New-lao
ຊຸດອົບຮົມການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ແກ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ມີເຈົ້າໜ້າທີ່ປ່າໄມ້ຈາກກົມປ່າໄມ້ ແລະ ເຈົ້າໜ້າທີ່ຈາກກອງກວດກາປ່າໄມ້ 6 ແຂວງພາກເໜືອຄື: ແຂວງຜົ້າສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີເຂົ້າຮ່ວມ.

ຊຸດອົບຮົມການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ແກ່ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ 6 ແຂວງພາກເໜືອ ໄດ້ຈັດຂຶ້ນໃນວັນທີ 1 ກຸມພາ 2021 ນີ້ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້, ມີເຈົ້າໜ້າທີ່ປ່າໄມ້ຈາກກົມປ່າໄມ້ ແລະ ເຈົ້າໜ້າທີ່ຈາກກອງກວດກາປ່າໄມ້ 6 ແຂວງພາກເໜືອຄື: ແຂວງຜົ້າສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີເຂົ້າຮ່ວມ.
ອ່ານຕໍ່ກົມກວດກາປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້ ເຜີຍແຜ່ວຽກງານຕ້ານການຟອກເງິນ ແລະ ສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ(AML/CFT)
ກົມກວດກາປ່າໄມ້ ໄດ້ຈັດຕັ້ງການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນ ໃນວັນທີ 19 ພະຈິກ 2020 ທີ່ ຫ້ອງປະຊຸມ ເຮືອນພັກຄຸນຊັບ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ຫຼອມຄໍາ ແສງຈັນອຸດົມ ຮອງຫົວໜ້າກົມກວດກາປ່າໄມ້; ພ້ອມນີ້, ກໍ່ມີຄະນະພະແນກ ແລະ ວິຊາການຂອງກົມກວດກາປ່າໄມ້ ພ້ອມດ້ວຍນັກວິທະຍາກອນຈາກສຳນັກງານຂໍ້ມູນຕ້ານການຟອກເງິນ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານຕ້ານການຟອກເງິນ ເເລະ ການສະໜອງທຶນໃຫ້ເເກ່ການກໍ່ການຮ້າຍ (AML/CFT) ແລະ ບັນດານິຕິກໍາທີ່ຕິດພັນໃນຄັ້ງນີ້ ໄດ້ນຳສະເໜີພາບລວມ; ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ; ການກະກຽມການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; ດຳລັດວ່າດ້ວຍຄວາມຮັບຜິດຊອບ AML/CFT; ຄຳສັ່ງແນະນຳ ວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 01/ຄຕຟງ, ລົງວັນທີ 08 ມັງກອນ 2020 ແລະ ແຜນວຽກໃນຕໍ່ໜ້າ. ການເຜີຍແຜ່ໃນເທື່ອນີ້ ມີຄວາມໝາຍຄວາມສໍາ ຄັນຍິ່ງ, ເປັນໂອກາດທີ່ດີ ເພື່ອເພີ່ມຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ ທີ່ເປັນຜູ້ຮັບຜິດຊອບໃນການສືບສວນ-ສອບສວນ, ເປັນການແລກປ່ຽນຄວາມຮູ້ ແລະ ນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນຢ່າງມີປະສິດທິຜົນສູງສຸດ ໂດຍສະເພາະການສ້າງຄວາມຮັບຮູ້ຄວາມເຂົ້າໃຈວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ໂດຍສະເພາະຄຳສັ່ງແນະນຳ ວ່າດ້ວຍ ການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ຮັບຮອງໃນຕົ້ນປີນີ້
ກອງປະຊຸມເພື່ອການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະສານງານຂອງເຄື່ອຄ່າຍການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ຂັ້ນແຂວງ (P-WEN)
ໃນລະຫວ່າງວັນທີ 19 ຫາ ວັນທີ 20 ມີນາ ປີ 2020 ໄດ້ຈັດກອງປະຊຸມ ການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການປະສານງານຂອງເຄື່ອຄ່າຍການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ຂັ້ນແຂວງ (P-WEN) ທີ່ເມື່ອງນາກາຍ, ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ນາງ ຫລອມຄຳ ແສງຈັນອຸດົມ, ຮອງຫົວໜ້າກົມກວດກາປ່າໄມ້ ຊື່ງມີຈຳນວນຄົນເຂົ້າຮ່ວມ 68 ທ່ານ, ຍີງ 9 ທ່ານ ຊື່ງມາຈາກພາກສ່ວນຕ່າງໆ ຄື: ພາກສ່ວນສູນກາງປະກອບມີ ກົມກວດກາປ່າໄມ້ ແລະ ຊ່ຽວຊານປະຈຳໂຄງການ LENS2 ແລະ ພາກສ່ວນທີ່ມາຈາກກອງກວດກາປ່າໄມ້, ອົງການໄອຍະການປະຊາຊົນ, ພາສີແຂວງ, ພະແນກຕຳຫວດສີ່ງແວດລ້ອມ, ໜ່ວຍກວດກາປ່າໄມ່ ຂອງ 9 ເມືອງ.
