Get Adobe Flash player
ນະຄອນຫຼວງວຽງຈັນ
Jul 27, 2024 - Sat
Vientiane, LA
28°C
overcast clouds
overcast clouds
4 m/s, WSW
81%
751.56 mmHg
sat07/27 sun07/28 mon07/29 tue07/30 wed07/31
light rain
28/25°C
moderate rain
30/25°C
moderate rain
25/24°C
moderate rain
26/24°C
light rain
27/25°C
ຫຼວງພະບາງ
Jul 27 - Sat
Vientiane, LA
28°C overcast clouds
Day Cond. Temp.
sat 07/27
light rain
28/25°C
sun 07/28
moderate rain
30/25°C
mon 07/29
moderate rain
25/24°C
tue 07/30
moderate rain
26/24°C
wed 07/31
light rain
27/25°C
ຈຳປາສັກ
Jul 27 - Sat
Vientiane, LA
28°C overcast clouds
Day Cond. Temp.
sat 07/27
light rain
28/25°C
sun 07/28
moderate rain
30/25°C
mon 07/29
moderate rain
25/24°C
tue 07/30
moderate rain
26/24°C
wed 07/31
light rain
27/25°C

Monthly Archives: January 2020

ການຝຶກອົບຮົມການນໍາໃຊ້ຖານຂໍ້ມູນ Crimeinfo ກ່ຽວກັບການບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ຊັບພະຍາກອນປ່າ ໄມ້ ໃຫ້ແກ່ເຈົ້າໜ້າທີ່ພາສີ ແລະ ຕຳຫຼວດສິ່ງແວດລ້ອມ

ຄະນະທີມງານ ຂໍ້​ມູນ​ຂ່າວ​ສານ (IMS) ຈາກກົມກວດກາປ່າໄມ້ ໄດ້ຈັດຝຶກອົບຮົມການນໍາໃຊ້ລະບົບຖານຂໍ້ມູນ Crimeinfo ໃຫ້ເຈົ້າໜ້າທີ່ ພາສີ, ຕຳຫຼວດສິ່ງແວດລ້ອມ, ເຈົ້າໜ້າທີ່ປ່າໄມ້ແຂວງວຽງຈັນ ແລະ ເຈົ້າໜ້າທີ່ກົມກວດກາປ່າໄມ້ ຊຶ່ງມີຜູ້ເຂົ້າຮ່ວມ ທັງໝົດ 23 ທ່ານ, ຍິງ 03 ທ່ານ, ໃນລະຫວ່າງວັນທີ 15-17 ທັນວາ 2019 ທີ່ທ່າລາດ ແຂວງວຽງຈັນ.

 

 

ຂຽນໂດຍ: ອຳຄາ

ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ

ກົມກວດກາປ່າໄມ້, ວັນທີ 15 ມັງກອນ 2020

​ກອງ​ປະຊຸມທົບ​ທວນ​ການຈັດ​ຕັ້ງ​ປະຕິບັດ ​ບົດບັນທຶກ​ຄວາມ​ເຂົ້າ​ໃຈ ໄລຍະ 10 ປີ (2009-2019)ລະຫວ່າງ ກົມກວດກາປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດ​ນາມ

ກົມ​ກວດກາ​ປ່າ​ໄມ້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ສ​ປ​ປ ລາວ ​ໄດ້​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມທົບ​ທວນ​ການຈັດ​ຕັ້ງ​ປະຕິບັດ​ບົດບັນທຶກ​ຄວາມ​ເຂົ້າ​ໃຈ ໄລ​ຍະ 10 ປີ (2009-2019)  ລະຫວ່າງ ກົມກວດກາປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດ​ນາມ, ຊຶ່ງ​ໄດ້​ຈັດ​ຂຶ້ນ​ທີ່ ​ໂຮງ​ແຮມ ຫຼວງ​ພະ​ບາງວິວ, ນະ​ຄອນຫຼວງ​ພະ​ບາງ. ​ເຊິ່ງຜູ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຝ່າຍ​ລາວ​ປະກອບ​ມີ: ທ່ານ ນາງ ຫຼອມ​ຄຳ ແສງ​ຈັນ​ອຸ​ດົມ ຮອງ​ຫົວ​ໜ້າ​ກົມ​ກວດ​ກາ​ປ່າ​ໄມ້ ມີ​ບັນດາ​ຫົວໜ້າພະ​ແນ​ກການ​ອ້ອມຂ້າງ​ກົມ​ກວດກາ​ປ່າ​ໄມ້, ບັນດາ​ຫົວໜ້າກອງ, ຮອງ​ກອງ​ກວດກາ​ປ່າ​ໄມ້ ປະ​ຈຳ​ແຂວງທີ່​ມີ​ຊາຍ​ແດນ​ຕິດ​ກັບ ສສ ຫວຽດນາມ 10 ແຂວງ ຄື:  ແຂວງ ຜົ້ງ​ສາ​ລີ, ​ຫຼວງ​ພະ​ບາງ, ຫົວພັນ, ຊຽງຂວາງ, ບໍລິ​ຄໍາ​ໄຊ, ຄໍາມ່ວນ, ສະຫວັນ​ນະ​​ເຂດ, ​ສາລະ​ວັນ, ​ເຊ​ກອງ ​ແລະ ອັດ​ຕະປື, ຕາງ​ໜ້າ​ຈາກ​ຫ້ອງ​ການ​ພາ​ສີ ​ແຂວງ​ຫຼວງ​ພະ​ບາງ, ພິ​ເສດໄປກ່ວານັ້ນ ກອງ​ປະ​ຊຸມ​ຄັ້ງ​ນີ້ ຍັງມີ​ທ່ານ ສຸ​ກັນ ບຸນ​ຍົງ ຮອງ​ເຈົ້າ​ແຂວງ-ແຂວງ​ຫຼວງ​ພະ​ບາງ ກໍ່​ໃຫ້​ກຽດ​ເຂົ້າ​ຮ່ວມ ເປັນ​ປະ​ທານກອງ​ປະ​ຊຸມ. ສ່ວນຝ່າຍ​ຄະນະ​ຜູ້​ແທນຈາກ​ກົມປ້ອງ​ກັນ​ປ່າ​ໄມ້ ສສ ຫວຽດນາມ ແມ່ນນຳ​ພາ​ໂດຍ  ທ່ານ  ໂດກວາງ​ຕຸງ (Mr. Do Quang Tung) ຮັກ​ສາ​ການ ຫົວໜ້າກົມ​ປ້ອງ​ກັນ​ປ່າ​ໄມ້ ສ​ສ ຫວຽດ​ນາມ ​ເປັນ​ຫົວໜ້າຄະນະ, ຊຶ່ງປະກອບມີ ຫົວໜ້າ ແລະ ຮອງ​ຫົວໜ້າກອງ​ປ້ອງກັນ​ປ່າ​ໄມ້​ແຂວງ ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ລາວ​ ຊຶ່ງເຂົ້າ​ຮ່ວມມີ 03 ແຂວງ​ຄື:  ແຂວງແທັງ​ຫົວ, ​ຮ່າ​ຕິ້ງ ແລະ ແຂວງກອນ​ຕູມ.

