Get Adobe Flash player
Vientiane Capital
May 21, 2024 - Tue
Vientiane, LA
27°C
overcast clouds
overcast clouds
2 m/s, ENE
77%
754.56 mmHg
tue05/21 wed05/22 thu05/23 fri05/24 sat05/25
moderate rain
31/27°C
moderate rain
27/24°C
light rain
26/25°C
moderate rain
28/25°C
moderate rain
30/25°C
Luang Prabang
May 21 - Tue
Luang Prabang, LA
23°C overcast clouds
Champasak
May 21 - Tue
Ooops! Nothing was found!

About DOFI

ຫ້ອງການກົມກວດກາປ່າໄມ້

I. ຄວາມເປັນມາກ່ຽວກັບກົມກວດກາປ່າໄມ້

ກົມກວດກາປ່າໄມ້ ໄດ້ສ້າງຕັ້ງຂຶ້ນໃນວັນທີ 5 ມີນາ 2008 ໂດຍອີງຕາມຂໍ້ຕົກລົງຂອງກະຊວງກະສິກຳ ແລະ ປ່າໄມ້ ເລກທີ 0340/ກປ. ກົມກວດກາປ່າໄມ້ ຂຽນເປັນຕົວຫຍໍ້ວ່າ “ກກປມ” ແມ່ນອົງການຈັດຕັ້ງໜຶ່ງສັງກັດຢູ່ໃນກົງຈັກການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້, ທີ່ຕັ້ງ ແລະ ພາລະບົດບາດຂອງກົມກວດກາປ່າໄມ້ ເປັນເສນາທິການໂດຍກົງ ໃຫ້ແກ່ລັດຖະມົນຕີກ່ຽວກັບວຽກງານກວດກາຊັບພະຍາກອນປ່າໄມ້, ສືບສວນ-ສອບສວນ ແລະ ດຳເນີນຄະດີ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ, ກົດໝາຍອາຍາ ແລະ ບັນດານິຕິກຳກ່ຽວກັບຊັບພະຍາກອນປ່າໄມ້ ເພື່ອຮັບປະກັນໃຫ້ການປະຕິບັດກົດໝາຍມີຄວາມສັກສິດ.

II. ທີ່ຕັ້ງ ແລະ ພາລະບົດບາດຂອງກົມກວດກາປ່າໄມ້

ກົມກວດກາປ່າໄມ້ແມ່ນອົງການຈັດຕັ້ງໜຶ່ງທີ່ສັງກັດຢູ່ໃນກົງຈັກການຈັດຕັ້ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີບົດບາດໜ້າທີ່ເປັນເສນາທິການໂດຍກົງໃຫ້ແກ່ລັດຖະມົນຕີກ່ຽວກັບວຽກງານກວດກາ, ສືບສວນ-ສອບສວນ, ດຳເນີນຄະດີ ແລະ ການປະຕິບັດກົດໝາຍ ວ່າດວ້ຍປ່າໄມ້, ກົດໝາຍ ວ່າດວ້ຍສັດນ້ຳ ແລະ ສັດປ່າ ແລະ ນິຕິກຳອື່ນໆກ່ຽວກັບຊັບພະຍາກອນປ່າໄມ້ໃຫ້ມີຜົນສັກສິດໃນຂອບເຂດທົ່ວປະເທດ, ໂດຍແນໃສ່ເພື່ອປົກປັກຮັກສາຊັບພະຍາກອນປ່າໄມ້, ທີ່ດີນປ່າໄມ້, ສັດນ້ຳ ແລະ ສັດປ່າ ໃຫ້ມີຄວາມຍືນຍົງຄົງຕົວ ແລະ ມີຄວາມອຸດົມສົມບູນ ຕະຫຼອດໄປ, ການຈັດຕັ້ງປະຕິບັດວຽກງານຕົວຈິງຂອງເຈົ້າໜ້າທີ່ປ່າໄມ້ໃນ 1 ປີ ທີ່ຜ່ານມາ ໄດ້ເຮັດໃຫ້ສະພາບການລັກລອບທຳລາຍຊັບພະຍາກອນປ່າໄມ້ຢູ່ໃນຫຼາຍທ້ອງຖິ່ນ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ແລະ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເທື່ອລະກ້າວ, ກົດໝາຍໄດ້ຖືກບັງຄັບໃຊ້ຢ່າງເຂັ້ມງວດ ແລະ ມີຜົນສັກສິດໃນຂອບເຂດທົ່ວປະເທດ, ປະຊາຊົນ, ພໍ່ຄ້າ, ນັກທຸລະກິດ, ພະນັກງານ, ທະຫານ ແລະ ເຈົ້າໜ້າທີ່ ທຸກພາກສ່ວນໄດ້ເຊື່ອມຊຶມລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ກ່ຽວກັບການປົກປັກຮັກສາຊັບພະຍາກອນປ່າໄມ້.

III. ໂຄງປະກອບການຈັດຕັ້ງ

ກົງຈັກການຈັດຕັ້ງຂອງ ກົມກວດກາປ່າໄມ້ ປະກອບມີ 6 ພະແນກຄື:

1). ພະແນກ ບໍລິຫານ ແລະ ຈັດຕັ້ງ.
2). ພະແນກ ແຜນການ ແລະ ການຮ່ວມມື.
3). ພະແນກ ກວດກາປ່າໄມ້ ແລະ ຊັບພະຍາກອນປ່າໄມ້.
4). ພະແນກ ກວດກາສັດນໍ້າ ແລະ ສັດປ່າ.
5). ພະແນກ ສືບສວນ-ສອບສວນ.
6). ພະແນກ ນະໂຍບາຍ ແລະ ນິຕິກຳ ຊັບພະຍາກອນປ່າໄມ້.

ນອກຈາກນີ້ ຍັງມີກອງກວດກາປ່າໄມ້ ປະຈຳແຂວງ ແລະ ນະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ເມືອງ, ຈຸງານກວດກາປ່າໄມ້ບ້ານ ແລະ ດ່ານກວດກາຊັບພະຍາກອນປ່າໄມ້ ທີ່ເປັນສາຍຕັ້ງທາງດ້ານວິຊາການຂອງຕົນຢູ່ຂັ້ນທ້ອງຖິ່ນ.

Facebook Comments Box
Recent Comments
    Categories