Get Adobe Flash player
ນະຄອນຫຼວງວຽງຈັນ
Mar 29, 2024 - Fri
Vientiane, LA
32°C
scattered clouds
scattered clouds
6 m/s, S
70%
756.06 mmHg
fri03/29 sat03/30 sun03/31 mon04/01 tue04/02
light rain
35/29°C
light rain
36/30°C
clear sky
39/31°C
clear sky
41/33°C
few clouds
41/35°C
ຫຼວງພະບາງ
Mar 29 - Fri
Vientiane, LA
32°C scattered clouds
Day Cond. Temp.
fri 03/29
light rain
35/29°C
sat 03/30
light rain
36/30°C
sun 03/31
clear sky
39/31°C
mon 04/01
clear sky
41/33°C
tue 04/02
few clouds
41/35°C
ຈຳປາສັກ
Mar 29 - Fri
Vientiane, LA
32°C scattered clouds
Day Cond. Temp.
fri 03/29
light rain
35/29°C
sat 03/30
light rain
36/30°C
sun 03/31
clear sky
39/31°C
mon 04/01
clear sky
41/33°C
tue 04/02
few clouds
41/35°C

Monthly Archives: February 2022

ກອງປະຊຸມນໍາສະເໜີ ແລະ ປຶກສາຫາລື “ຮ່າງ” ຂໍ້ຕົກລົງ ແລະ ຄູ່ມືແນະນໍາ ການຈັດຕັ້ງປະຕິບັດວຽກງານ ກ່ຽວກັບໜ່ວຍງານເຄື່ອນທີ່ໄວ ຂອງເຈົ້າໜ້າທີ່ປ່າໄມ້ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ

 

ກອງປະຊຸມນໍາສະເໜີ ແລະ ປຶກສາຫາລື “ຮ່າງ” ຂໍ້ຕົກລົງ ແລະ ຄູ່ມືແນະນໍາ ການຈັດຕັ້ງປະຕິບັດວຽກງານ ກ່ຽວກັບໜ່ວຍງານເຄື່ອນທີ່ໄວ ຂອງເຈົ້າໜ້າທີ່ປ່າໄມ້ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າ. ໂດຍການເປັນປະທານຮ່ວມຂອງ ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດປ່າໄມ້ ແລະ ທ່ານ ລໍຣິດ ພາເລັນຕີນີ ຫົວໜ້າອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos).

ທີ່ໂຮງແຮມແກຣນລີເວີຊາຍ, ວັງວຽງ, ແຂວງວຽງຈັນ ໃນລະຫວ່າງວັນທີ 23-24 ກຸມພາ 2022.

ບາງມາດຕາ ຂອງປະມວນກົດໝາຍອາຍາ ທີ່ໃຊ້ເຂົ້າໃນວຽກງານກວດກາປ່າໄມ້ ກໍ່ຄື ວຽກງານການບັງຄັບໃຊ້ກົດໝາຍ ຕໍ່ຜູ້ທີ່ລະເມີດ ຫຼື ຜູ້ກະທຳຜິດ ກ່ຽວກັບຊັບພະຍາກອນປ່າໄມ້

ປະມວນກົດໝາຍອາຍາ

ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017

ພາກທີ II ພາກສະເພາະ

ໝວດທີ 7

ການກະທຳຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ

ມາດຕາ 308   ການລະເມີດລະບຽບການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດ(ໜ້າທີ 94)

                 ບຸກຄົນໃດ ຫາກລະເມີດກ່ຽວກັບການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນຊັບພະຍາກອນທຳມະ ຊາດ ຊຶ່ງກໍ່ຄວາມເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 20.000.000 ກີບ ຫາ 100.000.000 ກີບ.

              ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 50.000.000 ກີບ ຫາ 200.000.000 ກີບ.

ມາດຕາ 311   ການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້(ໜ້າທີ 95)

             ບຸກຄົນໃດ ຫາກລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້ ດ້ວຍການສຳຫຼວດ, ຂຸດຄົ້ນຊັບພະຍາກອນປ່າໄມ້, ຂົນສົ່ງ ຫຼື ຄ້າຂາຍໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ເລື່ອຍ, ໄມ້ແປຮູບ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

        ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ.

