Get Adobe Flash player
ນະຄອນຫຼວງວຽງຈັນ
Oct 23, 2024 - Wed
Vientiane, LA
31°C
broken clouds
broken clouds
4 m/s, E
74%
756.81 mmHg
wed10/23 thu10/24 fri10/25 sat10/26 sun10/27
moderate rain
30/24°C
light rain
28/25°C
light rain
30/25°C
moderate rain
27/25°C
light rain
25/21°C
ຫຼວງພະບາງ
Oct 23 - Wed
Vientiane, LA
31°C broken clouds
Day Cond. Temp.
wed 10/23
moderate rain
30/24°C
thu 10/24
light rain
28/25°C
fri 10/25
light rain
30/25°C
sat 10/26
moderate rain
27/25°C
sun 10/27
light rain
25/21°C
ຈຳປາສັກ
Oct 23 - Wed
Vientiane, LA
31°C broken clouds
Day Cond. Temp.
wed 10/23
moderate rain
30/24°C
thu 10/24
light rain
28/25°C
fri 10/25
light rain
30/25°C
sat 10/26
moderate rain
27/25°C
sun 10/27
light rain
25/21°C

Monthly Archives: August 2017

ຄະນະທີມງານ ຈາກກົມກວດກາປ່າໄມ້ ໄດ້ລົງຕິດຕາມຊຸກຍູ້ແຂວງ ຫົວພັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດ ໝາຍສັດນ້ຳ ແລະ ສັດປ່າ ຂອງໂຄງການ LEN2 ຢູ່ແຂວງຫົວພັນ ໃນລະຫວ່າງວັນທີ 29 ກໍລະກົດ ຫາ 06 ສິງຫາ 2017.

      ໃນວັນທີ 31 ກໍລະກົດ 2017 ທີມງານ ຈາກກົມກວດກາປ່າໄມ້ ນຳໂດຍທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມກວດກາປ່າໄມ້ ພ້ອມດ້ວຍຄະນະທີມງານ ເຂົ້າພົບ ແລະ ເຮັດວຽກນຳ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການບັງຄັບໃຊ້ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍສັດນ້ຳ ແລະ ສັດປ່າ ຂອງໂຄງການ LEN2 ແລະ ໂຄງການ CliPAD.

img_095

img_0954

        ຈາກນັ້ນ, ໃນເວລາ 10:30 ເຊົ້າ ຄະນະທີມງານ ກໍ່ໄດ້ເຂົ້າພົບ ແລະ ເຮັດວຽກຮ່ວມກັບຫ້ອງວ່າການປົກຄອງແຂວງ ແຂວງຫົວພັນ ເພື່ອລາຍງານໃຫ້ຫົວໜ້າຫ້ອງວ່າການ ຮັບຊາບກ່ຽວກັບຈຸດປະສົງທີ່ທາງຄະນະທີມງານໄດ້ລົງມາເຮັດວຽກພາຍໃນແຂວງຄັ້ງນີ້, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດວຽກງານໂຄງການ CliPAD ແລະ ໂຄງການ LEN2 ໃນຄັ້ງນີ້.

img_0983

img_0986

    ໃນຕອນບ່າຍ ຂອງວັນດຽວກັນ ຄະນະທີມງານຈາກກົມກວດກາປ່າໄມ້ ໄດ້ເຂົ້າພົບ ແລະ ເຮັດວຽກນຳ ຄະນະກອງກວດກາປ່າໄມ້ແຂວງຫົວພັນ ພ້ອມນັ້ນ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ວຽກງານການບັງຄັບໃຊ້ກົດໝາຍຂອງ ສອງໂຄງການດັ່ງກ່າວ ຈາກຄະນະກອງ ເຊິ່ງບາງຕອນ ທາງຄະ ນະກອງ ແມ່ນໄດ້ຍົກໃຫ້ເຫັນເຖິງຜົນງານ ດ້ານດີ-ດ້ານອ່ອນ ຂອງການຈັດຕັ້ງປະຕິບັດວຽກງານໂຄງ ການ ດັ່ງລາຍລະອຽດລຸ່ມນີ້:

  • ດ້ານດີ: ພາຍຫຼັງທີ່ໄດ້ຮັບທຶນສະໜັບສະໜູນຈາກ 2 ໂຄງການດັ່ງກ່າວ ເຮັດໃຫ້ສະພາບຊັບພະ ຍາກອນປ່າໄມ້ຂອງບັນດາບ້ານຈຸດສຸມຂອງໂຄງການ ມີຄວາມອຸດົມສົມບູນຂຶ້ນ ແລະ ການຈັດຕັ້ງປະ ຕິບັດວຽກງານຂອງເຈົ້າໜ້າທີ່ປ່າໄມ້ແຂວງ ແມ່ນໄດ້ຮັບໝາກຜົນ ແລະ ມີປະສິດທິພາບສູງຂຶ້ນ. ນອກຈາກນັ້ນ ໂຄງການ CliPAD ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງການ ກອງກວດກາປ່າໄມ້ປະຈຳແຂວງຫົວພັນຕື່ມອີກ.
  • ດ້ານອ່ອນ: ຍັງມີປະຊາຊົນບາງຈຳນວນ ຍັງບໍ່ທັນເອົາໃຈໃສ່ ແລະ ໃຫ້ຄວາມຮ່ວມມືຢ່າງເຕັມສ່ວນກັບ 2 ໂຄງການດັ່ງກ່າວ.

