Get Adobe Flash player
ນະຄອນຫຼວງວຽງຈັນ
May 30, 2025 - Fri
Vientiane, LA
29°C
broken clouds
broken clouds
1 m/s, SW
77%
756.81 mmHg
fri05/30 sat05/31 sun06/01 mon06/02 tue06/03
moderate rain
29/25°C
moderate rain
28/25°C
moderate rain
29/26°C
moderate rain
32/26°C
moderate rain
31/26°C
ຫຼວງພະບາງ
May 30 - Fri
Vientiane, LA
29°C broken clouds
Day Cond. Temp.
fri 05/30
moderate rain
29/25°C
sat 05/31
moderate rain
28/25°C
sun 06/01
moderate rain
29/26°C
mon 06/02
moderate rain
32/26°C
tue 06/03
moderate rain
31/26°C
ຈຳປາສັກ
May 30 - Fri
Vientiane, LA
29°C broken clouds
Day Cond. Temp.
fri 05/30
moderate rain
29/25°C
sat 05/31
moderate rain
28/25°C
sun 06/01
moderate rain
29/26°C
mon 06/02
moderate rain
32/26°C
tue 06/03
moderate rain
31/26°C

ກົມກວດກາປ່າໄມ້ໄດ້ລົງກວດກາປະເມີນຜົນ ສະພາບການປົກຫຸ້ມຂອງເຮືອນຍອດ, ການເຊື່ອມໂຊມຂອງປ່າໄມ້ຢູ່ໃນ 2 ແຂວງພາກກາງ ແລະ ພາກໃຕ້ ຄື: ແຂວງຄຳມ່ວນ ແລະ ແຂວງອັດຕະປື ໂດຍການນຳໃຊ້ ໂປຣແກຼມ Avenza Map ແລະ ການລາຍງານຜ່ານ ໂປຣແກຼມ ODK Collect ໃນລະບົບ Smartphone.

    ເຈົ້າໜ້າທີ່ລົງກວດກາປະເມີນຜົນສະພາບການປົກຫຸ້ມຂອງເຮືອນຍອດ, ການເຊື່ອມໂຊມຂອງປ່າໄມ້ ຢູ່ໃນ 2 ແຂວງພາກກາງ ແລະ ພາກໃຕ້ ຄື: ແຂວງຄຳມ່ວນ ແລະ ແຂວງອັດຕະປື, ເຊິ່ງໃນນັ້ນ ໄດ້ແບ່ງອອກເປັນ 2 ທີມ, ໃນນັ້ນມີພະນັກງານຈາກກອງກວດກາປ່າໄມ້ປະຈຳແຂວງ 2 ທ່ານ, ກອງສຳຫຼວດ ແລະ ວາງແຜນປ່າໄມ້ 3 ທ່ານ, ໜ່ວຍງານກວດກາປ່າໄມ້ເມືອງ 2 ທ່ານ, ອົງການຈັດຕັ້ງຂັ້ນບ້ານ 4 ທ່ານ ແລະ ເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ 5 ທ່ານ. ການຈັດຕັ້ງປະຕິບັດວຽກງານໃນຄັ້ງນີ້ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກໂຄງການ SUFORD-SU, ເຊິ່ງໄລຍະເວລາໃນການຈັດຕັ້ງປະຕິບັດແມ່ນ: ທີມຄຳມ່ວນ ແມ່ນນັບແຕ່ວັນທີ 7-13 ພຶດສະພາ 2017 ແລະ ທີມອັດຕະປື ນັບແຕ່ວັນທີ 3-13 ພຶດສະພາ 2017.

img_2094

img_2094

 

      ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງໜ່ວຍງານກວດກາປ່າໄມ້ເມືອງ ແລະ ອຳນາດການປົກຄອງຂັ້ນບ້ານ ຫຼື ເຂດດັ່ງກ່າວ ກໍ່ໄດ້ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືເປັນຢ່າງດີ, ສ່ວນໃນຕໍ່ໜ້າ ຫວັງວ່າຈະຂະຫຍາຍການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ.

     ເຊິ່ງໜ້າວຽກຂອງແຕ່ລະທີມນັ້ນ ແມ່ນການນຳໃຊ້ ໂປຣແກຼມ Avenza Map ເພື່ອນຳທາງໃນການເຂົ້າໄປຫາຈຸດເປົ້າໝາຍທີ່ທາງໂຄງການໄດ້ກຳນົດໃຫ້ ເພື່ອກວດກາ ແລະ ປະເມີນຜົນສະພາບການປົກຫຸ້ມຂອງເຮືອນຍອດ, ການເຊື່ອມໂຊມຂອງປ່າໄມ້ ຈາກນັ້ນ ນຳໃຊ້ ໂປຣແກຼມ ODK Collect ໃນການບັນທຶກຂໍ້ມູນ ແລ້ວລາຍງານດ້ວຍການສົ່ງຂໍ້ມູນຂຶ້ນໄປຫາ Server.

     ການປະຕິບັດວຽກງານຂອງທັງ 2 ທີມແມ່ນເຫັນວ່າ ມີຄວາມຈູບຈ້າວຫ້າວຫັນ ແລະ ເຮັດໄດ້ດີບໍ່ວ່າຈະທາງດ້ານທິດສະດີ ຫຼື ທາງດ້ານປະຕິບັດຕົວຈິງ, ແຕ່ເຖິງຢ່າງໃດກໍ່ຕາມ ຢູ່ໃນປ່າ ກໍຍັງມີຄວາມຫຍຸ້ງຍາກໃນບາງສ່ວນ ເປັນ ຕົ້ນແມ່ນການເຂົ້າໄປຫາຈຸດເປົ້າໝາຍ ເພາະຈຸດດັ່ງກ່າວ ແມ່ນຢູ່ໃນປ່າເລິກ ແລະ ຂ້ອນຂ້າງຕຶບໜາ ແຕ່ທີມງານທັງ 2 ທີມ ກໍ່ບໍ່ທໍ້ຖອຍ ພ້ອມກັນປະຕິບັດໜ້າທີ່ຈົນປະສົບຜົນສຳເລັດ ແລະ ລຸລ່ວງໄປດ້ວຍດີ.

img_2097

ຂຽນໂດຍ: ກອນລະສັກ ພົນລະວົງ

ກວດແກ້ໂດຍ: ທ່ານ ອຸ່ນ ອິນທິສານ

ກົມກວດກາປ່າໄມ້, ວັນທີ 17 ພຶດສະພາ 2017

Facebook Comments Box
ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