກວດກາປ່າໄມ້ ເຊິ່ງໄດ້ແຕ່ງຕັ້ງຫົວໜ້າພະແນກ ຂຶ້ນໃໝ່ 03 ທ່ານ, ຮອງຫົວໜ້າພະແນກ 06 ທ່ານ ແລະ ໄດ້ຊັບຊ້ອນ ຍົກຍ້າຍພະພັກງານ ຂັ້ນພະແນກ ແລະ ວິຊາການຈໍານວນໜຶ່ງໄປປະຈໍາການ ຢູ່ ກົມກອງໃໝ່.
ພິທີດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ ໂດຍພາຍຫຼັງສິ້ນສຸດການປະກາດການຈັດຕັ້ງທ່ານປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ຖືກແຕ່ງຕັ້ງຮັບຕໍາແໜ່ງໃໝ່ ແລະ ຜູ້ທີ່ຖືກຊັບຊ້ອນ ຍົກຍ້າຍໄປປະຈໍາການຢູ່ກົມກອງໃໝ່. ຈາກນັ້ນ ກອງປະຊຸມກໍ່ໄດ້ປິດລົງ ໃນ ເວລາ 11:00 ໂມງ ຂອງວັນດຽວກັນ.

ການຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ແກ່ຄະນະປະ ສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ທີ່ ເມືອງວັງວຽງ, ແຂວງວຽງຈັນ.

ໃນລະຫວ່າງວັນທີ 13 ຫາ 18 ມິຖຸນາ 2022. ກົມກວດກາປ່າໄມ້ ຈັດຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ແກ່ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ທີ່ຫ້ອງປະຊຸມ ໂຮງແຮມເດິ ແກຣນລີເວີຊາຍ II (The Grand Riverside II Hotel), ເມືອງວັງວຽງ, ແຂວງວຽງຈັນ. ຊຶ່ງເປັນປະທານໂດຍ ທ່ານ. ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ມີຜູ້ເຂົ້າຮ່ວມຝຶກອົບຮົມ ຈາກຄະນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງບໍ່ແກ້ວ, ແຂວງຫຼວງນ້ໍາທາ ແລະ ແຂວງອຸດົມໄຊ ຕາງໜ້າຈາກ ກອງກວດກາປ່າໄມ້, ຂະແໜງປ່າໄມ້ ແລະ ກອງຄຸ້ມຄອງປ່າສະຫງວນ, ພະແນກຕໍາຫຼວດສິ່ງແວດລ້ອມ, ກອງກວດກາພາສີ, ອົງການໄອຍະການປະຊາຊົນ, ອົງການກວດກາລັດແຂວງ ແລະ ຄູຝຶກຈາກອົງການ WWF-Laos  ແລະ ອົງການ Traffic ລວມຜູ້ເຂົ້າຮ່ວມທັງໝົດ ຈໍານວນ 90 ທ່ານ, ຍິງ 11 ທ່ານ.

ຈຸດປະສົງຂອງຝຶກອົບຮົມດັ່ງກ່າວ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ແລກປ່ຽນບົດຮຽນ ໃຫ້ແກ່ບັນດາພາກສ່ວນ ທີ່ຢູ່ໃນຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ກ່ຽວກັບວຽກງານ ການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໂດຍເນັ້ນໃສ່ການການນໍາສະເໜີກ່ຽວກັບ ບັນຊີປະເພດສັດປ່າຫວງຫ້າມ ທີ່ໃກ້ຈະສູນ ທີ່ນອນຢູ່ໃນສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES), ການສື່ສານ, ການລັກລອບເຄື່ອນຍ້າຍສັດປ່າ, ການວາງແຜນ ແລະ ເຕັກນິກ ວິທິການກວດຄົ້ນພາຫະນະ ແລະ ເຄຫະສະຖານ, ການຄຸ້ມຄອງສະຖານທີ່ເກີດເຫດ, ການເກັບກໍາຂໍ້ມູນ ແລະ ການດໍາເນີນຄະດີສັດປ່າ.

