Get Adobe Flash player
ນະຄອນຫຼວງວຽງຈັນ
Mar 29, 2024 - Fri
Vientiane, LA
27°C
mist
mist
0 m/s
65%
757.56 mmHg
fri03/29 sat03/30 sun03/31 mon04/01 tue04/02
light rain
35/28°C
moderate rain
35/31°C
scattered clouds
38/31°C
clear sky
40/33°C
clear sky
41/33°C
ຫຼວງພະບາງ
Mar 29 - Fri
Vientiane, LA
27°C mist
Day Cond. Temp.
fri 03/29
light rain
35/28°C
sat 03/30
moderate rain
35/31°C
sun 03/31
scattered clouds
38/31°C
mon 04/01
clear sky
40/33°C
tue 04/02
clear sky
41/33°C
ຈຳປາສັກ
Mar 29 - Fri
Vientiane, LA
27°C mist
Day Cond. Temp.
fri 03/29
light rain
35/28°C
sat 03/30
moderate rain
35/31°C
sun 03/31
scattered clouds
38/31°C
mon 04/01
clear sky
40/33°C
tue 04/02
clear sky
41/33°C

ບາງມາດຕາ ຂອງປະມວນກົດໝາຍອາຍາ ທີ່ໃຊ້ເຂົ້າໃນວຽກງານກວດກາປ່າໄມ້ ກໍ່ຄື ວຽກງານການບັງຄັບໃຊ້ກົດໝາຍ ຕໍ່ຜູ້ທີ່ລະເມີດ ຫຼື ຜູ້ກະທຳຜິດ ກ່ຽວກັບຊັບພະຍາກອນປ່າໄມ້

ປະມວນກົດໝາຍອາຍາ

ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017

ພາກທີ II ພາກສະເພາະ

ໝວດທີ 7

ການກະທຳຜິດຕໍ່ລະບຽບການຄຸ້ມຄອງເສດຖະກິດ

ມາດຕາ 308   ການລະເມີດລະບຽບການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນຊັບພະຍາກອນທຳມະຊາດ(ໜ້າທີ 94)

                 ບຸກຄົນໃດ ຫາກລະເມີດກ່ຽວກັບການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນຊັບພະຍາກອນທຳມະ ຊາດ ຊຶ່ງກໍ່ຄວາມເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 20.000.000 ກີບ ຫາ 100.000.000 ກີບ.

              ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 50.000.000 ກີບ ຫາ 200.000.000 ກີບ.

ມາດຕາ 311   ການລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້(ໜ້າທີ 95)

             ບຸກຄົນໃດ ຫາກລະເມີດລະບຽບການຂຸດຄົ້ນ ແລະ ປົກປັກຮັກສາປ່າໄມ້ ດ້ວຍການສຳຫຼວດ, ຂຸດຄົ້ນຊັບພະຍາກອນປ່າໄມ້, ຂົນສົ່ງ ຫຼື ຄ້າຂາຍໄມ້ທ່ອນ, ຕໍໄມ້, ປູດໄມ້, ໄມ້ເລື່ອຍ, ໄມ້ແປຮູບ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

        ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 50.000.000 ກີບ ຫາ 100.000.000 ກີບ.

ມາດຕາ 312   ການລະເມີດລະບຽບການຄຸ້ມຄອງປ່າໄມ້(ໜ້າທີ 95)

                  ບຸກຄົນໃດ ຫາກລະເມີດລະບຽບການຄຸ້ມຄອງປ່າໄມ້ ດ້ວຍການສວຍໂອກາດ ຫຼື ໃຊ້ສິດ ແລະ ໜ້າທີ່ໃນທາງທີ່ບໍ່ຖືກຕ້ອງ ຫຼື ເກີນກວ່າກົດໝາຍກຳນົດໄວ້ ເພື່ອກຳນົດຂອບເຂດປ່າໄມ້ ຫຼື ທີ່ດິນປ່າໄມ້, ມອບ,ໂອນ, ຂຸດຄົ້ນ, ຖາງປ່າ, ຈູດປ່າ ຫຼື ຂົນສົ່ງຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງໂດຍບໍ່ຖືກຕ້ອງຕາມກົດໝາຍ ຫຼື ລະເມີດລະບຽບການກ່ຽວກັບການວັດແທກໄມ້, ການປະທັບຕາໄມ້ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 30.000.000 ກີບ.

                  ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ ແລະ ຈະຖືກປັບໃໝ ແຕ່ 30.000.000 ກີບ ຫາ 100.000.000 ກີບ.

