Get Adobe Flash player
ນະຄອນຫຼວງວຽງຈັນ
Jul 27, 2024 - Sat
Vientiane, LA
29°C
mist
mist
1 m/s, WSW
74%
753.81 mmHg
sat07/27 sun07/28 mon07/29 tue07/30 wed07/31
light rain
28/28°C
moderate rain
29/25°C
heavy intensity rain
25/24°C
moderate rain
25/24°C
light rain
26/25°C
ຫຼວງພະບາງ
Jul 27 - Sat
Vientiane, LA
29°C mist
Day Cond. Temp.
sat 07/27
light rain
28/28°C
sun 07/28
moderate rain
29/25°C
mon 07/29
heavy intensity rain
25/24°C
tue 07/30
moderate rain
25/24°C
wed 07/31
light rain
26/25°C
ຈຳປາສັກ
Jul 27 - Sat
Vientiane, LA
29°C mist
Day Cond. Temp.
sat 07/27
light rain
28/28°C
sun 07/28
moderate rain
29/25°C
mon 07/29
heavy intensity rain
25/24°C
tue 07/30
moderate rain
25/24°C
wed 07/31
light rain
26/25°C

Monthly Archives: June 2022

ການຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ແກ່ຄະນະປະ ສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ທີ່ ເມືອງວັງວຽງ, ແຂວງວຽງຈັນ.

ໃນລະຫວ່າງວັນທີ 13 ຫາ 18 ມິຖຸນາ 2022. ກົມກວດກາປ່າໄມ້ ຈັດຝຶກອົບຮົມ ກ່ຽວກັບວຽກງານ ຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃຫ້ແກ່ຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ທີ່ຫ້ອງປະຊຸມ ໂຮງແຮມເດິ ແກຣນລີເວີຊາຍ II (The Grand Riverside II Hotel), ເມືອງວັງວຽງ, ແຂວງວຽງຈັນ. ຊຶ່ງເປັນປະທານໂດຍ ທ່ານ. ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ມີຜູ້ເຂົ້າຮ່ວມຝຶກອົບຮົມ ຈາກຄະນະປະສານງານ ເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງບໍ່ແກ້ວ, ແຂວງຫຼວງນ້ໍາທາ ແລະ ແຂວງອຸດົມໄຊ ຕາງໜ້າຈາກ ກອງກວດກາປ່າໄມ້, ຂະແໜງປ່າໄມ້ ແລະ ກອງຄຸ້ມຄອງປ່າສະຫງວນ, ພະແນກຕໍາຫຼວດສິ່ງແວດລ້ອມ, ກອງກວດກາພາສີ, ອົງການໄອຍະການປະຊາຊົນ, ອົງການກວດກາລັດແຂວງ ແລະ ຄູຝຶກຈາກອົງການ WWF-Laos  ແລະ ອົງການ Traffic ລວມຜູ້ເຂົ້າຮ່ວມທັງໝົດ ຈໍານວນ 90 ທ່ານ, ຍິງ 11 ທ່ານ.

ຈຸດປະສົງຂອງຝຶກອົບຮົມດັ່ງກ່າວ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ແລກປ່ຽນບົດຮຽນ ໃຫ້ແກ່ບັນດາພາກສ່ວນ ທີ່ຢູ່ໃນຄະນະປະສານງານເຄືອຂ່າຍບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນ້ໍາ ແລະ ສັດປ່າ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ກ່ຽວກັບວຽກງານ ການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໂດຍເນັ້ນໃສ່ການການນໍາສະເໜີກ່ຽວກັບ ບັນຊີປະເພດສັດປ່າຫວງຫ້າມ ທີ່ໃກ້ຈະສູນ ທີ່ນອນຢູ່ໃນສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ລະຫວ່າງຊາດ (CITES), ການສື່ສານ, ການລັກລອບເຄື່ອນຍ້າຍສັດປ່າ, ການວາງແຜນ ແລະ ເຕັກນິກ ວິທິການກວດຄົ້ນພາຫະນະ ແລະ ເຄຫະສະຖານ, ການຄຸ້ມຄອງສະຖານທີ່ເກີດເຫດ, ການເກັບກໍາຂໍ້ມູນ ແລະ ການດໍາເນີນຄະດີສັດປ່າ.

ກອງປະຊຸມສະຫຼຸບຜົນການດຳເນີນຄະດີການຄ້າຂາຍຊິ້ນສ່ວນສັດປ່າ (ງາຊ້າງ) ແລະ ການມອບ-ຮັບ ຂອງກາງ (ງາຊ້າງ) ພາຍຫຼັງຊິ້ນສຸດຄະດີ ຂອງກອງກວດກາປ່າໄມ້ ແຂວງສະຫວັນນະເຂດ ຢູ່ກົມກວດກາປ່າໄມ້

ໃນຄັ້ງວັນທີ 09 ມິຖຸນາ 2022 ກົມກວດກາປ່າໄມ້ ໄດ້ຈັດກອງປະຊຸມສະຫຼຸບຜົນການດຳເນີນຄະດີການຄ້າຂາຍຊິ້ນສ່ວນສັດປ່າ ແລະ ການມອບ-ຮັບ ຂອງກາງ(ງາຊ້າງ) ຂອງກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໃຫ້ໜ່ວຍງານຄຸ້ມຄອງ CITES LAO ໂດຍຜ່ານກົມກວດກາປ່າໄມ້ ໂດຍການເປັນປະທານຂອງທ່ານ ຄຳຜຸຍ ເທບວົງສາ ຮອງຫົວໜ້າກົມກວດກາປ່າໄມ້ ແລະ ໃຫ້ກຽດເປັນປະທານຮ່ວມ ໂດຍທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ພ້ອມທັງເປັນຫົວໜ້າໜ່ວຍງານຄຸ້ມຄອງ CITES LAO.
ໃນ ເວລາ 08:30 ຫາ 09:00 ໂມງ, ຫົວໜ້າກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໄດ້ກ່າວລາຍງານໃນກອງປະຊຸມ ກ່ຽວກັບຜົນຂອງການດຳເນີນຄະດີ ກ່ຽວກັບການຄ້າຂາຍຊິ້ນສ່ວນສັດປ່າ(ງາຊ້າງ).
ຕໍ່ມາ ໃນເວລາ 10:00 ຫາ 10:30 ໂມງ ຫົວໜ້າກອງກວດກາປ່າໄມ້ແຂວງສະຫວັນນະເຂດ ໄດ້ທຳການ ມອບ-ຮັບ ຄຳຕັດສິນຂອງສານ ແລະ ຂອງກາງຄະດີ (ງາຊ້າງ) ໃຫ້ຫົວໜ້າກົມປ້າໄມ້ ກໍ່ຄື ຫົວໜ້າໜ່ວຍງານຄຸ້ມຄອງ CITES LAO ເພື່ອເປັນຜູ້ເກັບຮັກສາຂອງກາງ.
ເວລາ 10:30 ຫາ 11:30 ໂມງ ຫົວໜ້າກົມປ່າໄມ້ ກໍ່ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ, ຈາກນັ້ນ ເວລາ 11:30 ຫາ 12:00 ໂມງຮອງຫົວໜ້າກົມກວດກາປ່າໄມ້ ກໍ່ໄດ້ກ່າວຄຳເຫັນຕໍ່ກອງປະຊຸມ ແລ້ວກ່າວປິດກອງປະຊຸມໃນວັນດຽວກັນ.

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