ກອງປະຊຸມສະຫຼຸບຜົນການດຳເນີນຄະດີການຄ້າຂາຍຊິ້ນສ່ວນສັດປ່າ (ງາຊ້າງ) ແລະ ການມອບ-ຮັບ ຂອງກາງ (ງາຊ້າງ) ພາຍຫຼັງຊິ້ນສຸດຄະດີ ຂອງກອງກວດກາປ່າໄມ້ ແຂວງສະຫວັນນະເຂດ ຢູ່ກົມກວດກາປ່າໄມ້

ໃນຄັ້ງວັນທີ 09 ມິຖຸນາ 2022 ກົມກວດກາປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບຜົນການດຳເນີນຄະດີການຄ້າຂາຍຊິ້ນສ່ວນສັດປ່າ ແລະ ການມອບ-ຮັບ ຂອງກາງ(ງາຊ້າງ) ຂອງກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໃຫ້ໜ່ວຍງານຄຸ້ມຄອງ CITES LAO ໂດຍຜ່ານກົມກວດກາປ່າໄມ້ ໂດຍການເປັນປະທານຂອງທ່ານ ຄຳຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ແລະ ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ພ້ອມທັງເປັນຫົວໜ້າໜ່ວຍງານຄຸ້ມຄອງ CITES LAO.
ໃນ ເວລາ 08:30 ຫາ 09:00 ໂມງ, ຫົວໜ້າກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໄດ້ກ່າວລາຍງານໃນກອງປະຊຸມ ກ່ຽວກັບຜົນຂອງການດຳເນີນຄະດີ ກ່ຽວກັບການຄ້າຂາຍຊິ້ນສ່ວນສັດປ່າ(ງາຊ້າງ).
ຕໍ່ມາ ໃນເວລາ 10:00 ຫາ 10:30 ໂມງ ຫົວໜ້າກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໄດ້ທຳການ ມອບ-ຮັບ ຄຳຕັດສິນຂອງສານ ແລະ ຂອງກາງຄະດີ (ງາຊ້າງ) ໃຫ້ຫົວໜ້າກົມປ້າໄມ້ ກໍ່ຄື ຫົວໜ້າໜ່ວຍງານຄຸ້ມຄອງ CITES LAO ເພື່ອເປັນຜູ້ເກັບຮັກສາຂອງກາງ.
ເວລາ 10:30 ຫາ 11:30 ໂມງ ຫົວໜ້າກົມປ່າໄມ້ ກໍ່ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ, ຈາກນັ້ນ ເວລາ 11:30 ຫາ 12:00 ໂມງຮອງຫົວໜ້າກົມກວດກາປ່າໄມ້ ກໍ່ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ແລ້ວກ່າວປິດກອງປະຊຸມໃນວັນດຽວກັນ.

ການດຳເນີນການສືບສວນ-ສອບສວນ ຄະດີ ກ່ຽວກັບໄມ້ ຢູ່ເມືອງນາຊາຍທອງ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ການດຳເນີນການສືບສວນ-ສອບສວນ ຄະດີ ກ່ຽວກັບໄມ້ ຢູ່ເມືອງນາຊາຍທອງ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ

    ໃນຄັ້ງວັນທີ 21 ເມສາ 2022 ເຈົ້າໜ້າທີ່ປ່າໄມ້ ຈາກກົມກວດກາປ່າໄມ້ ໄດ້ສົມທົບກັບເຈົ້າໜ້າທີ່ກອງກວດກາປ່າໄມ້ ນະຄອນຫຼວງ ແລະ ເຈົ້າໜ້າທີ່ປ່າໄມ້ ເມືອງນາຊາຍທອງ ເພື່ອລົງກວດກາ ແລະ ສະກັດກັ້ນການລັກລອບການຊື້-ຂາຍໄມ້ ທີ່ຜິດຕໍ່ລະບຽບກົດໝາຍຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ແລະ ບ້ານຫ້ວຍແດນເມືອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

