Get Adobe Flash player
ນະຄອນຫຼວງວຽງຈັນ
Jan 15, 2025 - Wed
Vientiane, LA
24°C
mist
mist
3 m/s, E
78%
762.82 mmHg
wed01/15 thu01/16 fri01/17 sat01/18 sun01/19
scattered clouds
28/20°C
broken clouds
24/19°C
few clouds
26/19°C
clear sky
28/21°C
clear sky
30/22°C
ຫຼວງພະບາງ
Jan 15 - Wed
Vientiane, LA
24°C mist
Day Cond. Temp.
wed 01/15
scattered clouds
28/20°C
thu 01/16
broken clouds
24/19°C
fri 01/17
few clouds
26/19°C
sat 01/18
clear sky
28/21°C
sun 01/19
clear sky
30/22°C
ຈຳປາສັກ
Jan 15 - Wed
Vientiane, LA
24°C mist
Day Cond. Temp.
wed 01/15
scattered clouds
28/20°C
thu 01/16
broken clouds
24/19°C
fri 01/17
few clouds
26/19°C
sat 01/18
clear sky
28/21°C
sun 01/19
clear sky
30/22°C

ກອງປະຊຸມຝຶກອົບຮົມການຄຸ້ມຄອງຂໍ້ມູນ Google Drive ແລະ ການລາຍງານຂໍ້ມູນຜ່ານ Smart Phone

img_0649

ໃນປີທີ່ຜ່ານມາ ຂອງວັນທີ 08 ພະຈິກ ຫາ 15 ທັນວາ 2016 ກົມກວດກາປ່າໄມ້ ໄດ້ຖືເປັນກຽດ ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງຂໍ້ມູນ Google Drive ແລະ ການລາຍງານຂໍ້ມູນຜ່ານ Smart Phone ໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ປະຈຳແຕ່ລະແຂວງ, 18 ແຂວງທົ່ວປະເທດ, ໂດຍການເປັນປະທານເປີດກອງປະຊຸມຂອງ ທ່ານ ລິນທອງ ດວງພະຈັນ ຮອງຫົວໜ້າ ກົມກວດກາປ່າໄມ້. ເຊິ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນທີມງານຈາກ ພະແນກສືບສວນ-ສອບສວນ ກົມກວດກາປ່າໄມ້ ແລະ ມີຊ່ຽວຊານທີ່ປຶກສາການບັງຄັບໃຊ້ກົດໝາຍປະຈຳກົມ 1 ທ່ານ ເປັນຜູ້ຊ່ວຍຄື Mr Aidanໄດ້ເປັນຄູຝຶກໃຫ້ແກ່ເຈົ້າໜ້າທີ່ກອງກວດກາປ່າໄມ້ປະຈຳແຂວງ ພ້ອມທັງ ມີຊ່ຽວຊານ IT ຈາກໂຄງການ (SUFORD-SU) 02 ທ່ານ ມາເປັນຜູ້ຊ່ວຍຄື: Mr Lauri ແລະ Mr Jussi. ທັງນີ້ ກໍ່ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ເຈົ້າໜ້າທີ່ປ່າໄມ້ປະຈຳແຕ່ລະແຂວງ ເພື່ອໃຫ້ທັນກັບສະພາບ, ທັນຍຸກທັນສະໄໝ, ວ່ອງໄວ ແລະ ປະຢັດເວລາ.