ນອກ​ນັ້ນ,  ຍັງມີກົມຕິດຕາມ​ກາ​ນຄຸ້ມ​ຄອງ​ພາສີ, ກະຊວງ​ການ​ເງິນ ຂອງ ​ສ​ສ ຫວຽດນາມ​, ຕຳ​ຫຼວດ​ຊາຍ​ແດນ, ອົງ​ການ  GIZ and Forest Trends ເຂົ້າຮ່ວມ ແລະ ຜູ້​ຕາງໜ້າຈາກ ອົງການ WCS LAO,  WWF ຂອງ​ຝ່າຍ​ລາວ​ ແລະ ຝ່າຍ​ຫວຽດນາມ ​ເຂົ້າ​ຮ່ວມ ຊຶ່ງລວມຜູ້​ເຂົ້າ​ຮ່ວມ​ທັງໝົດ ມີ ຈໍານວນ 77 ທ່ານ.

ຂຽນໂດຍ: ອຳຄາ

ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ

ກົມກວດກາປ່າໄມ້, ວັນທີ 13 ມັງກອນ 2020

ກອງ​ປະ​ຊູມ​​ປຶກ​ສາ​ຫາ​ລື ​​ວຽກ​ງານ​ການ​ດຳ​ເນີນ​ຄະ​ດີ ກ່ຽວກັບຊັບ​ພະ​ຍາ​ກອນ​ປ່າ​ໄມ້, ສັດ​ນ້ຳ ແລະ ສັດ​ປ່າ

ໃນວັນທີ 23-24 ທັນວາ 2019, ກົມກວດກາປ່າໄມ້ໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບສູງສໍາລັບ 5 ຂະແໜງການທີ່ຮັບຜິດຊອບການປະຕິບັດການບັງຄັບໃຊ້ກົດໝາຍສັດນໍ້າ ແລະ ສັດປ່າ ໂດຍການເປັນປະທານກອງປະຊຸມຮ່ວມຂອງທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ຮອງປະທານອົງການກວດກາລັດຖະບານ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ບັນດາຮອງເຈົ້າແຂວງ, ຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າກົມ, ຮອງຫົວໜ້າກົມຈາກຂະແໜງການທີ່ກ່ຽວຂ້ອງ, ຫົວໜ້າ ແລະ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ອົງການໄອຍະການແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ກອງຄຸ້ມຄອງພາສີປະຈໍາແຂວງ ແລະ ວິຊາການຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມຜູ້ເຂົ້າຮ່ວມທັງໝົດ 236 ທ່ານ (ຍິງ 23 ທ່ານ).

ຈຸດປະສົງຂອງກອງປະຊຸມ: 1) ເພື່ອປຶກສາຫາລືວຽກງານການດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ, ຕີລາຄາຜົນສໍາເລັດ, ດ້ານດີ, ດ້ານອ່ອນ ແລະ ມາດຕະການທີ່ຈະຕ້ອງປະຕິບັດໃນຕໍ່ໜ້າ.  2) ເຜີຍແຜ່ບາງມາດຕາ ທີ່ສໍາຄັນ ແລະ ກ່ຽວຂ້ອງຂອງກົດໝາຍປ່າໄມ້ສະບັບປັບປຸງທີ່ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 2019.

ຂຽນໂດຍ: ອຳຄາ

ກວດແກ້ໂດຍ: ທ່ານ ພູວົງ ແກ້ວປະເສີດ

ກົມກວດກາປ່າໄມ້, ວັນທີ 08 ມັງກອນ 2020

ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