Continue reading

ພິທີມອບ-ຮັບສັດປ່າປະເພດຫວງຫ້າມບັນຊິ1 (ລີງກັງ) ຄືນໃຫ້ແກ່ລັດ ຂອງປະຊາຊົນບ້ານໂພນຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ

ໃນວັນທີ 05 ພຶດສະພາ 2022, ພະແນກກວດກາສັດນໍ້າ ແລະ ສັດປ່າ ກົມກວດກາປ່າໄມ້  ໄດ້ມອບລີງກັງ ເພດແມ່ ຈໍານວນ 01 ໂຕ ທີ່ໄດ້ມາຈາກ ທ້າວ ສຸກສາຄອນ ອິນທະວົງ, ບ້ານໂພນຄໍາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ມອບໃຫ້ກົມກວກກາປ່າໄມ້, ເພື່ອນໍາເອົາສັດປ່າດັ່ງກ່າວ ໄປຟື້ນຟູຕາມຫຼັກວິຊາການ ສະນັ້ນ ຈື່ງມອບໃຫ້ມູນລະນິທິ ອະນຸລັກ ສັດປ່າລາວ LCTW (LAO CONSERVATION TRUST FOR WILDLIFE) ຖ້າສັດປ່າດັ່ງກ່າວ ມີຄວາມສາມາດດຳລົງຊີວິດຢູ່ປ່າທໍາມະຊາດໄດ້ ແມ່ນໃຫ້ມູນລະນິທິ ອະນຸລັກສັດປ່າລາວ ລາຍງານໃຫ້ກົມກວດກາປ່າໄມ້ຮັບຊາບ ເພື່ອປ່ອຍຄືນສູ່ທໍາມະຊາດໃນຕໍ່ໜ້າ.

 

ກວດແກ້ໂດຍ: ທ່ານ ເລ່ ວົງເພັດ

ຂຽນໂດຍ: ທ່ານ ກອນລະສັກ

06 ພຶດສະພາ 2022

ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຄູ່ມືການເຄືອໄຫວ ແລະ ການເສີມສ້າງຄວາມ ເຂັ້ມແຂງໃນ ເຄືອຂ່າຍບັງ ຄັບໃຊ້ກົດໝາຍວ່າດ້ວຍສັດນຳ້-ສັດປ່າ ແລະ ກົດໝາຍວ່າ ດ້ວຍປ່າໄມ້ຂັ້ນແຂວງ (P-WEN) ຂອງສາມແຂວງທົດລອງ (ແຂວງຫົວພັນ, ບໍລິຄຳໄຊ ແລະ ຄຳມ່ວນ)

ກົມກວດກາປ່າໄມ້ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຄູ່ມືການເຄື່ອນໄຫວ ແລະ ການເສີມສ້າງຄວາມ ເຂັ້ມແຂງໃນ ເຄືອຂ່າຍບັງ ຄັບໃຊ້ກົດໝາຍວ່າດ້ວຍສັດນຳ້-ສັດປ່າ ແລະ ກົດໝາຍວ່າ ດ້ວຍປ່າໄມ້ ໃນວັນທີ່ 15-16 ມີນາ 2022 ທີ່ ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມກວດ ກາປ່າໄມ້ ທັງເປັນຮອງຄະນະຊີ້ນຳເຄື່ອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນຳ້ສັດປ່າ ແລະ ກົດ  ໝາຍວ່າດ້ວຍປ່າໄມ້(LAO-WEN ) ຊຶ່ງມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງຈາກ ຂັ້ນສູນ ກາງ ຂອງເຄື່ອຂ່າຍ (LAO-WEN ) ຄື ກົມກວດກາປ່າໄມ້, ກົມປ່າໄມ້, ໄອຍະການປະຊາຊົນສູງສຸດ, ກົມພາສີ, ກົມຕຳຫຼວດສີ່ງແວດລ້ອມ, ກົມຕຳຫຼວດສາກົນ, ກົມທະຫານຊາຍແດນ ແລະ ຜູ້ເຂົ້າຮ່ວມຂັ້ນແຂວງ ຂອງແຂວງຫົວພັນ, ບໍລິຄຳໄຊ ແລະ ຄຳມ່ວນ, ນອກນັ້ນຍັງມີ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ອົງການ WWF, ຫ້ອງການກອງທຶນປົກປັກຮັກສາສີ່ງແວດລ້ອມ, ກອງຄຸ້ມຄອງອຸທິຍານແຫ່ງຊາດນາກາຍນໍ້າເທີນ, ໂຄງການອຸທິຍານແຫ່ງຊາດຫີນໜາມໜໍ່ GIZ, ອຸທິຍານແຫ່ງຊາດຫີນໜາມໜໍ່. ເຂົ້າຮ່ວມທັງໝົດ 48 ທ່ານ.