ໝວດທີ 9

ການກະທຳຜິດກ່ຽວກັບທຳມະຊາດ ແລະ ສິ່ງແວດລ້ອມ

ມາດຕາ 326   ການຕັດໄມ້ຄຸ້ມຄອງ, ຖາງປ່າ, ຈູດປ່າ ແລະ ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມ                                  ກົດໝາຍ(ໜ້າທີ 104)

            ບຸກຄົນໃດ ຫາກໄດ້ຕັດໄມ້, ຖາງປ່າ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້; ຈູດປ່າ ຫຼື ທຳລາຍປ່າໄມ້ ດ້ວຍວິທີການອື່ນ ຫຼື ການຂຸດຄົ້ນເຄື່ອງປ່າຂອງດົງ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງສ້າງຜົນເສຍຫາຍ ທີ່ມີມູນຄ່າ ແຕ່ 5.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

        ໃນກໍລະນີທີ່ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ມາດຕາ 327   ການຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດ ປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້                            ຈະສູນພັນໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 104-105)

                    ບຸກຄົນໃດ ຫາກໄດ້ຕັດ, ຊື້-ຂາຍ ຫຼື ເຄື່ອນຍ້າຍໄມ້ ແລະ ຕໍໄມ້ທຳມະຊາດປະເພດຫວງຫ້າມ ແລະ ໄມ້ພິເສດທີ່ໃກ້ຈະສູນພັນ ໂດຍບໍ່ໄດ້ຮັບອະນຸຍາດ ຊຶ່ງສ້າງຜົນເສຍຫາຍທີ່ມູນຄ່າ ແຕ່ 5.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 1.000.000.000 ກີບ ຫາ 2.500.000.000 ກີບ ແລະ ໃຫ້ຟື້ນຟູຄືນ.

                       ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ກະທຳຜິດອີກ ເປັນຄັ້ງທີສອງ ຫຼື ເປັນອາຈິນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ໃຫ້ຟື້ນຟູຄືນ.

ມາດຕາ 328   ການມອບຄ້ອນປະທັບຕາໄມ້ ໃຫ້ຜູ້ບໍ່ມີສິດ, ໜ້າທີ່ຮັບຜິດຊອບ, ການອະນຸຍາດຫັນປ່ຽນປ່າໄມ້                                  ທຳມະຊາດ, ການອະນຸຍາດຂຸດຄົ້ນໄມ້ເກີນສິດ ແລະ ໜ້າທີ່ຂອງຕົນ(ໜ້າທີ 105)

                         ບຸກຄົນໃດ ຫາກໄດ້ມອບຄ້ອນປະທັບຕາໄມ້ໃຫ້ຜູ້ບໍ່ມີສິດ, ໜ້າທີ່ຮັບຜິດຊອບ, ອະນຸຍາດຫັນປ່ຽນປ່າໄມ້ທຳມະຊາດ, ອະນຸຍາດຂຸດຄົ້ນໄມ້ເກີນສິດ ແລະ ໜ້າທີ່ຂອງຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍໃນລາຄາຕາມທ້ອງຕະຫຼາດໃນເວາລານັ້ນ.

ມາດຕາ 329   ການປອມແປງຄ້ອນຕາປະທັບ ແລະ ເອກະສານຕ່າງໆ ກ່ຽວກັບການຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ,                             ປຸງແຕ່ງ ແລະ ຈຳໜ່າຍໄມ້, ຕໍໄມ້ ແລະ ເຄື່ອງຂອງດົງ(ໜ້າທີ 105)

                      ບຸກຄົນໃດ ຫາກໄດ້ປອມແປງຄ້ອນຕາປະທັບ ແລະ ເອກະສານຕ່າງໆ ກ່ຽວກັບການຂຸດຄົ້ນ, ຊື້-ຂາຍ, ເຄື່ອນຍ້າຍ, ປຸງແຕ່ງ ແລະ ຈຳໜ່າຍໄມ້, ຈໍໄມ້ ແລະ ເຄື່ອງປ່າຂອງດົງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 331   ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 105)

                 ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການລ່າສັດເຊັ່ນ ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                 ໃນກໍລະນີ ການກະທຳຜິດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າ ແຕ່ 50.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 332   ການຫາປາ ຫຼື ສັດນ້ຳອື່ນ ໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 106)

                    ບຸກຄົນໃດ ຫາກໄດ້ຫາປາ ຫຼື ສັດນ້ຳອື່ນ ໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບການຫາປາເຊັ່ນ ຫາປາດ້ວຍການໃຊ້ລະເບີດ, ຢາເບື່ອ, ທາດເຄມີ, ໄຟຟ້າຊັອດ ຫຼື ເຄື່ອງມືອື່ນທີ່ເກືອດຫ້າມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                    ໃນກໍລະນີ ການກະທຳຜິດ ຫາກກໍ່ຄວາມເສຍຫາຍ ທີ່ມີມູນຄ່າ ແຕ່ 1.000.000 ກີບ ຫາ 15.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