ມາດຕາ 312   ການລະເມີດລະບຽບການຄຸ້ມຄອງປ່າໄມ້(ໜ້າທີ 95)

                  ບຸກຄົນໃດ ຫາກລະເມີດລະບຽບການຄຸ້ມຄອງປ່າໄມ້ ດ້ວຍການສວຍໂອກາດ ຫຼື ໃຊ້ສິດ ແລະ ໜ້າທີ່ໃນທາງທີ່ບໍ່ຖືກຕ້ອງ ຫຼື ເກີນກວ່າກົດໝາຍກຳນົດໄວ້ ເພື່ອກຳນົດຂອບເຂດປ່າໄມ້ ຫຼື ທີ່ດິນປ່າໄມ້, ມອບ,ໂອນ, ຂຸດຄົ້ນ, ຖາງປ່າ, ຈູດປ່າ ຫຼື ຂົນສົ່ງຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມກົດໝາຍ ຫຼື ລະເມີດລະບຽບການກ່ຽວກັບການວັດແທກໄມ້, ການປະທັບຕາໄມ້ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 30.000.000 ກີບ.

                  ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ ຫາ 100.000.000 ກີບ.

ໝວດທີ 9

ການກະທຳຜິດກ່ຽວກັບທຳມະຊາດ ແລະ ສິ່ງແວດລ້ອມ

ມາດຕາ 326   ການຕັດໄມ້ຄຸ້ມຄອງ, ຖາງປ່າ, ຈູດປ່າ ແລະ ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມ                                  ກົດໝາຍ(ໜ້າທີ 104)

            ບຸກຄົນໃດ ຫາກໄດ້ຕັດໄມ້, ຖາງປ່າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້; ຈູດປ່າ ຫຼື ທຳລາຍປ່າໄມ້ ດ້ວຍວິທີການອື່ນ ຫຼື ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງສ້າງຜົນເສຍຫາຍ ທີ່ມີມູນຄ່າ ແຕ່ 5.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

        ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ມາດຕາ 327   ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້                            ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 104-105)

                    ບຸກຄົນໃດ ຫາກໄດ້ຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງສ້າງຜົນເສຍຫາຍທີ່ມູນຄ່າ ແຕ່ 5.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 1.000.000.000 ກີບ ຫາ 2.500.000.000 ກີບ ແລະ ໃຫ້ຟື້ນຟູຄືນ.

                       ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ກະທຳຜິດອີກ ເປັນຄັ້ງທີສອງ ຫຼື ເປັນອາຈິນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ມາດຕາ 328   ການມອບຄ້ອນປະທັບຕາໄມ້ ໃຫ້ຜູ້ບໍ່ມີສິດ, ໜ້າທີ່ຮັບຜິດຊອບ, ການອະນຸຍາດຫັນປ່ຽນປ່າໄມ້                                  ທຳມະຊາດ, ການອະນຸຍາດຂຸດຄົ້ນໄມ້ເກີນສິດ ແລະ ໜ້າທີ່ຂອງຕົນ(ໜ້າທີ 105)

                         ບຸກຄົນໃດ ຫາກໄດ້ມອບຄ້ອນປະທັບຕາໄມ້ໃຫ້ຜູ້ບໍ່ມີສິດ, ໜ້າທີ່ຮັບຜິດຊອບ, ອະນຸຍາດຫັນປ່ຽນປ່າໄມ້ທຳມະຊາດ, ອະນຸຍາດຂຸດຄົ້ນໄມ້ເກີນສິດ ແລະ ໜ້າທີ່ຂອງຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍໃນລາຄາຕາມທ້ອງຕະຫຼາດໃນເວາລານັ້ນ.

ມາດຕາ 329   ການປອມແປງຄ້ອນຕາປະທັບ ແລະ ເອກະສານຕ່າງໆ ກ່ຽວກັບການຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ,                             ປຸງແຕ່ງ ແລະ ຈຳໜ່າຍໄມ້, ຕໍໄມ້ ແລະ ເຄື່ອງຂອງດົງ(ໜ້າທີ 105)

                      ບຸກຄົນໃດ ຫາກໄດ້ປອມແປງຄ້ອນຕາປະທັບ ແລະ ເອກະສານຕ່າງໆ ກ່ຽວກັບການຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ, ປຸງແຕ່ງ ແລະ ຈຳໜ່າຍໄມ້, ຈໍໄມ້ ແລະ ເຄື່ອງປ່າຂອງດົງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 331   ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 105)