ຈຸດປະສົງ 1) ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດຄູ່ມືການເຄືອໄຫວຂອງ ເຄືອຂ່າຍບັງ ຄັບໃຊ້ກົດໝາຍວ່າດ້ວຍສັດນຳ້-ສັດປ່າ ແລະ ກົດໝາຍວ່າ ດ້ວຍປ່າໄມ້ຂັ້ນແຂວງ (P-WEN) ຂອງສາມແຂວງທົດລອງ; 2) ປຶກສາຫາລືປັບປຸງຄູ່ມື P-WEN ຂອງສາມແຂວງທົດລອງ ແລະ ຂະຫຍາຍວຽກງານໃນຕໍ່ໜ້າ; 3) ເພື່ອຮັບຟັງ ແລະ ປຶກສາຫາລືຄວາມຄືບໜ້າການສ້າງເອກະສານເສີ່ມສ້າງຄວາມເຂັ້ມແຂງໃຫ້ LAO-WEN ແລະ ການສ້າງທິມຕອບໂຕ້ໄວ; 4) ເພື່ອແລກປ່ຽນບົດຮຽນວຽກງານ ການຄຸ້ມຄອງ ແລະ ການກວດກາ ກ່ຽວກັບຊັບພະຍາກອນປ່າໄມ້ ລະຫວ່າງ ເຈົ້າໜ້າທີປ່າໄມ້ ແລະ ພາກສ່ວນຄຸ້ມຄອງອຸທິຍານແຫ່ງຊາດ ນາກາຍນຳ້ເທີນ ແລະ ຫີນໜາມໜໍ່.

        ກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ສໍາລັບ ເຄືອຂ່າຍ LAO-WEN , P-WEN ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ຈະໄດ້ປຶກສາຫາລືການຈັດຕັ້ງປະຕິບັດວຽກງານການຮ່ວມມື, , ການສືບຄົ້ນຫາອາຊະຍາກໍາ, ການທັບມ້າງອາຊະຍາກໍາ, ການດໍາເນີນຄະດີອາຊະຍາກໍາ ກ່ຽວກັບ ປ່າໄມ້, ສັດນໍ້າ ແລະ ສັດປ່າ.

 

ກວດແກ້ໂດຍ: ທ່ານ ເລ່ ວົງເພັດ

ຂຽນໄດຍ: ທ່ານ ກອນລະສັກ ພົນລະວົງ

16 ມີນາ 2022

ກອງປະຊຸມຮັບຟັງການໂອ້ລົມ ທິດຊີ້ນຳການຈັດຕັ້ງປະຕິບັດວຽກງານ ຂອງ​ທ່ານ​ ຫົວໜ້າກົມກວດກາປ່າໄມ້

      ໃນຕອນບ່າຍຂອງວັນທີ​ 04 ມີນາ​ 2022,​ ເວລາ​ 13:30 ໂມງ,​ ຢູ່ທີ່ຫ້ອງປະຊຸມກົມປ່າໄມ້,​ ກົມກວດກາປ່າໄມ້ ໄດ້ເປີດກອງປະຊຸມຮັບຟັງການໂອ້ລົມ ທິດຊີ້ນຳການຈັດຕັ້ງປະຕິບັດວຽກງານລວມ ຂອງ​ກົມກວດກາປ່າໄມ້​ ໂດຍການເປັນປະທານຂອງທ່ານ​ ຫົວໜ້າກົມກວດກາປ່າໄມ້.