     ຫຼັງຈາກນັ້ນ, ທາງຄະນະທີມງານ ໄດ້ໃຫ້ທິດຊີ້ນຳແກ່ກອງກວດກາປ່າໄມ້ແຂວງຫົວພັນ ເພື່ອເພີ່ມທະວີ ແລະ ເອົາໃຈໃສ່ໃນການຄຸ້ມຄອງຈັດຕັ້ງປະຕິບັດວຽກງານຂອງ ສອງໂຄງການດັ່ງກ່າວ ໃຫ້ເປັນຮູບປະທຳຕື່ມອີກ ພ້ອມດຽວກັນນັ້ນ ກໍ່ເພື່ອແນໃສ່ ການນຳໃຊ້ທຶນຊ່ວຍເຫຼືອໃຫ້ໄດ້ຮັບປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ.

1

2

picture1

_mg_1024

   ຈາກນັ້ນ, ໃນຄັ້ງວັນທີ 01 ສິງຫາ 2017 ຄະນະຊຸກຍູ້ ໄດ້ລົງຊຸກຍູ້ ແລະ ເຮັດວຽກນຳຫ້ອງການກະສິກຳປ່າໄມ້ ເມືອງຊຳເໜືອ ແຂວງຫົວພັນ ເຊິ່ງເປັນເມືອງເປົ້າໝາຍຂອງ ສອງໂຄງການຄື: ໂຄງ ການ LEN2 ແລະ ໂຄງການ CliPAD. ເຊິ່ງສອງໂຄງການດັ່ງກ່າວ ແມ່ນໄດ້ໃຫ້ທຶນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດກິດຈະກຳ ຕາມແຜນວຽກຂອງໂຄງການໃນບ້ານເປົ້າໝາຍ ນອກນັ້ນ, ໂຄງການ CliPAD ຍັງໄດ້ໃຫ້ທຶນຊ່ວຍເຫຼືອໃນການປັບປຸງຫ້ອງການກະສິກຳປ່າໄມ້ ເມືອງຊຳເໜືອອີກຈຳນວນໜຶ່ງ.

img_1069

3

_mg_1037

_mg_10371

    ໃນຄັ້ງວັນທີ 02 ສິງຫາ 2017 ຄະນະທີມງານ ໄດ້ສືບຕໍ່ ລົງຊຸກຍູ້ ແລະ ເຮັດວຽກນຳຫ້ອງການກະສິກຳປ່າໄມ້ ເມືອງຫົວເມືອງ ແຂວງຫົວພັນ ເຊິ່ງເປັນເມືອງໜຶ່ງທີ່ນອນໃນເປົ້າໝາຍຂອງໂຄງການ CliPAD, ໃນໄລຍະຜ່ານມາ ທາງໂຄງການກໍ່ໄດ້ໃຫ້ທຶນຊ່ວຍເຫຼືອໃນຫຼາຍດ້ານເຊັ່ນ: ດ້ານການປະຕິບັດກິດຈະກຳການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ການຕ້ານການຄ້າຂາຍສັດນ້ຳ ແລະ ສັດປ່າ, ໃຫ້ທຶນຊ່ວຍເຫຼືອໃນການປັບປຸງ ແລະ ຕໍ່ເຕີມຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົວເມືອງ.

_mg_1119

_mg_1132

    ໃນຄັ້ງວັນທີ 04 ສິງຫາ 2017 ຄະນະທີມງານ ຈາກກົມກວດກາປ່າໄມ້ ນຳໂດຍ ທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າ ກົມກວດກາປ່າໄມ້ ໄດ້ເຂົ້າຮ່ວມກອງປະຊຸມ ສະຫຼຸບວຽກງານປະຈຳປີ ກ່ຽວກັບການປົກປັກຮັກສາປ່າໄມ້, ປ້ອງກັນ ແລະ ດັບມອດໄຟໄໝ້ລາມປ່າ ຢູ່ຂອບເຂດຊາຍແດນ 2 ແຂວງ ລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ (ກອງກວດກາປ່າໄມ້ ແຂວງຫົວພັນ) ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງແທັງຮ່ວາ (ກອງປ້ອງກັນປ່າໄມ້ ແຂວງແທັງຮ່ວາ ສສ ຫວຽດນາມ). ເຊິ່ງກອງປະຊຸມສັນຍາຮ່ວມມືດັ່ງກ່າວ ແມ່ນໄດ້ລິເລີ່ມມາແຕ່ປີ 2009, ໃນແຕ່ລະປີ ແມ່ນໄດ້ຜັດປ່ຽນກັນເປັນເຈົ້າພາບ ປີລະ 1 ຄັ້ງ ແລະ ພ້ອມກັນສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກວດກາປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ ພ້ອມດຽວກັນນັ້ນ ກໍ່ໄດ້ຮ່ວມກັນວາງແຜນໃນໜຶ່ງປີຕໍ່ໜ້າ.

_mg_1163

_mg_1157

ຂຽນໂດຍ: ກອນລະສັກ ພົນລະວົງ

ກວດແກ້ໂດຍ: ທ່ານ ອຸ່ນ ອິນທິສານ

ກົມກວດກາປ່າໄມ້, ວັນທີ 17 ສິງຫາ 2017

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