ຈຸດປະສົງຂອງກອງປະຊຸມ:
- ທົບທວນຂອງການຈັດຕັ້ງປະຕິບັດວຽກງານ() ໃນໄລຍະຜ່ານມາ
- ສ້າງແນວທາງຂອງການຈັດຕັ້ງປະຕິບັດງານການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ
- ກຳນົດລະບຽບ, ໂຄງຮ່າງການຈັດຕັ້ງ, ພາລະບົດບາດ ແລະ ໜ້າທີ່ຂອງເຄືອຄ່າຍ
- ສ້າງຄວາມເຂັມແຂວງໃນການຈັດຕັ້ງປະຕິບັດການບັງຄັບໃຊ້ກົດໝາຍ ສັດນ້ຳ-ສັດປ່າ ພາຍໃນແຂວງຄຳມ່ວນ ແລະ ແຂວງບໍລິຄຳໃຊ
ສ້າງບົດແນະນຳການຈັດຕັ້ງປະຕິບັດວຽກງານ ໃຫ້ແກ່ທີມງານ( P-WEN) ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ ເພື່ອເປັນການທົດລອງໃນການກວດກາແລະປະເມີນຊ່ອງວ່າງ, ຈຸດດີ ແລະ ຈຸດອ່ອນ ເພື່ອປັບປຸງການປະຕິບັດງານຂອງ (P-WEN) ຂອງແຂວງ.
ກົມກວດດກາປ່າໄມ້ມອບອຸປະກອນ IT ໃຫ້ບັນດາກອງກວດກາປ່າໄມ້ປະຈຳແຕ່ລະແຂວງ
ກົມກວດກາປ່າໄມ້ ແລະ ຜູ້ປະສານງານໂຄງການ ຄຸ້ມຄອງປ່າໄມ້ແບບຍືນນານ (SUFORD-SU, STEPP DOFI) ໄດ້ລົງມອບອຸປະກອນ IT ໃຫ້ບັນດາກອງກວດກາປ່າໄມ້ປະຈຳແຕ່ລະແຂວງ ໃນຄັ້ງວັນທີ 9-16/01/2017 ໂດຍການມອບຈາກ ທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາປ່າໄມ້, ເຊິ່ງອຸປະ ກອນດັ່ງກ່າວນັ້ນ ແມ່ນມອບເພື່ອຮັບໃຊ້ເຂົ້າໃນວຽກງານກວດກາປ່າໄມ້ ໂດຍສະເພາະແມ່ນ ວຽກງານກ່ຽວກັບການລາຍງານ, ການຕິດຕາມກວດກາລາດຕະ ເວນ, ການສົ່ງບົດລາຍງານ ແລະ ບົດສະຫຼຸບຕ່າງໆ ຂອງກອງກວດກາປ່າໄມ້ປະຈຳແຕ່ລະແຂວງ.