                 ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການລ່າສັດເຊັ່ນ ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                 ໃນກໍລະນີ ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 50.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 332   ການຫາປາ ຫຼື ສັດນ້ຳອື່ນ ໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 106)

                    ບຸກຄົນໃດ ຫາກໄດ້ຫາປາ ຫຼື ສັດນ້ຳອື່ນ ໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຫາປາເຊັ່ນ ຫາປາດ້ວຍການໃຊ້ລະເບີດ, ຢາເບື່ອ, ທາດເຄມີ, ໄຟຟ້າຊັອດ ຫຼື ເຄື່ອງມືອື່ນທີ່ເກືອດຫ້າມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                    ໃນກໍລະນີ ການກະທຳຜິດ ຫາກກໍ່ຄວາມເສຍຫາຍ ທີ່ມີມູນຄ່າ ແຕ່ 1.000.000 ກີບ ຫາ 15.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

 

ມາດຕາ 333   ການລຸກລຸກທຳລາຍຖິ່ນອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ(ໜ້າທີ 106)

                 ບຸກຄົນໃດ ຫາກໄດ້ບຸກລຸກທຳລາຍຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                        ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

 

ມາດຕາ 334     ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນ້ຳ ຫຼື ສັດປ່າທີ່ຫວງຫ້າມ(ໜ້າທີ 106)

                  ບຸກຄົນໃດ ຫາກລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະ ອະໄວຍະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

 

ມາດຕາ 335     ການນຳເຂົ້າ, ສົ່ງອອກ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ(ໜ້າທີ 106)

                    ບຸກຄົນໃດ ຫາກໄດ້ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ລວມທັງຊິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບສົນທິສັນຍາວ່າດ້ວຍການຄຸ້ມຄອງສັດປ່າ ແລະ ພືດພັນທີ່ໃກ້ຈະສູນພັນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 336     ການທຳລາຍຊັບພະຍາກອນສັດນ້ຳ(ໜ້າທີ 107)

                    ບຸກຄົນໃດ ຫາກໄດ້ໃຊ້ສານພິດ, ວັດຖຸລະເບີດ, ສານເຄມີ, ກະແສໄຟຟ້າ ຫຼື ວິທີການປະມົງ ທີ່ຕ້ອງຫ້າມ ຫຼື ເຄື່ອງມືໃຊ້ປະໂຫຍດຈາກຜະລິດຕະພັນສັດນ້ຳ ຫຼື ທຳລາຍຊັບພະຍາກອນສັດນ້ຳ ຊຶ່ງກໍ່ຄວາມເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

ມາດຕາ 337     ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ຄຸນຄ່າ ແລະ ຫາຍາກ(ໜ້າທີ 107)

                  ບຸກຄົນໃດ ຫາກໄດ້ລ່າສັດ, ຈັບ, ກັກຂັງ, ຂ້າ, ຂົນສົ່ງ ຫຼື ຄ້າຂາຍສັດປ່າທີ່ຄຸນຄ່າ ແລະ ຫາຍາກ ຫຼື ຂົນສົ່ງ ຫຼື ຄ້າຂາຍຜະລິດຕະພັນທີ່ເຮັດຈາກສັດດັ່ງກ່າວ ໂດຍບບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

 

ມາດຕາ 338     ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 107)

                 ບຸກຄົນໃດ ຫາກໄດ້ຈັບຈອງທີ່ດິນໃນເຂດປ່າສະຫງວນ, ປ່າດົງດິບ, ປ່າຍອດນ້ຳ, ທີ່ດິນບໍລິເວນບໍ່ແຮ່, ບໍລິເວນເຂດວັດທະນະທຳ ແລະ ບູຮານສະຖານ, ເຂດປ່າສັກສິດ, ເຂດທ່ອງທ່ຽວທຳມະຊາດ, ເຂດປະຫວັດສາດ ແລະ ເຂດສະຫງວນຂອງລັດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ, ຂອງລວມໝູ່ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ຈະຖືກຮິບທີ່ດິນນັ້ນ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ຈະຖືກຮິບທີ່ດິນນັ້ນ.

