Get Adobe Flash player
ນະຄອນຫຼວງວຽງຈັນ
Mar 26, 2023 - Sun
Vientiane, LA
30°C
smoke
smoke
1 m/s, NE
57%
756.81 mmHg
sun03/26 mon03/27 tue03/28 wed03/29 thu03/30
clear sky
34/32°C
scattered clouds
37/31°C
light rain
35/27°C
light rain
37/27°C
light rain
37/33°C
ຫຼວງພະບາງ
Mar 26 - Sun
Vientiane, LA
30°C smoke
Day Cond. Temp.
sun 03/26
clear sky
34/32°C
mon 03/27
scattered clouds
37/31°C
tue 03/28
light rain
35/27°C
wed 03/29
light rain
37/27°C
thu 03/30
light rain
37/33°C
ຈຳປາສັກ
Mar 26 - Sun
Vientiane, LA
30°C smoke
Day Cond. Temp.
sun 03/26
clear sky
34/32°C
mon 03/27
scattered clouds
37/31°C
tue 03/28
light rain
35/27°C
wed 03/29
light rain
37/27°C
thu 03/30
light rain
37/33°C

ກ່ຽວກັບ ກົມກວດກາປ່າໄມ້

ຫ້ອງການກົມກວດກາປ່າໄມ້

I. ຄວາມເປັນມາກ່ຽວກັບກົມກວດກາປ່າໄມ້

ກົມກວດກາປ່າໄມ້ ໄດ້ສ້າງຕັ້ງຂຶ້ນໃນວັນທີ 5 ມີນາ 2008 ໂດຍອີງຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 0340/ກປ. ກົມກວດກາປ່າໄມ້ ຂຽນເປັນຕົວຫຍໍ້ວ່າ “ກກປມ” ແມ່ນອົງການຈັດຕັ້ງໜຶ່ງສັງກັດຢູ່ໃນກົງຈັກການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້, ທີ່ຕັ້ງ ແລະ ພາລະບົດບາດຂອງກົມກວດກາປ່າໄມ້ ເປັນເສນາທິການໂດຍກົງ ໃຫ້ແກ່ລັດຖະມົນຕີກ່ຽວກັບວຽກງານກວດກາຊັບພະຍາກອນປ່າໄມ້, ສືບສວນ-ສອບສວນ ແລະ ດຳເນີນຄະດີ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ, ກົດໝາຍອາຍາ ແລະ ບັນດານິຕິກຳກ່ຽວກັບຊັບພະຍາກອນປ່າໄມ້ ເພື່ອຮັບປະກັນໃຫ້ການປະຕິບັດກົດໝາຍມີຄວາມສັກສິດ.

ໂດຍແນໃສ່ເພື່ອປົກປັກຮັກສາຊັບພະຍາກອນປ່າໄມ້, ທີ່ດີນປ່າໄມ້, ສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມຍືນຍົງຄົງຕົວ ແລະ ມີຄວາມອຸດົມສົມບູນຕະຫຼອດໄປ, ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງເຈົ້າໜ້າທີ່ປ່າໄມ້ ໄດ້ເຮັດໃຫ້ສະພາບການລັກລອບທຳລາຍຊັບພະຍາກອນປ່າໄມ້ຢູ່ໃນຫຼາຍທ້ອງຖິ່ນ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເທື່ອລະກ້າວ, ກົດໝາຍໄດ້ຖືກບັງຄັບໃຊ້ຢ່າງເຂັ້ມງວດ ແລະ ມີຜົນສັກສິດໃນຂອບເຂດທົ່ວປະເທດ, ປະຊາຊົນ, ພໍ່ຄ້າ,ນັກທຸລະກິດ, ພະນັກງານ, ທະຫານ ແລະ ເຈົ້າໜ້າ ທີ່ທຸກພາກສ່ວນໄດ້ເຊື່ອມຊຶມລະບຽບກົດໝາຍ ແລະ ນິຕິກຳຕ່າງໆກ່ຽວກັບການປົກປັກຮັກສາຊັບພະຍາກອນປ່າໄມ້.

II. ທີ່ຕັ້ງ ແລະ ພາລະບົດບາດຂອງກົມກວດກາປ່າໄມ້

ກົມກວດກາປ່າໄມ້ ຂຽນເປັນຕົວອັກສອນຫຍໍ້ວ່າ ” ກກປມ” ແມ່ນໂຄງປະກອບກົງຈັກ ຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງກະສິກຳ ແລະ ປ່າໄມ້ໃນການກວດກາ ແລະ ດຳເນີີນຄະດີຕໍ່ຜູ້ລະເມີດ ກົດໝາຍ, ລະບຽບການກ່ຽວກັບປ່າໄມ້, ທີ່ດິນປ່າໄມ້, ສັດນ້ຳ-ສັດປ່າ ແລະ ເຄື່ອງປ່າຂອງດົງ.

ພາລະບົດບາດຂອງກົມກວດກາປ່າໄມ້ ໂດຍອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 1504/ກປ, ລົງວັນທີ 22 ເມສາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາປ່າໄມ້.

III. ໂຄງປະກອບການຈັດຕັ້ງ

ກົງຈັກການຈັດຕັ້ງຂອງ ກົມກວດກາປ່າໄມ້ ປະກອບມີ 4 ພະແນກຄື:

1). ພະແນກ ບໍລິຫານ ແລະ ແຜນການ;
2). ພະແນກ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້;
3). ພະແນກ ກວດກາສັດນໍ້າ, ສັດປ່າ ແລະ ເຄື່ອງປ່າຂອງດົງ;
4). ພະແນກ ສືບສວນ-ສອບສວນ.

ນອກຈາກນີ້ ຍັງມີກອງກວດກາປ່າໄມ້ ປະຈຳແຂວງ ແລະ ນະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ເມືອງ, ຈຸງານກວດກາປ່າໄມ້ບ້ານ ແລະ ດ່ານກວດກາຊັບພະຍາກອນປ່າໄມ້ ທີ່ເປັນສາຍຕັ້ງທາງດ້ານວິຊາການຂອງຕົນຢູ່ຂັ້ນທ້ອງຖິ່ນ.

Facebook Comments Box
ກະທູ້ລ່າສຸດ
ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