ພະແນກ ກວດກາສັດນ້ຳ, ສັດປ່າ ແລະ ເຄື່ອງປ່າຂອງດົງ

ພະແນກ ກວດກາສັດນ້ຳ ແລະ ສັດປ່າ ຂຽນເປັນຕົວອັກສອນຫຍໍ້ວ່າ “ ສນປ “ ແມ່ນອົງການຈັດຕັ້ງໜຶ່ງ ສັງກັດຢູ່ໃນກົງຈັກການຈັດຕັ້ງ ຂອງກົມກວດກາປ່າໄມ້, ມີພາລະບົບບາດເປັນເສນາທິການໂດຍກົງໃຫ້ແກ່ຄະນະກົມກວດກາປ່າໄມ້ ກ່ຽວກັບວຽກງານກວດກາສັດນ້ຳ , ສັດປ່າ ແລະ  ເຄື່ອງປ່າຂອງດົງ, ພືດປ່າ ຕາມລະບຽບກົດໝາຍ ວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ບັນດານິຕິກຳ ທີ່ກ່ຽວຂ້ອງ ,ເພື່ອຮັບປະກັນ ການນໍາໃຊ້ກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມສັກສິດ.     ພະແນກ ກວດກາສັດນ້ຳ ແລະ ສັດປ່າ ປະກອບດ້ວຍ 03 ຂະແໜງດັ່ງນີ້: ຂະແໜງ ກວດກາສັດນ້ຳ ແລະ ສັດປ່າ. ຂະແໜງ ກວດກາເຄື່ອງປ່າຂອງດົງ ແລະ ພືດປ່າ. ຂະແໜງ ກວດກາສົນທິສັນຍາສາກົນ, ພືດປ່າ, ສັດນ້ຳ ແລະ ສັດປ່າ.