___________________________________________

 

 

ກວດແກ້ໂດຍ: ທ່ານ​ ເລ່ ວົງເພັດ

ຂຽນໂດຍ: ກອນລະສັກ ພົນລະວົງ

04 ເມສາ​ 2022

ກອງປະຊຸມນໍາສະເໜີ ແລະ ປຶກສາຫາລື “ຮ່າງ” ຂໍ້ຕົກລົງ ແລະ ຄູ່ມືແນະນໍາ ການຈັດຕັ້ງປະຕິບັດວຽກງານ ກ່ຽວກັບໜ່ວຍງານເຄື່ອນທີ່ໄວ ຂອງເຈົ້າໜ້າທີ່ປ່າໄມ້ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ

 

ກອງປະຊຸມນໍາສະເໜີ ແລະ ປຶກສາຫາລື “ຮ່າງ” ຂໍ້ຕົກລົງ ແລະ ຄູ່ມືແນະນໍາ ການຈັດຕັ້ງປະຕິບັດວຽກງານ ກ່ຽວກັບໜ່ວຍງານເຄື່ອນທີ່ໄວ ຂອງເຈົ້າໜ້າທີ່ປ່າໄມ້ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ. ໂດຍການເປັນປະທານຮ່ວມຂອງ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດປ່າໄມ້ ແລະ ທ່ານ ລໍຣິດ ພາເລັນຕີນີ ຫົວໜ້າອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos).

ທີ່ໂຮງແຮມແກຣນລີເວີຊາຍ, ວັງວຽງ, ແຂວງວຽງຈັນ ໃນລະຫວ່າງວັນທີ 23-24 ກຸມພາ 2022.

ບາງມາດຕາ ຂອງປະມວນກົດໝາຍອາຍາ ທີ່ໃຊ້ເຂົ້າໃນວຽກງານກວດກາປ່າໄມ້ ກໍ່ຄື ວຽກງານການບັງຄັບໃຊ້ກົດໝາຍ ຕໍ່ຜູ້ທີ່ລະເມີດ ຫຼື ຜູ້ກະທຳຜິດ ກ່ຽວກັບຊັບພະຍາກອນປ່າໄມ້

ປະມວນກົດໝາຍອາຍາ

ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017

ພາກທີ II ພາກສະເພາະ

ໝວດທີ 7

ການກະທຳຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ

ມາດຕາ 308   ການລະເມີດລະບຽບການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດ(ໜ້າທີ 94)

                 ບຸກຄົນໃດ ຫາກລະເມີດກ່ຽວກັບການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນຊັບພະຍາກອນທຳມະ ຊາດ ຊຶ່ງກໍ່ຄວາມເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 20.000.000 ກີບ ຫາ 100.000.000 ກີບ.

              ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 50.000.000 ກີບ ຫາ 200.000.000 ກີບ.

ມາດຕາ 311   ການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້(ໜ້າທີ 95)

             ບຸກຄົນໃດ ຫາກລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້ ດ້ວຍການສຳຫຼວດ, ຂຸດຄົ້ນຊັບພະຍາກອນປ່າໄມ້, ຂົນສົ່ງ ຫຼື ຄ້າຂາຍໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ເລື່ອຍ, ໄມ້ແປຮູບ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

        ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ.

ມາດຕາ 312   ການລະເມີດລະບຽບການຄຸ້ມຄອງປ່າໄມ້(ໜ້າທີ 95)

                  ບຸກຄົນໃດ ຫາກລະເມີດລະບຽບການຄຸ້ມຄອງປ່າໄມ້ ດ້ວຍການສວຍໂອກາດ ຫຼື ໃຊ້ສິດ ແລະ ໜ້າທີ່ໃນທາງທີ່ບໍ່ຖືກຕ້ອງ ຫຼື ເກີນກວ່າກົດໝາຍກຳນົດໄວ້ ເພື່ອກຳນົດຂອບເຂດປ່າໄມ້ ຫຼື ທີ່ດິນປ່າໄມ້, ມອບ,ໂອນ, ຂຸດຄົ້ນ, ຖາງປ່າ, ຈູດປ່າ ຫຼື ຂົນສົ່ງຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມກົດໝາຍ ຫຼື ລະເມີດລະບຽບການກ່ຽວກັບການວັດແທກໄມ້, ການປະທັບຕາໄມ້ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 30.000.000 ກີບ.