 

ມາດຕາ 333   ການລຸກລຸກທຳລາຍຖິ່ນອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ(ໜ້າທີ 106)

                 ບຸກຄົນໃດ ຫາກໄດ້ບຸກລຸກທຳລາຍຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

                        ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

 

ມາດຕາ 334     ການຄ້າຂາຍ ຫຼື ມີໄວ້ໃນຄອບຄອງສັດນ້ຳ ຫຼື ສັດປ່າທີ່ຫວງຫ້າມ(ໜ້າທີ 106)

                  ບຸກຄົນໃດ ຫາກລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ຫຼື ຊິ້ນສ່ວນ ແລະ ອະໄວຍະຕ່າງໆ ຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ໃນຄອບຄອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ.

 

ມາດຕາ 335     ການນຳເຂົ້າ, ສົ່ງອອກ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ(ໜ້າທີ 106)

                    ບຸກຄົນໃດ ຫາກໄດ້ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ຫຼື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ລວມທັງຊິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບສົນທິສັນຍາວ່າດ້ວຍການຄຸ້ມຄອງສັດປ່າ ແລະ ພືດພັນທີ່ໃກ້ຈະສູນພັນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ.

ມາດຕາ 336     ການທຳລາຍຊັບພະຍາກອນສັດນ້ຳ(ໜ້າທີ 107)

                    ບຸກຄົນໃດ ຫາກໄດ້ໃຊ້ສານພິດ, ວັດຖຸລະເບີດ, ສານເຄມີ, ກະແສໄຟຟ້າ ຫຼື ວິທີການປະມົງ ທີ່ຕ້ອງຫ້າມ ຫຼື ເຄື່ອງມືໃຊ້ປະໂຫຍດຈາກຜະລິດຕະພັນສັດນ້ຳ ຫຼື ທຳລາຍຊັບພະຍາກອນສັດນ້ຳ ຊຶ່ງກໍ່ຄວາມເສຍຫາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

ມາດຕາ 337     ການລະເມີດລະບຽບການກ່ຽວກັບການຄຸ້ມຄອງສັດປ່າທີ່ຄຸນຄ່າ ແລະ ຫາຍາກ(ໜ້າທີ 107)

                  ບຸກຄົນໃດ ຫາກໄດ້ລ່າສັດ, ຈັບ, ກັກຂັງ, ຂ້າ, ຂົນສົ່ງ ຫຼື ຄ້າຂາຍສັດປ່າທີ່ຄຸນຄ່າ ແລະ ຫາຍາກ ຫຼື ຂົນສົ່ງ ຫຼື ຄ້າຂາຍຜະລິດຕະພັນທີ່ເຮັດຈາກສັດດັ່ງກ່າວ ໂດຍບບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫົກເດືອນ ຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ.

 

ມາດຕາ 338     ການຈັບຈອງທີ່ດິນໂດຍບໍ່ຖືກຕ້ອງຕາມກົດໝາຍ(ໜ້າທີ 107)

                 ບຸກຄົນໃດ ຫາກໄດ້ຈັບຈອງທີ່ດິນໃນເຂດປ່າສະຫງວນ, ປ່າດົງດິບ, ປ່າຍອດນ້ຳ, ທີ່ດິນບໍລິເວນບໍ່ແຮ່, ບໍລິເວນເຂດວັດທະນະທຳ ແລະ ບູຮານສະຖານ, ເຂດປ່າສັກສິດ, ເຂດທ່ອງທ່ຽວທຳມະຊາດ, ເຂດປະຫວັດສາດ ແລະ ເຂດສະຫງວນຂອງລັດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ, ຂອງລວມໝູ່ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ສອງເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ຈະຖືກຮິບທີ່ດິນນັ້ນ.

                  ໃນກໍລະນີ ການກະທຳຜິດ ເປັນອາຈິນ, ການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ສາມເທົ່າຂອງມູນຄ່າຄວາມເສຍຫາຍ ແລະ ຈະຖືກຮິບທີ່ດິນນັ້ນ.

ກວດແກ້ໂດຍ: ທ່ານ ເລ່ ວົງເພັດ

ຂຽນໂດຍ: ກອນລະສັກ ພົນລະວົງ

15 ກຸມພາ 2022

Facebook Comments Box
ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