ກວດແກ້ໂດຍ: ທ່ານ ເລ່ ວົງເພັດ

ຂຽນໂດຍ: ກອນລະສັກ ພົນລະວົງ

15 ກຸມພາ 2022

ກອງປະຊຸມ ເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019, ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0546/ກປ, ວ່າດ້ວຍອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້, ລົງວັນທີ 12 ພຶດສະພາ 2021, ແຈ້ງການຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0117/ກປ, ໃຫ້ຢຸດຕິ ການອະນຸຍາດເຄື່ອນຍ້າຍຖ່ານດຳ ເພື່ອສົ່ງອອກຕ່າງປະເທດ, ລົງວັນທີ 17 ມັງກອນ 2022 ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຂັ້ນແຂວງ ໃນລະຫວ່າງວັນທີ 07-14 ກຸມພາ 2022, ທີ່ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

       ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍ ທ່ານ ເລ່ ວົງເພັດ ຮອງຫົວໜ້າພະແນກສືບສວນ-ສອບສວນ, ກົມກວດກາປ່າໄມ້ ໄດ້ລົງຊຸກຍູ້ ແລະ ເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019, ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0546/ກປ, ວ່າດ້ວຍອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້, ລົງວັນທີ 12 ພຶດສະພາ 2021, ແຈ້ງການຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0117/ກປ, ໃຫ້ຢຸດຕິ ການອະນຸຍາດເຄື່ອນຍ້າຍຖ່ານດຳ ເພື່ອສົ່ງອອກຕ່າງປະເທດ, ລົງວັນທີ 17 ມັງກອນ 2022 ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຂັ້ນແຂວງ ໃນລະຫວ່າງວັນທີ 07-14 ກຸມພາ 2022, ທີ່ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

      ພ້ອມດຽວກັນນັ້ນ ຍັງໄດ້ເຜີຍແຜ່ກ່ຽວກັບ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ເລກທີ 37/ສພຊ, ລົງວັນທີ 14 ພະຈິກ 2017. ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007. ເພື່ອສ້າງຄວາມເຂັ້ມແຂງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ແກ່ເຈົ້າໜ້າທີ່ປ່າໄມ້.

______________________________________________________________

 

 

09 ກຸມພາ 2022
ຂຽນໂດຍ: ກອນລະສັກ ພົນລະວົງ

ກອງປະຊຸມ ປຶກສາຫາລື ປັບປຸງ ກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ໃນລະຫວ່າງວັນທີ 8-9 ກຸມພາ 2022, ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ (ຄັ້ງທີ I ).

         ທ່ານ ຄຳເຝືອ ສີຣິວົງ ຮອງຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍເຈົ້້າໜ້າທີ່ປ່າໄມ້ 01 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມຮ່ວມກັບກົມປ່າໄມ້ ກ່ຽວກັບ ການປຶກສາຫາລື ປັບປຸງກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ໂດຍການເປັນປະທານຂອງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້.

_______________________________________________________________________

 

 

09 ກຸມພາ 2022
ຂຽນໂດຍ: ກອນລະສັກ ພົນລະວົງ

ກອງປະຊຸມ ປັບປຸງ ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0141/ກປ, ລົງວັນທີ 18 ພະຈິກ 2010, ວ່າດ້ວຍການກວດກາ ແລະ ດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາ ກອນປ່າໄມ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ, ໃນລະຫວ່າງວັນທີ 1-3 ກຸມພາ 2022.

         ກອງປະຊຸມ ປັບປຸງ ຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0141/ກປ, ລົງວັນທີ 18 ພະຈິກ 2010, ວ່າດ້ວຍການກວດກາ ແລະ ດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຄັ້ງວັນທີ 1-3 ກຸມພາ 2022, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ. (ຄັ້ງທີ3)

_______________________________________________________________________
ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສີຣິວົງ ຮອງຫົວໜ້າກົມກວດກາປ່າໄມ້.

         ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຄົ້ນຄວ້າ ກຳນົດຂັ້ນຕອນ ແລະ ວິທີການທີ່ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ຈັດຕັ້ງປະຕິບັດວຽກງານກວດກາ ແລະ ດຳເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມກົດໝາຍ ແລະ ມີຄວາມເປັນເອກພາບກັນໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.

 

 

08 ກຸມພາ 2022
ຂຽນໂດຍ: ກອນລະສັກ ພົນລະວົງ

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