                  ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ ຫາ 100.000.000 ກີບ.

ໝວດທີ 9

ການກະທຳຜິດກ່ຽວກັບທຳມະຊາດ ແລະ ສິ່ງແວດລ້ອມ

ມາດຕາ 326   ການຕັດໄມ້ຄຸ້ມຄອງ, ຖາງປ່າ, ຈູດປ່າ ແລະ ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມ                                  ກົດໝາຍ(ໜ້າທີ 104)

            ບຸກຄົນໃດ ຫາກໄດ້ຕັດໄມ້, ຖາງປ່າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້; ຈູດປ່າ ຫຼື ທຳລາຍປ່າໄມ້ ດ້ວຍວິທີການອື່ນ ຫຼື ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງສ້າງຜົນເສຍຫາຍ ທີ່ມີມູນຄ່າ ແຕ່ 5.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

        ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ມາດຕາ 327   ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້                            ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 104-105)

                    ບຸກຄົນໃດ ຫາກໄດ້ຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງສ້າງຜົນເສຍຫາຍທີ່ມູນຄ່າ ແຕ່ 5.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 1.000.000.000 ກີບ ຫາ 2.500.000.000 ກີບ ແລະ ໃຫ້ຟື້ນຟູຄືນ.

                       ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ກະທຳຜິດອີກ ເປັນຄັ້ງທີສອງ ຫຼື ເປັນອາຈິນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ມາດຕາ 328   ການມອບຄ້ອນປະທັບຕາໄມ້ ໃຫ້ຜູ້ບໍ່ມີສິດ, ໜ້າທີ່ຮັບຜິດຊອບ, ການອະນຸຍາດຫັນປ່ຽນປ່າໄມ້                                  ທຳມະຊາດ, ການອະນຸຍາດຂຸດຄົ້ນໄມ້ເກີນສິດ ແລະ ໜ້າທີ່ຂອງຕົນ(ໜ້າທີ 105)

                         ບຸກຄົນໃດ ຫາກໄດ້ມອບຄ້ອນປະທັບຕາໄມ້ໃຫ້ຜູ້ບໍ່ມີສິດ, ໜ້າທີ່ຮັບຜິດຊອບ, ອະນຸຍາດຫັນປ່ຽນປ່າໄມ້ທຳມະຊາດ, ອະນຸຍາດຂຸດຄົ້ນໄມ້ເກີນສິດ ແລະ ໜ້າທີ່ຂອງຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍໃນລາຄາຕາມທ້ອງຕະຫຼາດໃນເວາລານັ້ນ.

ມາດຕາ 329   ການປອມແປງຄ້ອນຕາປະທັບ ແລະ ເອກະສານຕ່າງໆ ກ່ຽວກັບການຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ,                             ປຸງແຕ່ງ ແລະ ຈຳໜ່າຍໄມ້, ຕໍໄມ້ ແລະ ເຄື່ອງຂອງດົງ(ໜ້າທີ 105)

                      ບຸກຄົນໃດ ຫາກໄດ້ປອມແປງຄ້ອນຕາປະທັບ ແລະ ເອກະສານຕ່າງໆ ກ່ຽວກັບການຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ, ປຸງແຕ່ງ ແລະ ຈຳໜ່າຍໄມ້, ຈໍໄມ້ ແລະ ເຄື່ອງປ່າຂອງດົງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 331   ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 105)

                 ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການລ່າສັດເຊັ່ນ ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                 ໃນກໍລະນີ ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 50.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 332   ການຫາປາ ຫຼື ສັດນ້ຳອື່ນ ໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 106)

