ພະແນກ ບໍລິຫານ ແລະ ແຜນການ

   ພະແນກ ບໍລິຫານ ແລະ ແຜນການ ຂຽນເປັນຕົວອັກສອນຫຍໍ້ວ່າ ” ບຫຜກ ” ແມ່ນອົງການຈັດຕັ້ງໜຶ່ງທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງ ກົມກວດກາປ່າໄມ້, ມີບົດບາດໜ້າທີ່ເປັນ ເສນາທິການໂດຍກົງໃຫ້ແກ່ ຄະນະພັກ ແລະ ຄະນະນຳກົມໃນການຄຸ້ມຄອງ ແລະ ກໍ່ສ້າງພະນັກງານ, ຄຸ້ມຄອງບໍລິຫານ-ແຜນການ, ບັນຊີການເງິນ, ຄັງເງິນສົດ ແລະ ຄຸ້ມຄອງຊັບສິນຂອງກົມ ພ້ອມທັງເອື້ອອຳນວຍຄວາມສະດວກໃນການເຄື່ອນໄຫວວຽກງານຕ່າງໆພາຍໃນກົມ.     ໂຄງປະກອບຂອງ ພະແນກ ບໍລິຫານ ແລະ ແຜນການ ປະກອບມີ 3 ຂະແໜງຄື: ຂະແໜງ ບໍລິຫານ. ຂະແໜງ ການເງິນ. ຂະແໜງ ສົ່ງເສີມບົດບາດ ຍິງ-ຊາຍ