ນອກນັ້ນ ກອງປະຊຸມໃນຄັ້ງນີ້ ຍັງມີຊ່ຽວຊານຈາກ ໂຄງການ ICBF, PAW/LEN2 ແລະ ພະນັກງານຈາກ ໂຄງການ WCS ເຂົ້າຮ່ວມ ເປັນຄູຝຶກກ່ຽວກັບ ການຈຳແນກຜະລິດຕະພັນສັດປ່າ ແລະ ງາຊ້າງ ພ້ອມທັງສາທິດກ່ຽວກັບ ການເກັບຫຼັກຖານຕົວຈິງໃຫ້ ເຈົ້າໜ້າທີ່ປ່າໄມ້ແຂວງ ໂດຍການນຳສະເໜີຈາກ Mr Mike. ທັງນີ້ ກໍ່ເພື່ອແນ່ໃສ່ ການ ຈັດຕັ້ງປະຕິບັດວຽກງານກວດກາ ແລະ ດຳເນີນຄະດີປ່າໄມ້, ສັດນ້ຳ-ສັດປ່າ, ເຄື່ອງປ່າຂອງດົງ ແລະ ທີ່ດິນປ່າໄມ້ ໃຫ້ ໄດ້ຮັບໝາກຜົນ ແລະ ມີປະສິທິພາບສູງສຸດ.
ນອກນີ້ ຍັງມີການທັບທວນຄືນ ກ່ຽວກັບການສະເໜີປັບປຸງພາລະບົດບາດ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0141/ກປ, ລົງວັນທີ 18 ພະຈິກ 2010 ໂດຍການຊີ້ນຳຂອງ ທ່ານ ລິນທອງ ດວງພະຈັນ ຮອງຫົວໜ້າ ກົມກວດກາປ່າໄມ້ ພ້ອມທັງໃຫ້ເຈົ້າໜ້າທີ່ປ່າໄມ້ແຕ່ລະແຂວງມີຄຳຄິດເຫັນ, ສົນທະນາ ແລະ ແລກປ່ຽນແນວຄວາມຄິດດ້ວຍກັນ, ເພາະເຫັນວ່າ ບັນດາຂະແໜງການ, ບັນດາໜ່ວຍງານ ແລະ ພາກ ສ່ວນທີ່ກ່ຽວຂ້ອງຕ່າງໆ ພົບບັນຫາຫຍຸ້ງຍາກພໍສົມຄວນ ຫຼັງຈາກໄດ້ມີຄຳສັ່ງ 15/ນຍ ອອກເປັນຕົ້ນມາ. ວາລະດຳເນີນ ກອງປະຊຸມດັ່ງກ່າວ ແມ່ນໄດ້ເວົ້າກ່ຽວກັບການສະເໜີປ່ຽນ ຈາກຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 0141/ກປ ມາເປັນ ດຳລັດຂອງລັດຖະມົນຕີ ເພື່ອໃຫ້ຂອບເຂດສິດໜ້າທີ່ແກ່ເຈົ້າໜ້າທີ່ປ່າໄມ້ມີຄວາມ ເຂັ້ມແຂງ ແລະ ສັກສິດຂຶ້ນກ່ວາເກົ່າ, ພ້ອມທັງ ສະເໜີປັບປຸງບາງເນື້ອໃນ, ຕັດອອກບາງເນີື້ອໃນ ແລະ ເພີ່ມບາງເນື້ອໃນ ເຂົ້າໃນ 0141/ກປ ເພື່ອໃຫ້ແທດເໝາະກັບວຽກງານຕົວຈິງ. ນອກນີ້ ຍັງມີການສະເໜີປັບປຸງ ພາລະບົດບາດຂອງກອງ ກວດກາປ່າໄມ້ແຂວງສະບັບເລກທີ 1041/ກປ, ພາລະບົດບາດ ຂອງໜ່ວຍງານກວດກາປ່າໄມ້ເມືອງ ສະບັບເລກທີ 1897/ກປ, ກອງປະຊຸມໄດ້ຊິ້ນສຸດລົງໃນວັນທີ 15 ທັນວາ 2016 ໂດຍການປິດກອງປະຊຸມ ຂອງທ່ານ ລິນທອງ ດວງພະຈັນ ຮອງຫົວໜ້າກົມກວດກາປ່າໄມ້.

img_0643

img_6061

img_6062-001

img_9968

img_9970

Facebook Comments Box
ຄວາມຄິດເຫັນລ່າສຸດ
    ເພີ່ມເຕີມ