                    ບຸກຄົນໃດ ຫາກໄດ້ຫາປາ ຫຼື ສັດນ້ຳອື່ນ ໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຫາປາເຊັ່ນ ຫາປາດ້ວຍການໃຊ້ລະເບີດ, ຢາເບື່ອ, ທາດເຄມີ, ໄຟຟ້າຊັອດ ຫຼື ເຄື່ອງມືອື່ນທີ່ເກືອດຫ້າມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                    ໃນກໍລະນີ ການກະທຳຜິດ ຫາກກໍ່ຄວາມເສຍຫາຍ ທີ່ມີມູນຄ່າ ແຕ່ 1.000.000 ກີບ ຫາ 15.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

 

ມາດຕາ 333   ການລຸກລຸກທຳລາຍຖິ່ນອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ(ໜ້າທີ 106)

                 ບຸກຄົນໃດ ຫາກໄດ້ບຸກລຸກທຳລາຍຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                        ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

 

ມາດຕາ 334     ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນ້ຳ ຫຼື ສັດປ່າທີ່ຫວງຫ້າມ(ໜ້າທີ 106)

                  ບຸກຄົນໃດ ຫາກລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະ ອະໄວຍະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

 

ມາດຕາ 335     ການນຳເຂົ້າ, ສົ່ງອອກ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ(ໜ້າທີ 106)

                    ບຸກຄົນໃດ ຫາກໄດ້ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ລວມທັງຊິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບສົນທິສັນຍາວ່າດ້ວຍການຄຸ້ມຄອງສັດປ່າ ແລະ ພືດພັນທີ່ໃກ້ຈະສູນພັນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 336     ການທຳລາຍຊັບພະຍາກອນສັດນ້ຳ(ໜ້າທີ 107)

                    ບຸກຄົນໃດ ຫາກໄດ້ໃຊ້ສານພິດ, ວັດຖຸລະເບີດ, ສານເຄມີ, ກະແສໄຟຟ້າ ຫຼື ວິທີການປະມົງ ທີ່ຕ້ອງຫ້າມ ຫຼື ເຄື່ອງມືໃຊ້ປະໂຫຍດຈາກຜະລິດຕະພັນສັດນ້ຳ ຫຼື ທຳລາຍຊັບພະຍາກອນສັດນ້ຳ ຊຶ່ງກໍ່ຄວາມເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

ມາດຕາ 337     ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ຄຸນຄ່າ ແລະ ຫາຍາກ(ໜ້າທີ 107)

                  ບຸກຄົນໃດ ຫາກໄດ້ລ່າສັດ, ຈັບ, ກັກຂັງ, ຂ້າ, ຂົນສົ່ງ ຫຼື ຄ້າຂາຍສັດປ່າທີ່ຄຸນຄ່າ ແລະ ຫາຍາກ ຫຼື ຂົນສົ່ງ ຫຼື ຄ້າຂາຍຜະລິດຕະພັນທີ່ເຮັດຈາກສັດດັ່ງກ່າວ ໂດຍບບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

 

ມາດຕາ 338     ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 107)

                 ບຸກຄົນໃດ ຫາກໄດ້ຈັບຈອງທີ່ດິນໃນເຂດປ່າສະຫງວນ, ປ່າດົງດິບ, ປ່າຍອດນ້ຳ, ທີ່ດິນບໍລິເວນບໍ່ແຮ່, ບໍລິເວນເຂດວັດທະນະທຳ ແລະ ບູຮານສະຖານ, ເຂດປ່າສັກສິດ, ເຂດທ່ອງທ່ຽວທຳມະຊາດ, ເຂດປະຫວັດສາດ ແລະ ເຂດສະຫງວນຂອງລັດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ, ຂອງລວມໝູ່ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ຈະຖືກຮິບທີ່ດິນນັ້ນ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ຈະຖືກຮິບທີ່ດິນນັ້ນ.

ກວດແກ້ໂດຍ: ທ່ານ ເລ່ ວົງເພັດ

ຂຽນໂດຍ: ກອນລະສັກ ພົນລະວົງ

15 ກຸມພາ 2022

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